ດັດຊະນີຄວາມສຸກ: ຄໍາແນະນໍາສໍາລັບການປົກຄອງປະເທດ
ຄວາມສຸກແມ່ນຕົວວັດຄວາມກ້າວໜ້າທາງສັງຄົມທີ່ຖືກຕ້ອງ
ແລະ ແມ່ນເປົ້າໝາຍຂອງນະໂຍບາຍສາທາລະນະ
ຄວາມສຸກແມ່ນເປົ້າໝາຍແຫ່ງການຮັບຮູ້ທີ່ເຂົ້າໃຈຍາກ. ດັ່ງນັ້ນ, ແຕ່ກ່ອນມາ, ຄວາມສຸກມັກເປັນຂອບເຂດຂອງຄໍາສອນທາງເທວະວິທະຍາແລະປັດຊະຍາ, ນັ້ນແມ່ນການຕັດສິນຢ່າງເຂັ້ມງວດ ກ່ຽວກັບການສອນແລະປະສົບການ. ແນວໃດກໍ່ຕາມ, ດ້ວຍທາດແທ້ຂອງມັນເປັນຜະລິດຕະພັນທີ່ແທ້ຈິງຂອງຊີວິດມະນຸດ, ຄວາມສຸກແມ່ນຄຸນຄ່າທີ່ເປັນທັງອັດຕະວິໄສແລະພາວະວິໄສ. ດັ່ງນັ້ນ, ຂະບວນການສະແຫວງຫາຄວາມສຸກ, ເຖິງຈະມີສີສັນອັດຕະວິໄສປານໃດກໍ່ຕາມ, ກໍ່ຍັງເປັນການຄົ້ນຫາທີ່ບໍ່ແມ່ນ “ຈິດຕະນິຍົມ” ລ້ວນໆ ແລະ ສາມາດເວົ້າໄດ້ວ່າ ລຳບາກທີ່ສຸດ.
ນັ້ນແມ່ນເຫດຜົນທີ່ນັກຈິດຕະວິທະຍາ, ຜູ້ຊ່ຽວຊານດ້າງສັງຄົມສາດ ແລະ ນັບທັງນັກຄະນິດສາດ ໄດ້ເຮັດວຽກຢ່າງທົນທານເພື່ອສຶກສາດ້ານປະລິມານຂອງຄວາມສຸກ. ແຕ່ແທ້ຈິງແລ້ວ, ຄວາມສຸກບໍ່ໄດ້ກາຍເປັນເປົ້າໝາຍຂອງການຜ່າຕັດແບບຕັກກະນິຍົມແລະປະລິມານຂອງວິທະຍາສາດຢ່າງງ່າຍດາຍ. ບັນດາວິທີການວິເຄາະ ແລະ ການວັດແທກທີ່ຊັດເຈນຂອງວິທະຍາສາດ ຍັງເບິ່ງຄືວ່າບໍ່ມີອໍານາດເມື່ອປະເຊີນກັບການປ່ຽນແປງທີ່ສັບຊ້ອນຂອງມາດຕະເກນນີ້: ຄົນທຸກຍາກຝັນເຖິງຄວາມສຸກຂອງຄວາມຮັ່ງມີ, ແຕ່ຄົນຮັ່ງມີຍັງຮູ້ສຶກບໍ່ມີຄວາມສຸກ; ຂະນະດຽວກັນ, ກໍ່ບໍ່ແມ່ນເລື່ອງແປກ ທີ່ຄົນທຸກຍາກຈະມີຄວາມສຸກແທ້ໆ.ເຊັ່ນດຽວກັນ, ກະສັດຫຼືສາມັນຊົນ, ຮັ່ງມີຫຼືຕ່ຳຕ້ອຍ, ຄົນສະຫຼາດຫຼືຄົນໂງ່, ຜູ້ສໍາເລັດ ຫຼືບໍ່ສໍາເລັດ... ເປັນການຍາກທີ່ຈະວັດແທກຢ່າງຊັດເຈນວ່າ ໃຜມີຄວາມສຸກກວ່າໃຜ.
ບັນຫາແມ່ນຢູ່ທີ່, ບໍ່ວ່າຄວາມສຸກຂອງມະນຸດຈະສັບສົນຫຼາຍປານໃດ ມັນກໍບໍ່ສາມາດແຍກອອກຈາກກົນໄກທາງເຄມີແລະຊີວະພາບຂອງສະພາວະກະຕູ້ນຈິດໃຈຂອງມະນຸດໃນການເຄື່ອນໄຫວໄດ້. ແລະຄືແນວນັ້ນ, ຄວາມສຸກບໍ່ແມ່ນປະລິມານນາມມະທຳຢ່າງທີ່ຄິດກັນທົ່ວໄປ, ແຕ່ສາມາດວັດໄດ້ໂດຍການວັດທາງຈິດຕະວິທະຍາ ຫຼືສັງຄົມວິທະຍາ, ເສດຖະສາດ, ຄະນິດສາດ, ຊີວະວິທະຍາ, ເຄມີສາດ... ຕົວຢ່າງເຊັ່ນ, ເຂົາເຈົ້າສາມາດວັດຈຳນວນຄົນໃນສັງຄົມທີ່ພໍໃຈກັບຊີວິດຂອງເຂົາເຈົ້າ, ດ້ວຍນະໂຍບາຍຂອງລັດຖະບານທີ່ຄວບຄຸມພວກເຂົາ (1).
ໃນໄລຍະສິບປີທີ່ຜ່ານມາ, ການສຶກສາດ້ານປະລິມານຂອງຄວາມສຸກ ໄດ້ກາຍເປັນສະໄໝນິຍົມໃນທັນໃດ. ເຫດຜົນສໍາຄັນທີ່ສຸດທີ່ຈະອະທິບາຍປະກົດການນີ້ແມ່ນ ຄວາມຮັ່ງມີ ແລະ ອາລະຍະທໍາ ຍັງບໍ່ທັນໄດ້ເຮັດໃຫ້ຊີວິດຂອງຜູ້ຄົນສະດວກສະບາຍຫຼາຍຂຶ້ນ; ການກໍ່ການຮ້າຍ ແລະ ໂລກລະບາດທົ່ວໂລກທີ່ຜ່ານມາ ເປັນໄພຄຸກຄາມທີ່ເປັນອັນຕະລາຍຕໍ່ທຸກປະເທດ; ມີນະໂຍບາຍທີ່ສົມເຫດສົມຜົນ, ຖືກໃຈປະຊາຊົນ ສະຫວັດດີການສັງຄົມຈະໄດ້ຮັບປະກັນ... ຄວາມສຸກການເປັນເປົ້າໝາຍສູງສຸດຂອງຊີວິດມະນຸດ, “ແມ່ນຕົວຊີ້ວັດທີ່ຖືກຕ້ອງຂອງຄວາມກ້າວໜ້າທາງສັງຄົມ ແລະ ແມ່ນເປົ້າໝາຍຂອງນະໂຍບາຍສາທາລະນະ”(2). ໃນບັນດາການສຶກສາດ້ານປະລິມານທີ່ໜ້າສົນໃຈ ສຳລັບຊຸມຊົນໂລກແລະຊຸມຊົນວິທະຍາສາດນັ້ນ, ດັດຊະນີຄວາມສຸກດາວເຄາະ (Happy Planet Index - HPI) ຂອງ New Economics Foundation (ອັງກິດ) ແມ່ນສິ່ງພິມທີ່ໄດ້ພິມຈຳໜ່າຍຄັ້ງທຳອິດໃນປີ 2006. ຫຼັງຈາກນັ້ນມີບົດລາຍງານ ຂອງສະມາຄົມຄົ້ນຄວ້າແລະສືບສວນຕະຫຼາດ Win/Gallup International ແຫ່ງທະນາຄານໂລກ, ແລະ ແຕ່ປີ 2012 ແມ່ນລາຍງານຄວາມສຸກໂລກ (World Happiness Report - WHR) ຂອງເຄືອຂ່າຍການແກ້ໄຂການພັດທະນາແບບຍືນຍົງ (SDSN) ແຫ່ງສະຫະປະຊາຊາດ.
ມາຮອດປະຈຸບັນ ດັດຊະນີຄວາມສຸກດາວເຄາະ ໄດ້ເຜີຍແຜ່ການພິມໃນປີ 2006, 2009, 2012 ແລະ 2016. ຕັ້ງແຕ່ປີ 2016, ດັດຊະນີຄວາມສຸກດາວເຄາະ ໄດ້ຮັບການອັບເດດ ແລະ ເຜີຍແຜ່ທາງອອນໄລນ໌ເປັນປະຈຳ. ຕາມການຈັດອັນດັບນີ້, ປີ 2006, ຫວຽດນາມຢູ່ໃນອັນດັບທີ 12 ໃນ 178 ປະເທດ(3). ປີ 2012, ດັດຊະນີຄວາມສຸກຂອງຫວຽດນາມສູງກວ່າອີກ, ຢູ່ໃນອັນດັບທີສອງ, ຫຼັງຈາກ ກົດສະຕີ ຣິກາ. ປີ 2016, ຫວຽດນາມຢູ່ໃນອັນດັບທີ 5, ຫຼັງຈາກ ໂກສະຕາຣິກາ, ເມຊິກໂກ, ໂຄລອມເບຍ, ວານູອາຕູ(4). ຢ່າງໃດກໍຕາມ, ບໍ່ພຽງແຕ່ຊາວຫວຽດນາມເທົ່ານັ້ນ ຫາກຍັງມີນັກວິຊາການຕ່າງປະເທດຫຼາຍຄົນ ທີ່ຍັງສົງໄສກ່ຽວກັບຊຸດເຄື່ອງມືທາງວິທະຍາສາດຂອງບົດລາຍງານດັດຊະນີຄວາມສຸກດາວເຄາະ. ການປະເມີນຄວາມສຸກດ້ວຍມາດຕະຖານດ້ານປະລິມານບໍ່ເຄີຍປາສະຈາກການບີບບັງຄັບ.
ນອກຈາກດັດຊະນີຄວາມສຸກດາວເຄາະ (HPI) ແລ້ວ, ສະມາຄົມຄົ້ນຄວ້າແລະສືບສວນຕະຫຼາດ Win/Gallup International ແຫ່ງທະນາຄານໂລກ ຍັງເຜີຍແຜ່ຜົນການຄົ້ນຄວ້າ ຫຼືການວິເຄາະ ຕົວຊີ້ວັດຕ່າງໆ ເປັນປະຈຳທຸກປີ ລວມທັງດັດຊະນີຄວາມສຸກ. ຄຽງຂ້າງກັບດັດຊະນີຄວາມສຸກດາວເຄາະ, ໃນປະຈຸບັນ ລາຍງານຄວາມສຸກໂລກ (WHR) ຖືວ່າມີຊື່ສຽງທີ່ສຸດ ເມື່ອພິມຈຳໜ່າຍສິ່ງພິມປະຈຳປີ ເຊິ່ງບັນດາປະເທດຂອງສະຫະປະຊາຊາດ ແລະ ນັກການເມືອງ, ນັກວິທະຍາສາດໃຊ້ເປັນຂໍ້ມູນປ້ອນເຂົ້າ ສໍາລັບກິດຈະກຳຄົ້ນຄວ້າຈໍານວນຫຼາຍຂອງພວກເຂົາ. ບົດລາຍງານຄວາມສຸກໂລກໄດ້ພິມເຜີຍແຜ່ຄັ້ງທຳອິດໃນເດືອນເມສາປີ 2012 ຕາມຄຳຮ້ອງຂໍຂອງທ່ານ ບັນຄີມູນເລຂາທິການໃຫຍ່ສະຫະປະຊາຊາດໃນຂະນະນັ້ນ ໂດຍມີເປົ້າໝາຍເພື່ອສະໜັບສະໜູນ ກອງປະຊຸມລະດັບສູງຂອງສະຫະປະຊາຊາດກ່ຽວກັບຄວາມສຸກ (The UN High Level Meeting on Wellbeing and Happiness). ດ້ວຍກອງປະຊຸມນີ້, ອົງການສະຫະປະຊາຊາດແນະນຳໃຫ້ປະເທດຕ່າງໆ ຖືວ່າຄວາມສຸກເປັນມາດຕະຖານທີ່ແທ້ຈິງຂອງຄວາມກ້າວໜ້າທາງສັງຄົມ ແລະ ເປັນເປົ້າໝາຍຂອງນະໂຍບາຍສາທາລະນະ. ນັບແຕ່ນັ້ນມາ, ລາຍງານຄວາມສຸກໂລກສືບຕໍ່ໄດ້ຮັບການຄົ້ນຄວ້າແລະພິມເຜີຍແຜ່ ໃນວັນແຫ່ງຄວາມສຸກສາກົນ (International Day of Happiness, ວັນທີ 20 ມີນາທຸກປີ). ມາເຖິງປີນີ້, ລາຍງານຄວາມສຸກໂລກໄດ້ຮັບການພິມເຜີຍແຜ່ເປັນຈຳນວນ 9 ສະບັບແລ້ວ. ແຕ່ລະລາຍງານ ຈໍາກັດໄລຍະເວລາສາມປີ ໃນການວັດແທກຄວາມສຸກຂອງປະເທດຕ່າງໆ (ຕົວຢ່າງເຊັ່ນ ລາຍງານປີ 2021 ຄົ້ນຄວ້າແລະປະເມີນຄວາມສຸກຂອງປະເທດຕ່າງໆໃນບັນດາປີແຕ່ 2018 ເຖິງປີ 2021).
ບັນດາເກນກຳນົດຄວາມສຸກ: ຄໍາແນະນໍາສໍາລັບການປົກຄອງປະເທດ
ການວັດແທກຄວາມສຸກຂັ້ນພື້ນຖານທີ່ ລາຍງານຄວາມສຸກໂລກ ໃຊ້ຄືຄວາມພໍໃຈໃນຊີວິດ, ວັດຈາກຄະແນນ 10 ຄະແນນ, ຕັ້ງແຕ່ “ບໍ່ພໍໃຈທີ່ສຸດ” ຫາ “ພໍໃຈທີ່ສຸດ”. ຕາມນັ້ນ, ລາຍງານຄວາມສຸກໂລກ ວັດແທກຄວາມສຸກໃນປະເທດຕາມເກນກຳນົດ 8 ປະການ (5): 1- ຈີດີພີ ຕໍ່ຫົວຄົນ ຄຳນວນຕາມຄວາມເທົ່າທຽມກັນຂອງກຳລັງຊື້ (PPP)ເຊິ່ງຄຳນວນຈາກອັດຕາແລກປ່ຽນ ໂດລາສະຫະລັດໃນປີ 2011 ທີ່ເຜີຍແຜ່ໂດຍທະນາຄານໂລກ ໃນການຄຳນວນດັດຊະຍີການພັດທະນາໂລກ (WDI); 2- ຈຳນວນປີທີ່ມີສຸຂະພາບດີເມື່ອທຽບກັບອາຍຸໄຂສະເລ່ຍ. ຕົວເລກນີ້ສ້າງຂຶ້ນຈາກຂໍ້ມູນຂອງອົງການອະນາໄມໂລກ (WHO); 3- ການຊ່ວຍເຫຼືອທາງສັງຄົມ ແມ່ນວັດແທກໂດຍຄວາມສາມາດທີ່ຈະໄດ້ຮັບການຊ່ວຍເຫຼືອ ໃນເວລາທີ່ມີຄວາມຫຍຸ້ງຍາກ. ການຊ່ວຍເຫຼືອທາງສັງຄົມຂອງປະເທດຕ່າງໆ ຄິດໄລ່ຈາກຄ່າສະເລ່ຍຂອງການຕອບກັບແບບສ່ວນສອງ (0 ຫຼື 1) ຕໍ່ຄໍາຖາມຂອງ Gallup World Poll, ທີ່ຖາມວ່າ: “ຖ້າທ່ານມີບັນຫາ, ຍາດພີ່ນ້ອງຫຼືເພື່ອນສາມາດຊ່ວຍທ່ານໄດ້ບໍ?”; 4- ເສລີພາບໃນການເລືອກ. ເກນກຳນົດນີ້ວັດແທກດ້ວຍຄ່າສະເລ່ຍທົ່ວປະເທດ ກ່ຽວກັບການຕອບກັບແບບສ່ວນສອງ ຕໍ່ຄໍາຖາມຂອງ GWP: “ທ່ານພໍໃຈຫຼືບໍ່ພໍໃຈກັບ ອິດສະລະພາບຂອງທ່ານທີ່ຈະເລືອກສິ່ງທີ່ທ່ານໄດ້ເຮັດໃນຊີວິດ?”; 5- ຄວາມອະໄພໃຈກວ້າງ. ເກນກຳນົດນີ້ວັດແທກດ້ວຍການປະກອບສ່ວນຕໍ່ສັງຄົມ ເມື່ອຕອບຄໍາຖາມຂອງ GWP: “ທ່ານໄດ້ບໍລິຈາກເງິນໃຫ້ການກຸສົນໃນເດືອນທີ່ຜ່ານມາບໍ?”; 6- ຄວາມຮັບຮູ້ກ່ຽວກັບການສໍ້ລາດບັງຫຼວງ. ເກນກຳນົດນີ້ວັດແທກດ້ວຍຄ່າສະເລ່ຍຂອງການຕອບກັບແບບສ່ວນສອງ ຕໍ່ຄໍາຖາມຂອງ GWP: “ການສໍ້ລາດບັງຫຼວງແຜ່ຫຼາຍໃນສະຖາບັນສາທາລະນະຫຼືບໍ?”, ແລະ “ການສໍ້ລາດບັງຫຼວງແຜ່ຫຼາຍໃນວິສາຫະກິດຕ່າງໆຫຼືບໍ່?”; 7- ປະຕິກິລິຍາທີ່ຕັ້ງໜ້າ. ເກນກຳນົດນີ້ວັດແທກດ້ວຍອັດຕາສ່ວນສະເລ່ຍທົ່ວປະເທດ ກ່ຽວກັບອາລົມດີມີຄວາມສຸກ, ສຽງຫົວ ແລະ ຄວາມສະໜຸກສະບາຍ ສຳລັບການທົດລອງສະເພາະຂອງ GWP; 8- ປະຕິກິລິຍາທີ່ຫຍໍ້ທໍ້. ເກນກຳນົດນີ້ວັດແທກດ້ວຍອັດຕາສ່ວນສະເລ່ຍທົ່ວປະເທດ ກ່ຽວກັບຄວາມກັງວົນ, ຄວາມໂສກເສົ້າ ແລະ ຄວາມໂກດເຄືອງ ສຳລັບການທົດລອງສະເພາະຂອງ GWP. ເກນກຳນົດ 8 ປະການນີ້ ລ້ວນແຕ່ແມ່ນຕົວແປເອກະລາດທັງໝົດ ທີ່ຄິດໄລ່ເພື່ອວັດແທກທັດສະນະຄະຕິສ່ວນຕົວຂອງຜູ້ຄົນ ໃນຫຼາຍກວ່າ 150 ປະເທດ. ໃນແຕ່ລະປະເທດ, ຈໍານວນເປົ້າໝາຍທີ່ເລືອກເພື່ອການສຶກສາແມ່ນ 1.000 ຄົນ. ດັດຊະນີຄວາມສຸກໂລກ (World Happiness Index - WHI) ແມ່ນຜົນຈາກການສັງລວມທີ່ຂ້ອນຂ້າງສັບສົນ ຂອງເກນກຳນົດທັງໝົດເຫຼົ່ານີ້.
ໃນຄວາມເປັນຈິງ, ບັນດາຜູ້ຊ່ຽວຊານຂອງ ລາຍງານຄວາມສຸກໂລກ ໄດ້ໃຫ້ຄຳແນະນຳກ່ຽວກັບການເຄື່ອນໄຫວຄຸ້ມຄອງປະເທດ, ນັ້ນແມ່ນ “ຜູ້ວາງກຳນະໂຍບາຍ ຕ້ອງຮູ້ສາເຫດຂອງຄວາມສຸກແລະຄວາມທຸກ”(6). ປັດໄຈບາງຢ່າງສົ່ງຜົນກະທົບຕໍ່ທຸກໆຄົນ, ເຊັ່ນ: ລາຍໄດ້ແລະວຽກເຮັດງານທຳ, ການສຶກສາແລະຊີວິດຄອຍຄົວ. ແຕ່ບາງປັດໄຈອື່ນໄດ້ມີຄວາມສຳຄັນທີ່ແຕກຕ່າງກັນຕໍ່ບຸກຄົນ, ເຊັ່ນ ສຸຂະພາບຈິດ ແລະ ກາຍຍະພາບບຸກຄົນ. ບັນດາປັດໄຈເຫຼົ່ານີ້ ເຮັດໃຫ້ເກີດຄວາມແຕກຕ່າງອັນໃຫຍ່ຫຼວງ ໃນຄວາມຮູ້ສຶກກ່ຽວກັບຄວາມສຸກແລະຄວາມທຸກຂອງບຸກຄົນ. ສຳລັບບັນດາປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມທຸກ, ຕາມ ລາຍງານຄວາມສຸກໂລກ, ໂດຍຫຼັກການແລ້ວ ສາມາດລົບລ້າງປັດໄຈເຫຼົ່ານີ້ໄດ້, ເຊັ່ນ: ຄວາມທຸກຍາກ, ການສຶກສາຕໍ່າ, ການຫວ່າງງານ, ການດໍາລົງຊີວິດປ່ຽວດຽວ, ເຈັບປ່ວຍ,...
ຕາມ ລາຍງານຄວາມສຸກໂລກ ປີ 2017, ໃນບັນດາສັງຄົມຕາເວັນຕົກ, ສຸຂະພາບຈິດ ແລະ ການພົວພັນຄູ່ຮ່ວມ, ເພື່ອມິດ ມີຄວາມສຳຄັນກວ່າລາຍໄດ້ແລະວຽກເຮັດງານທຳ, ນັບທັງການເຈັບປ່ວຍ. ເບິ່ງລວມແລ້ວ, ໃນປະເທດໃດກໍ່ຕາມ, ສຸຂະພາບກາຍບໍ່ເຄີຍສໍາຄັນກວ່າສຸຂະພາບຈິດ ແລະ ເປັນທີ່ໜ້າສັງເກດວ່າ ລາຍໄດ້ຄົວເຮືອນອະທິບາຍໜ້ອຍກວ່າ 2% ຂອງຄວາມແຕກຕ່າງໃນຄວາມສຸກ(7).
ສຳລັບເດັດນ້ອຍ, ລາຍງານຄວາມສຸກໂລກ ປີ 2017 ຊີ້ໃຫ້ເຫັນວ່າ ສິ່ງທີ່ສໍາຄັນທີ່ສຸດເພື່ອໃຫ້ເດັກນ້ອຍມີຄວາມສຸກແມ່ນ ສຸຂະພາບຈິດແລະພຶດຕິກໍາ ຂອງເດັກ, ຕໍ່ລົງມາແມ່ນ ຜົນການສຶກສາ. ບັນດາປັດໄຈທີ່ສົ່ງຜົນກະທົບໂດຍກົງເຖິງສຸຂະພາບຈິດແລະພຶດຕິກຳຂອງເດັກແມ່ນ ລາຍໄດ້ຂອງພໍ່ແມ່ແລະສຸຂະພາບຈິດຂອງແມ່. ປັດໄຈຕໍ່ຈາກນັ້ນແມ່ນ ສະພາບແວດລ້ອມສັງຄົມ ຂອງໂຮງຮຽນປະຖົມສຶກສາ ແລະມັດຖະຍົມສຶກສາຕອນຕົ້ນ. ບັນດາປັດໄຈເຫຼົ່ານີ້ສົ່ງຜົນກະທົບເຖິງຜົນການຮຽນຮູ້ຂອງເດັກ.
ຂໍ້ຄວາມຂ້າງເທິງແມ່ນມີຄວາມສໍາຄັນພິເສດ ສໍາລັບການວາງກຳນົດນະໂຍບາຍໃນແງ່ຂອງການຮັບຮູ້ຄວາມສຸກ ແລະ ການພັດທະນາມະນຸດ. ການເອົາໃຈໃສ່ເປັນພິເສດເຖິງການສຶກສາຂັ້ນພື້ນຖານ ຕ້ອງແມ່ນວຽກງານທີ່ສໍາຄັນທີ່ສຸດ ຂອງພື້ນຖານການສຶກສາຂອງປະເທດ ແລະ ຄວາມຫ່ວງໄຍຕໍ່ສຸຂະພາບຈິດຂອງແມ່ ກໍເປັນສິ່ງສຳຄັນທີ່ບໍ່ໄດ້ເບິ່ງເບົາໃນທຸກຄອບຄົວ.
ໃນລາຍງານຄວາມສຸກໂລກ ປີ 2021, ເມື່ອເວົ້າເຖິງຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ບັນດາຜູ້ຊ່ຽວຊານໄດ້ເນັ້ນໜັກເຖິງປັດໄຈຄວາມໄວ້ວາງໃຈ - “ຄວາມໄວ້ວາງໃຈຂອງສາມາລະນະຊົນເປັນການສະໜັບສະໜູນ ໃຫ້ການຮັບມືກັບການລະບາດໃຫຍ່ປະສົບຄວາມສຳເລັດ”. ການຄົ້ນພົບນີ້ສອດຄ່ອງກັບການຄົ້ນຄວ້າກ່ອນໜ້ານີ້ ຂອງອົງການສະຫະປະຊາຊາດ, ນັ້ນແມ່ນ: ໂດຍທົ່ວໄປແລ້ວ ຜູ້ທີ່ວາງຄວາມເຊື່ອໝັ້ນຢ່າງແໜ້ນແຟ້ນໃນສັງຄົມແລະສະຖາບັນ ມັກຈະມີຄວາມສຸກຫຼາຍກວ່າ ຜູ້ທີ່ອາໄສຢູ່ໃນສະພາບແວດລ້ອມທີ່ມີຄວາມໄວ້ວາງໃຈໜ້ອຍກວ່າ. ຊຸມຊົນທີ່ມີຄວາມໄວ້ວາງໃຈໃນລະດັບສູງ ມັກຈະຄວາມເດັດດ່ຽວທົນທານ ເມື່ອປະເຊີນກັບວິກິດການ. ຄວາມເຊື່ອ ແລະບັນທັດຖານຂອງການຮ່ວມມືທາງສັງຄົມ ບໍ່ພຽງແຕ່ຊ່ວຍໃຫ້ຕອບສະໜອງໄດ້ທັນທ່ວງທີ, ແຕ່ຍັງຊ່ວຍໃຫ້ຜູ້ຄົນຮູ້ສຶກມີຄວາມສຸກຫຼາຍຂຶ້ນດ້ວຍ.
ສະຖານະພາບແຫ່ງຄວາມສຸກໃນຫວຽດນາມແລະໂລກ
ຕາມລາຍງານຄວາມສຸກໂລກ ໄລຍະປີ 2012 - 2021
ນັບແຕ່ເມື່ອລາຍງານຄວາມສຸກໂລກ ໄດ້ຮັບການເຜີຍແຜ່ໃນປີ 2012 ເຖິງລາຍງານຫຼ້າສຸດໃນປີ 2021, ທັງ 10 ປະເທດທີ່ມີຄວາມສຸກທີ່ສຸດແມ່ນປະເທດອຸດສາຫະກໍາມີ່ພັດທະນາ ເຊິ່ງສ່ວນຫຼາຍຢູ່ເອີຣົບ, ມີພຽງ ການາດາ ອົດສະຕາລີ ນິວຊີແລນ ຢູ່ນອກທະບີບນີ້. ບັນດາປະເທດທີ່ມີດັດຊະນີຄວາມສຸກສູງສຸດ ລ້ວນແຕ່ຢູ່ໃນພາກເໜືອຂອງເອີຣົບ. ນຳໜ້າແມ່ນແດນມາກ ໃນປີ 2012, 2013, 2016, 2017. ຕໍ່ລົງມາແມ່ນ ນໍແວ, ສະວິດເຊີແລນ, ໄອເຊີແລນ, ຟີນແລນ, ສຸແອດ, ເນເທີແລນ. ໃນສີ່ປີຕິດຕໍ່ກັນ ຕັ້ງແຕ່ປີ 2018 ເຖິງປີ 2021, ຟິນແລນເປັນ “ປະເທດທີ່ມີຄວາມສຸກທີ່ສຸດໃນໂລກ” ດ້ວຍດັດຊະນີຄວາມສຸກໂລກ ຢູ່ທີ່ 7,623 ໃນປີ 2018, 7,769 ໃນປີ 2019, 7,809 ໃນປີ 2020 ແລະ 7,842 ໃນປີ 2021. ປີ 2022, ປະເທດນີ້ສືບຕໍ່ນຳໜ້າລາຍຊື່ປະເທດທີ່ມີຄວາມສຸກທີ່ສຸດໃນໂລກ.
ສາມາດເຂົ້າໃຈໄດ້ວ່າ ເປັນຫຍັງບັນດາປະເທດໃນພາກເໜືອຂອງເອີຣົບຈຶງຢູ່ໃນອັນດັບຕົ້ນໆ ຂອງດັດຊະນີຄວາມສຸກຂອງມະນຸດສະເໝີ. ສະພາບຄວາມເປັນຢູ່, ລະດັບວັດທະນະທຳສັງຄົມ, ລະດັບສະຫວັດດິການສັງຄົມ, ທັດສະນະຄະຕິຂອງກົນໄກຄຸ້ມຄອງມະຫາພາກ,... ລ້ວນແຕ່ແມ່ນປັດໄຈສ້າງຊີວິດທີ່ມີຄວາມຜາສຸກຂອງປະເທດເຫຼົ່ານີ້.
ໃນສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສິງກະໂປຢູ່ໃນອັນດັບສູງສຸດສະເໝີມາ ແລະ ສູງທີ່ສຸດໃນອາຊີຕະຫຼອດຫຼາຍປີທີ່ຜ່ານມາ, ເຊິ່ງໝາຍຄວາມວ່າ ສິງກະໂປເປັນປະເທດທີ່ມີຄວາມສຸກທີ່ສຸດໃນອາຊີ. ດັດຊະນີຄວາມສຸກໂລກຂອງປະເທດນີ້ຢູ່ທີ່ 6,377 ແລະມີອັນດັບທີ 31 ໃນ 152 ປະເທດ ໃນປີ 2020, ແລະອັນດັບທີ 32 ໃນ 149 ປະເທດ (ປີ 2021) ເຊິ່ງສະແດງໃຫ້ເຫັນວ່າ ປະຊາຊົນສິງກະໂປຂ້ອນຂ້າງພໍໃຈກັບຄຸນນະພາບຊີວິດ, ການດູແລສຸຂະພາບ, ລະດັບການສຶກສາ, ສະພາບແວດລ້ອມ ແລະ ກົງຈັກການຄຸ້ມຄອງບໍລິຫານປະເທດຂອງຕົນ.
ປີ 2012, ຫວຽດນາມຢູ່ໃນອັນດັບທີ 65 ໃນ 157 ປະເທດ ໂດຍມີດັດຊະນີຄວາມສຸກຢູ່ທີ່ 5,553. ແຕ່ປີ 2012 ເຖິງປີ 2017, ອັນດັບຂອງຫວຽດນາມທຽບກັບປະເທດອື່ນໆແມ່ນຂຶ້ນໆລົງໆ, ເພາະວ່າ ອັນດັບຂອງບັນດາປະເທດກໍປ່ຽນແປງເລື້ອຍ ແລະ ບັນດາບັນຫາເສດຖະກິດ-ສັງຄົມຂອງຫວຽດນາມໄດ້ກຳນົດໂດຍກົງເຖິງອັນດັບຂອງຫວຽດນາມ. ແຕ່ປີ 2017, ດັດຊະນີຄວາມສຸກຂອງຫວຽດນາມໄດ້ຮັບການປັບປຸງດີຂຶ້ນ. ໃນໄລຍະປີ 2019-2021, ຫວຽດນາມເພີ່ມຂຶ້ນ 15 ອັນດັບ ໃນການຈັດອັນດັບ, ດັດຊະນີຄວາມສຸກຈາກ 5,175 ຂຶ້ນເປັນ 5,411(8). ປີ 2022, ດັດຊະນີຄວາມສຸກຂອງຫວຽດນາມເພີ່ມຈຶ້ນອີກ 2 ອັນດັບ(9). ສະທ້ອນໃຫ້ເຫັນເຖິງການເພີ່ມຂຶ້ນສູງແລະເປັນປົກກະຕິ ຂອງຊີວິດເສດຖະກິດ ແລະ ການຮັບຮູ້ຄວາມສຸກຂອງຜູ້ຢູ່ອາໄສທຸກລະດັບ, ເຖິງວ່າຈໍານວນທີ່ແນ່ນອນບໍ່ໄດ້ເພີ່ມຂຶ້ນຫຼາຍ. ຄວາມພໍໃຈໃນຊີວິດຂອງຜູ້ຢູ່ອາໄສສ່ວນຫຼາຍດີຂຶ້ນ ໃນແງ່ຂອງມາດຕະຖານການຄອງຊີບ ໃນປະເທດທີ່ກຳລັງພັດທະນາຢ່າງຂະຫຍັນຂັນເຄື່ອນ ເຊິ່ງເປັນປັດໄຈທີ່ສຳຄັນໃນການປັບປຸງດັດຊະນີຄວາມສຸກຂອງຫວຽດນາມ.
ຕ້ອງເອົາໃຈໃສ່ວ່າ, ໃນບັນດາຂົງເຂດອື່ນ, ຄວາມຮູ້ສຶກທີ່ຕ້ອງຍອມຈໍານົນຕໍ່ຈໍານວນທີ່ແນ່ນອນຂອງວິທະຍາສາດ, ແຕ່ໃນດ້ານການປະເມີນຄວາມສຸກແມ່ນຈໍາເປັນຕ້ອງເຄົາລົບຄຸນຄ່າຂອງການຮັບຮູ້. ເຫັນໄດ້ວ່າ, ຫຼາຍຄົນຍັງມີຄວາມສົງໄສກ່ຽວກັບຕົວເລກທີ່ສະທ້ອນຄວາມຜາສຸກຂອງຊາວຫວຽດນາມ. ບັນດາບັນຫາຫຍຸ້ງຍາກພວມເກີດຂຶ້ນໃນຊີວິດເສດຖະກິດ-ສັງຄົມ, ຄວາມຫຍໍ້ທໍ້ໃນຊີວິດປະຈຳວັນ, ຄວາມທຸກທີ່ຄົນບາງຄົນເຄີຍປະສົບມາ... ໄດ້ມີອິດທິພົນຢ່າງໃຫຍ່ຫຼວງ ຕໍ່ແນວຄວາມຄິດທົ່ວໄປ ກ່ຽວກັບຄວາມສຸກຂອງຊາວຫວຽດນາມ.
ນີ້ແມ່ນບັນຫາທີ່ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ກ່າວເຖິງໂດຍກົງ ເມື່ອກຳນົດລະບົບທັດສະນະຊີ້ນຳ, ເພື່ອປຸກຕື່ນນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ກຳລັງແຮງຂອງກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມມຸ່ງມາດປາດຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ.
ໃນພາກກ່ຽວກັບບົດຮຽນທີ່ຖອດຖອນມາຈາກພາລະກິດການປ່ຽນແປງໃໝ່, ລາຍງານກາເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດ ຄວາມສຸກ ເປັນເປົ້າໝາຍແຫ່ງການສູ້ຊົນ, ປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນ. ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢືນຢັນ: “ຮັດແໜ້ນສາຍພົວພັນທີ່ໃກ້ຊິດສະໜິດແໜ້ນກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ຖືເອົາຄວາມສຸກ, ຄວາມອິ່ມໜຳສຳລານຂອງປະຊາຊົນເປັນເປົ້າໝາຍແຫ່ງການສູ້ຊົນ, ປັບປຸງແລະເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ”(10).
ໃນບັນດາການບຸກທະລຸຍຸດທະສາດການພັດທະນາປະເທດ, ຄວາມສຸກ ຖືກນຳສະເໜີເປັນຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດ ເຊິ່ງຄວນໄດ້ຮັບການປຸກຕື່ນເປັນແຮງຜັກດັນທາງຈິດໃຈອັນໃຫຍ່ຫຼວງຂອງທັງຊາດ. ຢູ່ໃນທິດທາງທີສີ່ຂອງການພັດທະນາປະເທດໃນໄລຍະ 2021-2030, ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກ: “ການພັດທະນາມະນຸດຢ່າງຮອບດ້ານ ແລະ ການສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າແລະເຕັມໄປດ້ວຍເອກະລັກຂອງຊາດ ເພື່ອໃຫ້ວັດທະນະທຳແລະຜູ້ຄົນຫວຽດນາມ ກາຍເປັນກຳລັງແຮງພາຍໃນ, ເປັນແຮງຜັກດັນການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ. ເພີ່ມການລົງທຶນພັດທະນາວັດທະນະທຳ. ກໍ່ສ້າງ, ພັດທະນາ, ສ້າງສະພາບແວດລ້ອມ ແລະເງື່ອນໄຂສັງຄົມທີ່ເອື້ອອຳນວຍ ເພື່ອປຸກຕື່ນມູນເຊື່ອຮັກຊາດ, ຄວາມທະນົງໃຈແຫ່ງຊາດ, ຄວາມເຊື່ອໝັ້ນ, ຄວາມປາດຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ; ຄວາມເກັ່ງກ້າສາດມາດ, ສະຕິປັນຍາ, ຄຸນນະທາດຂອງຄົນຫວຽດນາມແມ່ນສູນກາງ, ເປົ້າໝາຍ ແລະ ກຳລັງແຮງທີ່ສຳຄັນທີ່ສຸດ ຂອງການພັດທະນາປະເທດຊາດ”(11).
ລາຍງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກ່າວເຖິງຄວາມສຸກ ເປັນມາດຕະຖານໃນການສ້າງຄອບຄົວຫວຽດນາມ, ກ່າວຄື: “ສຸມໃສ່ຄົ້ນຄວ້າ ກຳນົດ ແລະ ຜັນຂະຫຍາຍການສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ ແລະ ມາດຕະຖານມະນຸດຕິດພັນກັບການປົກປັກຮັກສາ ແລະ ພັດທະນາລະບົບຄຸນຄ່າຄອບຄົວຫວຽດນາມ ໃນໄລຍະໃໝ່... ປະຕິບັດມາດຕະຖານວັດທະນະທຳຄອບຄົວຫວຽດນາມທີ່ອີ່ມໜຳສຳລານ, ຜາສຸກ ກ້າວໜ້າ ແລະ ອາລະຍະທຳ. ເຊີດຊູບົດບາດຂອງຄອບຄົວໃນການລ້ຽງດູ ແລະ ອົບຮົມສັ່ງສອນຄົນລຸ້ນໃຫມ່”(12).
ໃນບັນດາ 6 ໜ້າທີ່ສຳຄັນຂອງວາລະກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໜ້າທີ່ທີ 4 ທີ່ພັກກອມມູນິດຫວຽດນາມ ໄດ້ກຳນົດຄື: “ປຸກຕື່ນຄວາມມຸ່ງມາດປາດຖະໜາພັດທະນາປະທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ; ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະກຳລັງແຮງຂອງຄົນຫວຽດນາມ ໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງສາກົນ; ມີນະໂຍບາຍສະເພາະ ເພື່ອພັດທະນາວັດທະນະທຳເຂດຊົນເຜົ່າສ່ວນນ້ອຍ; ປະຕິບັດເປັນຢ່າງດີ ນະໂຍບາຍສັງຄົມ, ຮັບປະກັນ ຄວາມປອດໄພທາງສັງຄົມ, ຄວາມໝັ້ນຄົງຂອງມະນຸດ, ສ້າງການຫັນປ່ຽນຢ່າງແຂງແຮງໃນການຄຸ້ມຄອງການພັດທະນາສັງຄົມ, ປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ຍົກສູງຄຸນນະພາບຊີວິດ ແລະ ດັດຊະນີຄວາມສຸກ ຂອງຄົນຫວຽດນາມ”(13).
ສິ່ງທີ່ຄວາມເອົາໃຈໃສ່ແມ່ນ, ການຍົກສູງດັດຊະນີຄວາມສຸກຂອງຊາວຫວຽດນາມທີ່ລະບຸໃນເອກະສານ ແມ່ນເນື້ອໃນສຳຄັນຂອງໜ້າທີ່ທີ່ສຳຄັນ ຂອງພັກກອມມູນິດຫວຽດນາມໃນໄລຍະນີ້.
ໃນດ້ານໃບໜ້າຂອງຂອງການພັດທະນາປະເທດນັ້ນ, ຄວາມສຸກຖືກກ່າວເຖິງໃນ ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ: “ປະເທດພວກເຮົາຈະສ້າງສິ່ງມະຫັດສະຈັນແຫ່ງການພັດທະນາໃໝ່ ເພື່ອປະເທດຫວຽດນາມທີ່ຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກຢ່າງແນ່ນອນ, ກ້າວໄປຂ້າງໜ້າ ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນ 5 ທະວີບ, ບັນລຸໄດ້ຄວາມປາຖະໜາຂອງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ຄວາມມຸ່ງມາດປາດຖະໜາຂອງປວງຊົນທັງຊາດ”(14).
ດ້ວຍລາຍງານດັດຊະນີຄວາມສຸກໂລກປະຈຳປີ, ສະຫະປະຊາຊາດແນະນໍາຢ່າງຕໍ່ເນື່ອງວ່າ, ຖ້າປະເທດໃດຢາກໃຫ້ປະຊາຊົນມີຄວາມຜາສຸກຢ່າງແທ້ຈິງ, ຕ້ອງມີນະໂຍບາຍ ແລະ ຍຸດທະສາດ ເພື່ອໃຫ້ປະຊາຊົນພໍໃຈກັບຊີວິດຂອງຕົນ, ຢ່າງໜ້ອຍໃນ 8 ມາດຕະຖານສະເພາະ ເຊິ່ງລາຍງານຄວາມສຸກໂລກ ໄດ້ວັດແທກລະດັບຄວາມສຸກຂອງປະຊາຊົນໃນຫຼາຍກວ່າ 150 ປະເທດ ໃນໄລຍະ 10 ປີຜ່ານມາ (2012-2021). ຄວາມໝາຍອັນເລິກເຊິ່ງທີ່ອົງການສະຫະປະຊາຊາດຢາກເຕືອນບັນດາລັດຖະບານແມ່ນ ຄວາມກ້າວໜ້າທາງເສດຖະກິດ-ສັງຄົມທັງໝົດ ບໍ່ເຮັດໃຫ້ປະຊາຊົນມີຄວາມສຸກສະເໝີໄປ. ສໍາລັບປະຊາຊົນ, ອາຍຸໂຂສະເລ່ຍເພີ່ມຂຶ້ນຈະນໍາມາເຊິ່ງຄວາມສຸກກໍ່ຕໍ່ເມື່ອຈໍານວນປີທີ່ມີສຸຂະພາບດີ ເພີ່ມຂຶ້ນດ້ວຍ. ຮັ່ງມີຫຼືທຸກຈົນກໍ່ບໍ່ສາມາດຫຼີກລ້ຽງຄວາມທຸກໄດ້ ຖ້າໃນເວລາຫຍຸ້ງຍາກຫຼືສິ້ນຫວັງ ບໍ່ໄດ້ຮັບການຊ່ວຍເຫຼືອ. ທາງເລືອກໃນຊີວິດ, ເຖິງແມ່ນວ່າຈະປະສົບຄວາມສໍາເລັດ ກໍ່ບໍ່ແນ່ໃຈວ່າຈະນໍາຄວາມສຸກມາສູ່ຜູ້ຄົນ, ຖ້າທາງເລືອກນັ້ນບໍ່ແມ່ນຄວາມເສລີແລະບໍ່ສະຫມັກໃຈ. ລັດຖະບານເຂັ້ມແຂງ, ວິສາຫະກິດເກັ່ງ, ຫຼືອົງການສາທາລະນະທີ່ເປັນມືອາຊີບ... ກໍ່ບໍ່ແນ່ໃຈວ່າຈະນໍາຄວາມສຸກມາສູ່ປະຊຊົນ ຖ້າຫາກວ່າຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການສໍ້ລາດບັງຫຼວງ ຍັງເປັນການກວນສະໝອງໃນແຕ່ລະການເຄື່ອນໄຫວທາງແພ່ງ, ຖ້າຫາກວ່າ ຄວາມເຊື່ອຖືຂອງປະຊາຊົນໃນລະບອບການປົກຄອງຍັງບໍ່ໜ້າເຊື່ອຖືພຽງພໍ. ແລະສຸດທ້າຍແມ່ນ ອາລົມແຫ່ງຄວາມພໍໃຈ, ສຽງຫົວ ແລະ ຄວາມສະໜຸກສະໜານໃນຊີວິດ ທີ່ ລາຍງານຄວາມສຸກໂລກ ບໍ່ລືມທີ່ຈະປະເມີນ ເພື່ອແນະນໍາໃຫ້ລັດຖະບານປະເທດຕ່າງໆ./.
---------------------
(1) Craig Lambert: “The science of happiness” (ແປວ່າ: “ວິທະຍາສາດແຫ່ງຄວາມສຸກ”), Havard Magazine, ເດືອນມັງກອນ ແລະ ກຸມພາ 2007, ໜ້າ 26 - 27
(2) World Happiness Report 2015: “Happiness is a proper measure of social progress and a goal of public policy” (ແປວ່າ: “ຄວາມສຸກແມ່ນຕົວວັດທີ່ຖືກຕ້ອງຂອງຄວາມກ້າວໜ້າທາງສັງຄົມ ແລະ ແມ່ນເປົ້າໝາຍຂອງນະໂຍບາຍສາທາລະນະ”), https://documents-dds-ny.un.org/doc/UNDOC/GEN/N11/420/70/PDF/N1142070.pdf?OpenElement
(3) Happy Planet Index (ດັດຊະນີຄວາມສຸກດາວເຄາະ), http://happyplanetindex.org/
(4) ເບິ່ງ: ໂຮ່ ສີ ກວີ໋: “ດັດຊະນີຄວາມສຸກໂລກ (WHI) 2012-2017 ແລະຄວາມຮູ້ສຶກຂອງຊາວຫວຽດນາມກ່ຽວກັບຄວາມສຸກ”, ວາລະສານຄົ້ນຄວ້າມະນຸດ, ສະບັບທີ 3, 2017.
(5) ເບິ່ງ: Clark, Andrew E., Flèche, Sarah, Layard, Richard, Powdthavee, Nattavudh and Ward, George: “The Key Determinants of Happiness and Misery” (ແປວ່າ: “ບັນດາປັດໄຈຕົ້ນຕໍທີ່ກໍານົດຄວາມສຸກແລະຄວາມທຸກ”, CEP Discussion Papers, Centre for Economic Performance, London School of Economics and Political Science, London, UK
(6) ເບິ່ງ: WHR 2017 (ລາງງານຄວາມສຸກໂລກ 2017), https://worldhappiness.report/ed/2017/
(7) WHR 2017: “Household income per head explains under 2% of the variance of happiness in any country” (ແປວ່າ: “ລາຍໄດ້ຂອງຄົວເຮືອນຕໍ່ຫົວຄົນອະທິບາຍໜ້ອຍກວ່າ 2% ຂອງຄວາມແຕກຕ່າງທາງດ້ານຄວາມສຸກໃນປະເທດໃດນຶ່ງ”), ໜ້າ 134
(8) ປີ 2012, 2020, 2021..., ຈໍານວນປະເທດທີ່ວັດແທກຄວາມສຸກແມ່ນບໍ່ຄືກັນ.
(9) ຫງວຽນ ດຶກ: “ລາຍງານຄວາມສຸກໂລກປີ 2022: ຫວຽດນາມເພີ່ມ 2 ລະດັບ”, ໜັງສືພິມເອເລັກໂຕຣນິກຂອງລັດຖະບານ, ວັນທີ 20 ມີນາ 2022, https://baochinhphu.vn/bao-cao-hanh-phuc-the-gioi-2022-viet-nam-tang-2-bac-102220320092851823.htm
(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 97.
(11), (12), (13), (14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 115 - 116, 143 - 144, 202, 205
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 989 (ເດືອນພຶດສະພາ 2022)