ການສ້າງສານເອເລັກໂຕຣນິກ -
ໜ້າທີ່ສໍາຄັນ
ອັນໜຶ່ງຂອງຍຸດທະສາດປະຕິຮູບດ້ານຕຸລາການ

ໂດຍ ຮສ, ປອ ຫງວຽນຮ່ວາບີ່ງ
ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າສານປະຊາຊົນສູງສຸດ
04:49, 29-05-2022

ວກ. - ການຍູ້ແຮງຂະບວນວິວັດການຫັນເປັນດິຈີຕອນ ແລະ ການສ້າງສານ​ເອ​ເລັກ​ໂຕຣນິກເປັນໜ້າທີ່ທີ່ຈໍາເປັນຕ້ອງ, ແມ່ນໂອກາດໃຫ້ຂະແໜງການສານ​ຫວຽດນາມ​ສືບຕໍ່ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ຄວາມຍຸຕິທໍາ, ຍົກສູງປະສິດທິ​ຜົນ​ການ​ເຄື່ອນ​ໄຫວແລະການສ້າງສານທີ່ທັນສະໄໝ. ຂະບວນການຫັນເປັນດິຈີຕອນ ແລະ ສ້າງສານເອເລັກໂຕຣນິກ ຈະສ້າງໄດ້ບັນດາຄຸນຄ່າອັນໃຫຍ່ຫຼວງ, ປະກອບສ່ວນ​ອັນ​ສຳຄັນເຂົ້າໃນການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການຢູ່ຫວຽດນາມໄດ້ຮັບຜົນສໍາເລັດ.

ສະຫາຍ ເວືອງດິ່ງເຫ້ວ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີເປີດນໍາໃຊ້ສູນຂໍ້ມູນຂ່າວສານ - ຫໍສະໝຸດ, ສູນຕິດຕາມກວດກາ ບໍລິຫານ, ຊອບແວຜູ້ຊ່ວຍສະເໝືອນ ໃຫ້ແກ່ຜູ້ພິພາກສາ, ພື້ນຖານການພິພາກສາທາງໄກຂອງສານປະຊາຊົນ _ພາບ: TTXVN

ໃນປະຈຸບັນ, ການພັດທະນາຢ່າງໄວວາຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານໄດ້​ເຮັດ​ໃຫ້ມີໂອກາດໃຫ້ແກ່ການຍົກສູງປະສິດທິຜົນການບໍລິຫານປະເທດ ແລະ ປະຕິບັດຄວາມ​ຍຸຕິທໍາໃນໂລກຢ່າງຫຼວງຫຼາຍ. ການປະຕິວັດອຸດສາຫະກໍາຄັ້ງທີສີ່ ແລະ ການພັດທະນາ​ຂອງເຕັກໂນໂລຊີດີຈີຕອນຢ່າງບໍ່ຢຸດຢັ້ງ ໄດ້ແລະກໍາລັງເຮັດໃຫ້ ການເຄື່ອນໄຫວຂອງ​ສານມີການປ່ຽນແປງຢ່າງເລິກເຊິ່ງ. ໃນພຶດຕິກໍາຕົວຈິງຂອງສາກົນໃຫ້ເຫັນວ່າ ສານ​​ໃນ​ຫຼາຍປະເທດໄດ້ຖືເປັນສໍາຄັນ ການໝູນໃຊ້ໄອທີທີ່ສຸດ ເພື່ອຍົກສູງປະສິດທິຜົນການ​ເຄື່ອນ​ໄຫວ. ໃນສະພາບການດັ່ງກ່າວ, ສານຫວຽດນາມມີແຜນນະໂຍບາຍຍູ້ແຮງການ​ໝູນ​ໃຊ້​ໄອ​ທີ, ​ໃຊ້​ປະ​ໂຫຍ​ດບັນດາໂອກາດຈາກການປະຕິວັດອຸດສາຫາກໍາຄັ້ງທີສີ່ຢ່າງສູງສຸດ ເພື່ອສ້າງສານເອເລັກໂຕຣນິກ - ໜຶ່ງໃນບັນດາໜ້ທີ່ສໍາຄັນ ຂອງຍຸດທະສາດປະຕິ​ຮູບ​ດ້ານໃນຂະແໜງການສານ.

ຄວາມຮັບຮູ້ກ່ຽວກັບສານເອເລັກໂຕຣນິກ

ທາດແທ້ຂອງສານເອເລັກໂຕຣນິກແມ່ນຫັນການເຄື່ອນໄຫວສ່ວນໜຶ່ງຂອງສານ ຈາກ ເທສະຕົວຈິງ ເປັນ ເທສະດິຈີຕອນ, ໃນນັ້ນ, ສິ່ງສໍາຄັນຕົ້ນຕໍ ແມ່ນການດໍາເນີນ, ຫັນເປັນດີທີ່ສຸດ ແລະ ພັດທະນາການເຄື່ອນໄຫວຈໍານວນໜຶ່ງບົນພື້ນຖານດິຈິຕອນ ເຊັ່ນ: ການບໍລິຫານພາຍໃນສານ; ເປີດເຜີຍການເຄື່ອນໄຫວຂອງສານ; ​ໃຫ້ບໍລິການ​ຄຸ​ລາການ​ແກ່ປະຊາຊົນ; ສະໜັບສະໜູນອຸປະໂພກຕ່າງໆເພື່ອຍົກສູງ ປະສິດທິຜົນການເຄື່ອນໄຫວ ຂອງນາມຕໍາແໜ່ງຕຸລາການຕ່າງໆ; ການເຊື່ອມຕໍ່ ແລະ ການ​ໃຊ້​ປະ​ໂຫຍ​ດຈາກຖານຂໍ້​ມູນຂອງບັນດາພື້ນຖານດິຈີຕອນແຫ່ງຊາດ; ​ໂດຍ​ສະ​ເພາະ​ກິດຈະກຳການດໍາເນີນຕະດີ​ທາງ​ເອ​ເລັກ​ໂຕຣນິກ.

ສານເອ​ເລັກ​ໂຕຣນິກນຳ​ມາ​ເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງຕໍ່ສານ, ປະຊາຊົນ ແລະ ສັງຄົມ, ລະອຽດຄື:

ທີໜຶ່ງ, ຊ່ວຍເພີ່ມສະມັດຕະພາບການອອກແຮງງານຂອງສານ. ມີການຮ້ອງ​ຟ້ອງ​ການດຳ​ເນີນ​ຄະດີຫຼາຍ​ຢ່າງ​ທີ່ປະຕິບັດດ້ວຍ​ວິທີ​ດັ້ງ​ເດີນທີ່ສິ້ນເປືອງຫຼາຍ​ທາງດ້ານເວລາ ແລະກຳລັງ​ຄົນ, ເມື່ອປະຕິບັດຜ່ານພື້ນຖານດິຈີຕອນ ຈະໄດ້ຫັນເປັນອັດຕະໂນມັດ ຫຼື ດໍາເນີນທາງໄກ (ຈາກຂອດຮັບເອົາໃບຮ້ອງຟ້ອງ, ຮັບເອົາສໍານວນຄະດີ ຈົນ​ເຖິງ​ຂອດ​ສິ້ນ​ສຸດຄະດີ). ຈາກນັ້ນ, ທັງເພີ່ມສະມັດຕະພາບການອອກແຮງງານຂອງສານ, ທັງ​ປະຢັດ​ກຳລັງ​ຄົນ ແລະ ເວລາ. ນີ້ກໍແມ່ນວິທີການແກ້ໄຂເອງ ເພື່ອປັບປຸງຄວາມຫຍຸ້ງຍາກ, ຄວາມກົດດັນ ເມື່ອຈໍານວນຄະດີໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແຕ່ຕ້ອງຫຼຸດຈຳນວນ​ພະນັກງານຕາມຄວາມຮຽກຮ້ອງຕ້ອງການລວມ.

ທີສອງ, ຊ່ວຍຜູ້ພິພາກສາມີການຕັດສິນຢ່າງຊັດເຈນ. ແທນທີ່ຕ້ອງສ້າງ​ສຳນວນ​ຄະດີ, ຄົ້ນຫາເອກະສານກົດໝາຍ ແລະ ດໍາເນີນວິຊາການຕ່າງໆ​ດ້ວຍມື, ສານເອເລັກ​ໂຕຣນິກ ບົນພື້ນຖານການໝູນໃຊ້ປັນຍາປະດິດ (AI) ແລະຂໍ້ມູນໃຫຍ່ (Big Data) ຈະຊ່ວຍຜູ້ພິພາກສາ ແລະ ສະໝຽນສານ ແກ້ໄຂສໍານວນຈະໄດ້ໄວກ່ວາ, ສະດວກຫຼາຍ​ກວ່າໃນການຄົ້ນຫາເອກະສານກົດໝາຍ ແລະ ລະບຽບການຕັດສິນຄະດີທີ່ກ່ຽວຂ້ອງ, ຄົ້ນຫາບັນດາຄະດີມີກໍລະນີດ້ານນິຕິກໍາທີ່ຄືກັນ. ຊໍ້າບໍ່ໜໍາ, ເຕັກໂນໂລຊີປັນຍາປະດິດຍັງ​ອະນຸຍາດໃຫ້ສ້າງຕັ້ງ ຜູ້ຊ່ວຍສະ​ເໝືອນ” ທີ່​ຊ່ງບ​ເຫຼືອ​ຢ່າງໄດ້​ການ​ໄດ້​ງານ​ໃຫ້ຜູ້​ພິພາກສາ ໃນຂະບວນການຄົ້ນຄວ້າທາບທາມ ແລະ ມີການຕັດສິນຢ່າງຖືກຕ້ອງຕາມ​ກົດໝາຍ, ໄວວາ ແລະ ຊັດເຈນ.

ທີສາມ, ປະຢັດເຫື່ອແຮງ, ເວລາ ແລະ ຄ່າໃຊ້ຈ່າຍຂອງປະຊາຊົນ. ແທນທີຕ້ອງ​ມາສໍານັກງານສານໃນໂມງການຢ່າງໂດຍກົງ, ສານເອເລັກໂຕຣນິກໄດ້ສ້າງເງື່ອນໄຂ​ໃຫ້​ແກ່ປະຊາຊົນປະຕິບັດບັນດາສິດ ແລະ ພັນທະຮ້ອງຟ້ອງຢູ່ທຸກສະຖານທີ່, ທຸກເວລາ ໂດຍຜ່ານພື້ນຖານດິຈີຕອນ (ສົ່ງໃບຮ້ອງຟ້ອງ, ສະໜອງຫຼັກຖານທາງໄກ ແລະ ອື່ນໆ). ປະຊາຊົນຍັງສາມາດນໍາໃຊ້ບັນດາບໍລິການຄົ້ນຫາຄຳຕັດສິນຂອງສານຕ່າງໆ, ຊ່ວຍວິໄຈ ແລະ ຄາດຄະເນຜົນການຮ້ອງຟ້ອງ ແລະ ອື່ນໆ. ຈາກນັ້ນ, ຈະຕັດສິນການຟ້ອງຄະດີ​ຂຶ້ນສານ ຫຼື ບໍ່ຟ້ອງຄະດີຂຶ້ນສານ, ຫຼີກເວັ້ນການສິ້ນເປືອງດ້ານເວລາ, ເຫື່ອແຮງ ແລະ ຄ່າໃຊ້ຈ່າຍ ເມື່ອມີບັນດາການຮ້ອງຟ້ອງ, ແກ່ງແຍ້ງທີ່ຕ້ອງຮັບການແກ້ໄຂຂອງສານ.

ທີສີ່, ແກ້ໄຂບັນດາກໍລະນີພິເສດຂອງການຮ້ອງຟ້ອງຢ່າງມີມະນຸດສະທໍາ. ສານ​ເອ​ເລັກ​ໂຕຣນິກໄດ້ສ້າງເງື່ອນໄຂໃຫ້ຜູ້ກ່ຽວ, ພະຍານ, ນັກກົດໝາຍຕ່າງໆ ຍ້ອນຫຼາຍ​ເຫດຜົນທີ່ແຕກຕ່າງກັນ ເຊັ່ນ: ໂລກພະຍາດ, ເຈັບເປັນ, ຢູ່ໄກ, ມີຄວາມຫຍຸ້ງຍາກ​ເສດຖະກິດ,... ບໍ່ສາມາດມີໜ້າຢູ່ສໍານັກງານສານຢ່າງໂດຍກົງ ແຕ່ຍັງສາມາດ​ເຂົ້າ​ຮ່ວມ​ວາລະພິພາກສາຂອງສານ. ພິເສດ, ສໍາລັບບັນດາຄະດີກໍ່ຄວາມເສຍຫາຍທາງຕັນຫາຕໍ່​ເດັກນ້ອຍ ຈະບໍ່ຮຽກໂຕເດັກນ້ອຍມາຫ້ອງພິພາກສາ, ການແຈ້ງທັງໝົດຂອງເດັກນ້ອຍຈະ​ໄດ້ດໍາເນີນທາງໄກ ເພື່ອຫຼີກເວັ້ນການພົບຈໍາເລີຍຢ່າງໂດຍກົງ, ຮັບປະກັນຄວາມລັບຊີວິດ​ສ່ວນຕົວ, ຫຼີກເວັ້ນຄວາມເສຍຫາຍຕໍ່ໄປດ້ານຈິດຕະສາດ, ກິດຕິຄຸນມະນຸດ, ກຽດສັກສີຕໍ່​ເດັກນ້ອຍ.

ທີຫ້າ, ການເປີດເຜີຍ ​ແລະ ​ ​ຄວາມ​ໂປ່​ງ​ໃສ​ຂອງ​ການ​ດໍາ​ເນີນ​ງານ​ຂອງ​ສານ​. ການ​ເປີດເຜີຍ ​ແລະ​ຄວາມ​ໂປ່​ງ​ໃສແມ່ນໜຶ່ງໃນບັນດາຄຸນລັກສະນະຂອງການພິພາກສາ. ສານເອເລັກໂຕຣນິກຈະຊ່ວຍຢ່າງໄດ້ການໄດ້ງານໃຫ້ແກ່ການເປີດເຜີຍ ​ແລະ​ຄວາມ​ໂປ່​ງ​ໃສ​ໃນການເຄື່ອນໄຫວທັງໝົດ, ຄວາມຄືບໜ້າ ແລະ ຜົນການພິພາກສາ, ສ້າງເງື່ອນໄຂ​ໃຫ້ປະຊາຊົນໄດ້ຕິດຕາມກວດກາຂະບວນການແກ້ໄຂຄະດີຂອງສານ. ຈາກນັ້ນ, ຍົກ​ສູງ​ອິດທິພົນຂອງສານຕໍ່ປະຊາຊົນ.

ທີຫົກ, ເພີ່ມຄວາມສາມາດໃນການຄຸ້ມຄອງ ແລະ ການຕິດຕາມກວດກາ​ໃນ​ລະບົບສານ. ສານເອເລັກໂຕຣນິກຈະຊ່ວຍໃຫ້ແກ່ວຽກງານຄຸ້ມຄອງ, ການຊີ້ນໍາຂອງ​ສານ​ປະຊາຊົນສູງສຸດ ຕໍ່ລະບົບສານ, ຂອງສານຂັ້ນເທິງ ຕໍ່ສານຂັ້ນລຸ່ມ ຢ່າງໄດ້ການໄດ້ງານ. ພິເສດ, ໄດ້ປະກອບສ່ວນເຂົ້າໃນການເພີ່ມຄວາມສາມາດ ຕິດຕາມກວດກາຄວາມ​ຄືບ​ໜ້າ​ໃນ​ການແກ້ໄຂຄະດີພາຍໃນລະບົບສານ, ເພີ່ມຄວາມ​ໂປ່​ງ​ໃສ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ ຢ່າງມີປະສິດທິຜົນ.

ທີແຈັດ, ປະຢັດໃຫ້ແກ່ງົບປະມານ. ສານເອເລັກໂຕຣນິກ ບົນພື້ນຖານການໝູນໃຊ້ ໄອທີຢ່າງແຂງແຮງ ຈະຊ່ວຍປະຢັດງົບປະມານພໍສົມຄວນ. ຕາມການຄິດໄລ່ຂອງ​ຜູ້​ຊ່ຽວຊານ, ການຜັນຂະຫຍາຍສານເອເລັກໂຕຣນິກຈະປະຢັດແຕ່ 10% ຫາ 15% ຄ່າໃຊ້ຈ່າຍການເຄື່ອນໄຫວຂອງສານ. ການຈັດບັນດາກອງປະຊຸມ, ກອງປະຊຸມສໍາມະ ນາ, ບັນດາຊຸດຝຶກອົບຮົມດ້ານວິຊາການ ດ້ວຍລະບົບທາງໄກ ເຊື່ອມຕໍ່ຫຼາຍສະຖານທີ່ ຈະສ້າງເງື່ອນໄຂເປີດກ້ວາງພາກສ່ວນເຂົ້າຮ່ວມຂອງຜູ້ພິພາກສາ, ພະນັກງານສານ ໃນທົ່ວປະເທດ ເພື່ອແລກປ່ຽນວິຊາສະເພາະ, ຍົກສູງລະດັບຄວາມຮູ້ ເຊິ່ງບໍ່ໄດ້ເຮັດໃຫ້​ເພີ່ມຄ່າໃຊ້ຈ່າຍໃນການໄປມາ, ຄ່າເດີນທາງທຸລະກິດ, ແລະຍັງ​ໄດ້​ປະຢັດ​ເວລາ​ອີກ​ດ້ວຍ...

ບົດຮຽນຂອງສານກົນກ່ຽວກັບສານເອເລັກໂກ

ການສ້າງສານເອເລັກໂຕຣນິກໄດ້ກາຍເປັນທ່າອ່ຽງຂອງທົ່ວໂລກ. ໃນພຶດຕິກໍາຕົວ​ຈິງຂອງສາກົນໃຫ້ເຫັນວ່າ ຫຼາຍປະເທດໄດ້ຖືເປັນສໍາຄັນການໝູນໃຊ້ໄອທີເຂົ້າໃນການ ເຄື່ອນໄຫວຕຸລາການແຕ່ຫົວທີ ແລະ ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການສ້າງ ສານເອເລັກໂຕຣນິກ (ເຊັ່ນ: ອາເມລິກາ, ອົດສະຕາລີ, ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ, ຈີນ ແລະອື່ນໆ). ຕັ້ງແຕ່ການ​ໃຫ້​ບໍລິການດ້ານຕຸລາການທາງໄກ, ສົ່ງທາງ​ເອ​ເລັກໂຕຣນິກ, ສະໜອງແລະຮັບເອົາຫຼັກຖານດ້ວຍຮູບການທາງໄກ ຈົນເຖິງການ​ພິພາກສາທາງໄກ,... ລ້ວນແຕ່ໄດ້ບັນດາປະເທດດັ່ງກ່າວປະຕິບັດຢ່າງເປັນປະຈໍາ ແລະ ກໍາລັງປ່ຽນແທນການເຄື່ອນໄຫວຮ້ອງຟ້ອງແບບດັ້ງ​ເດີມເທື່ອລະກ້າວ.

ສານໃນປະເທດຕ່າງໆໄດ້ຜັນຂະຫຍາຍຊອບ​ແວ​ການ​ດໍາ​ເນີນ​ຄະ​ດີ​ເອ​ເລັກ​ໂຕຣ​ນິກ​ ບົນພື້ນຖານຄວາມທັນສະໄໝຢ່າງຫຼວງຫຼາຍ ເພື່ອຊ່ວຍເຫຼືອປະຊາຊົນ ປະຕິບັດບັນດາ ການເຄື່ອນໄຫວຮ້ອງຟ້ອງບົນພື້ນຖານດິຈີຕອນ (ຈາກການສົ່ງໃບຮ້ອງຟ້ອງ, ສະໜອງ​ຫຼັກຫຼັກຖານທາງໄກ ຈົນເຖິງເວລາສຳເລັດການພິພາກສາ). ບັນດາຊອບແວດັ່ງກ່າວ ໄດ້ອະນຸຍາດໃຫ້ປະຊາຊົນຕິດຕາມກວດກາຄວາມຄືບໜ້າການແກ້ໄຂຄະດີຂອງສານ, ຈາກນັ້ນ, ໄດ້ເຮັດໃຫ້ເພີ່ມຂໍ້ສະດວກ, ຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈຂອງ​ປະຊາຊົນ. ພ້ອມດຽວກັນນັ້ນ, ສານຂອງ​ຫຼາຍປະເທດໄດ້ຜັນຂະຫຍາຍ ຊອບແວດຳ​ເນີນ​ຄະດີອັດສະລິຍະຫຼາຍຢ່າງ ເພື່ອສະໜັບສະໜູນ​ສູງ​ສຸດ​ໃຫ້ຜູ້ພິພາກສາ ໃນຂະບວນການ​ຄົ້ນຄ້ວາ, ແກ້ໄຂຄະດີ (ເຊັ່ນ: ການສ້າງສຳນວນຄະດີອັດຕະໂນມັດ; ຊອກຫາ, ຄົ້ນຫາ ເອກະສານກົດໝາຍ; ສ້າງເອກະສານນິຕິກໍາເອງ; ສົ່ງເອກະສານຂອງສານ ທີ່ເປັນຂໍ້​ຕົກລົງວ່າດ້ວຍການຮ້ອງຟ້ອງຕ່າງໆ; ພິສູດຢັ້ງຢືນຂໍ້ມູນຂ່າວສານ; ຂຽນຄຳຕັດສິນຂອງ​ສານ ແລະອື່ນໆ). ຢູ່ບັນດາປະເທດດັ່ງກ່າວ ເມື່ອສ້າງໄດ້ສານເອເລັກໂຕຣນິກທີ່​ທັນ​ສະ​ໄໝ ໄດ້ຊ່ວຍຫຼຸດເວລາແກ້ໄຂຄະດີປະມານ 50%. ສານຂອງບັນດາປະເທດຍັງ​ໃຊ້​ປະ​ໂຫຍ​ດຈາກ​ຄວາມ​ສຳ​ເລັດ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານຢ່າງ​ເຕັມທີ່ ​ເພື່ອ​ຮັບ​ໃຊ້​ວຽກ​ງານຄຸ້ມຄອງ, ຊີ້ນຳ ​ແລະ ການບໍລິຫານ; ບັນດາຊອບແວການ​ຄຸ້ມຄອງ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ແລະ ​ໃຊ້​ງານ​ເປັນ​ຈຳນວນຫຼາຍ, ຈາກນັ້ນ, ໄດ້ຊ່ວຍໃຫ້ວຽກງານຄຸ້ມ​ຄອງ​ໃນ​ທົ່ວ​ລະບົບສານໄດ້ຄ່ອງ​ຕົວຕະຫຼອດ, ທັນທ່ວງທີ ແລະ ມີວິທະຍາສາດ. ຄວາມທັນສະ​ໄໝ​ຂອງສານເອເລັກໂຕຣນິກ ໄດ້ບັນດາປະເທດໝູນໃຊ້ເຂົ້າໃນວຽກງານຄຸ້ມຄອງບຸກຄະລາ​ກອນ, ກໍ່ສ້າງ, ບຳລຸງ, ຝຶກອົບຮົມວິຊາສະເພາະ ໃຫ້ແກ່ຜູ້ພິພາກສາຢ່າງແຂງແຮງ. ໃນນັ້ນ, ຂໍ້ມູນຂ່າວສານທັງໝົດຂອງຜູ້ພິພາກສາ, ພະນັກງານສານ ຕັ້ງແຕ່ເວລາ ໄດ້ຮັບສະໝັກ, ແຕ່ງຕັ້ງ, ເລື່ອນຂັ້ນ ແລະ ໃນຕະຫຼອດຂະບວນວິວັດການເຮັດວຽກ ລ້ວນແຕ່ໄດ້​ເກັບ​ເປັນສຳເນົາ, ອັບເດດຢ່າງເປັນປະຈຳ ເພື່ອຮັບໃຊ້ວຽກງານຄຸ້ມຄອງ ແລະ ຕີລາຄາພະນັກງານ. ແນ່ນອນວ່າ ການໝູນໃຊ້ໄອທີ, ສ້າງສານເອເລັກໂຕຣນິກ ໄດ້ກາຍເປັນຄວາມຕ້ອງການ ແລະ ທ່າອ່ຽງທີ່ບໍ່ສາມາດປີ້ນກັບ ຂອງ​ສານ​​ໃນ​ທຸກ​ປະ​ເທດ​ໃນ​ໂລກ. ນີ້ກໍແມ່ນຄວາມຮຽກຮ້ອງພາວະວິໄສ ຂອງຂະບວນວິວັດ ແຫ່ງການພັດທະນາ ລະບົບຕຸລາການຢູ່ທຸກໆປະເທດ ໃນສະພາບການປະຈຸບັນ.

ທິດທາງ​ການສ້າງສານເອເລັກໂຕຣນິກ ຢູ່ຫວຽດນາມ

ການ​ກໍ່ສ້າງສານເອເລັກໂຕຣນິກ ​ເພື່ອການບັງຄັບໃຊ້ ແລະ ປັບປຸງຄວາມສາມາດ ໃນການຄຸ້ມຄອງສານບົນ​ພື້ນຖານດິຈີຕອນ.

ການສ້າງສານເອເລັກໂຕຣນິກເພື່ອປະຕິບັດການຄຸ້ມ​ຄອງສານບົນພື້ນຖານດິຈີຕອນ (ເປັນລະບົບ), ຈາກນັ້ນ, ຍົກສູງປະສິດທິຜົນການຄຸ້ມ​ຄອງ​ພາຍໃນສານ. ການໝູນໃຊ້ ເຕັກໂນໂລຊີດິຈີຕອນອະນຸຍາດໃຫ້ສານຄຸ້ມຄອງບັນດາຂົງເຂດ ດັ່ງນີ້:

ທີໜຶ່ງ, ຄຸ້ມຄອງກິດ​ຈະ​ກໍາ​ການ​ດໍາ​ເນີນ​ຄະ​ດີ​. ກິດ​ຈະ​ກໍາຂັ້​ນຕອນ​ທັງ​ໝົດ, ຕັ້ງ​ແຕ່​ການ​ຮັບ​ຄຳຮ້ອງ, ການ​ຈັດການສຳນວນຄະດີ, ການແບ່ງງານໃນການແກ້ໄຂຄະດີ  ຈົນເຖິງການ​ຢຸດຕິ​ຂໍ້​ຕົກລົງ ​ແລະ ການພິຈາລະ​ນາຄະ​ດີ ຈະໄດ້ຮັບ​ການ​ອັບ​ເດດ​ໂດຍ​ອັດຕະ​ໂນ​ມັດ​ບົນລະບົບ. ລະບົບນີ້ ບໍ່ພຽງແຕ່ມີລັກສະນະການເກັບຮັກສາແລະການກວດ​ສອບ​ເທົ່ານັ້ນ, ແຕ່ຍັງຄໍາເຕືອນ ​ແລະ​ເຕືອນ​ຄວາມຈຳ​ໃນທັນທີ ເພື່ອຊ່ວຍຜູ້ພິພາກສາ ແລະຜູ້ຈັດການ, ເພື່ອຫຼີກລ້ຽງຄວາມສ່ຽງຂອງການລະເມີດແລະຂໍ້ຜິດພາດ (ເຊັ່ນ: ການ​ບໍ່​ສົ່ງເອກະສານທາງ​ກົດໝາຍ ຫຼືໃກ້ສິ້ນ​ສຸດ​ໄລ​ບະເວລາ​ໃນການດຳເນີນ​ການ, ການລະ​ເມີດກຳນົດເວລາການຮ້ອງຟ້ອງ ແລະອື່ນໆ).

ທີສອງ, ການຄຸ້ມຄອງບຸກຄະລາກອນ. ທຸກຂໍ້ມູນຂ່າວສານກ່ຽວກັບບຸກຄະລາກອນ, ຕັ້ງ​ແຕ່​ການຮັບສະໝັກ, ແຕ່ງຕັ້ງ ແລະ ໃນຕະຫຼອດຂະບວນວິວັດແຫ່ງການເຮັດວຽກ ຈະ ໄດ້ອັບເດດ​ໂດຍ​ອັດຕະ​ໂນມັດບົນລະບົບ. ການພັດທະນາແລະໃຊ້ຊອບແວ​ເພື່ອຕິດຕາມ​ກວດກາ ​ແລະ ປະ​ເມີນຜູ້ພິພາກສາ (ອີງ​ຕາມ​ມາດ​ຖານ​ທີ່​ກໍາ​ນົດ​ໄວ້​ສໍາ​ລັບ​ການ​ປະ​ເມີນ​ຄຸນ​ນະ​ພາບ​ຂອງ​ຜູ້​ພິ​ພາກ​ສາ). ຕາມກຳນົດເວລາ 6 ເດືອນ ຫຼື ປະຈຳປີ, ພື້ນຖານການ​ຕິດຕາມກວດກາອັດຕະໂນມັດດັ່ງກ່າວ ຈະປະ​ເມີນຜູ້ພິພາກສາ ແລະ ສົ່ງແຈ້ງການ​ໃຫ້ການນຳ ເພື່ອຮັບໃຊ້ວຽກງານຄຸ້ມຄອງ, ບໍລິຫານ; ພ້ອມດຽວກັນນັ້ນ, ​ໄດ້​ສົ່ງ​ໃຫ້​ຜູ້​ພິພາກສາແຕ່ລະຄົນ ເພື່ອໃຫ້ເຂົາຮູ້ວ່າ ຕົນເອງພວມຖືກຈັດປະເພດໃນລະດັບໃດ, ຖືກ ຫຼຸດຄະແນນໃນບັນດາຕົວຊີ້ວັດໃດ ແລະ ເພື່ອຈະມີວິທີການປັບປຸງ.

ທີສາມ, ການຄຸ້ມຄອງ ແລະ ການ​ເກັບສຳເນົາສຳນວນ. ສຳນວນບັນທຶກ​ດັ້ງເດີມທັງ​ໝົດ ຈະໄດ້ຮັບ​ການຄຸ້ມຄອງ ແລະ ​ເກັບ​ໄວ້​ໃນຖານຂໍ້ມູນຂະໜສດ​ໃຫຍ່​ຂອງ​ພື້ນຖານດິຈີຕອນ, ກ່ອນອື່ນໝົດແມ່ນ ​ໃຫ້​ບຸລິມະສິດ​ການ​ຫັນ​ເອກະສານບັນທຶກ​ການດຳ​ເນີນ​ຄະດີເປັນດິຈີຕອນ. ການອັບເດດ​ເອກະສານ​ບັນທຶກ​ທີ່​ເກັບ​ຖາວອນ​ເປັນປະຈຳບົນ​ພື້ນຖານ​ດິຈີ​ຕອນ​ຈະ​ຊ່ວຍ​ໃຫ້​ເອກະສານ​ບັນທຶກ​ບໍ່​ເສຍ​ຫາຍ ​ໃນ​ໄລຍະ​ຍາວ ປະຢັດຊັບພະຍາກອນມະນຸດແລະວັດ​ສະດຸ, ມີບົດບາດສຳຄັນ​ໃນ​ການຄຸ້ມຄອງ, ນຳໃຊ້, ວິ​ເຄາະ ແລະ ການຄາດຄະເນການນຳໃຊ້ເຕັກໂນໂລຊີປັນຍາປະດິດ. 

ທີສີ່, ການຝຶກ​ອົບຮົມ​ ແລະ ​ການບຳລຸງສ້າງພະນັກງານ. ເຕັກໂນໂລຊີຈໍ້​ມູນ​ຂ່າວສານອະນຸຍາດໃຫ້ຈັດກອງປະຊຸມອອນໄລນ໌, ກອງປະຊຸມສຳມະນາ, ຊຸດກໍ່ສ້າງ, ຝຶກ​ອົບ​ຮົມ​ຕ່າງໆໃນລະບົບສານດ້ວຍຮູບການທາງໄກ, ທັງຊ່ວຍເປີດກ້ວາງພາກສ່ວນ​ເຂົ້າ​ຮ່ວມ, ທັງປະຢັດເວລາ, ຄ່າໃຊ້ຈ່າຍ. ປະລິມານຄວາມຮູ້ອັນຫຼວງຫຼາຍ ​ໃນ​ລະບົບ​ສານ​ເອ​ເລັກ​ໂຕຣນິກ ກໍແມ່ນແຫຼ່ງເອກະສານທີ່ລ້ຳຄ່າໃຫ້ແກ່ການກໍ່ສ້າງ, ຄົ້ນຄ້ວາວິທະຍາສາດ​ກົດໝາຍ ດ້ວຍຕົນເອງຂອງພະນັກງານສານ. ວຽກງານ​ການ​ຝຶກ​ອົບຮົມສາມາດປະຕິບັດ​ໄດ້ບົນພື້ນຖານການຝຶກ​ອົບຮົມດິຈີຕອນ, ຮັບປະກັນບັນດາຕົວຊີ້ວັດກ່ຽວ​ກັບ​ສະມັດ​ຕະພາຍ - ຄຸນ​ນະ​ພາບ - ປະ​ສິດ​ທິ​ຜົນ ໃນຂອບເຂດທົ່ວປະເທດ ສຳລັບພະນັກງານ ແລະ ນັກສຶກສາທັງໝົດໃນລະບົບສານ.

ທີຫ້າ, ຮັບໃຊ້ວຽກງານສະຖິຕິ. ການໝູນໃຊ້ເຕັກໂນໂລຊີດິຈີຕອນ ພື່ອຮັບໃຊ້ການ​ລາຍງານ​ເປັນໄລຍະແລະບໍ່ສະຫມໍ່າສະເຫມີ, ວິເຄາະ ແລະ ປະມວນຜົນຂໍ້ມູນສະຖິຕິ ເພື່ອຕອບສະຫນອງຄວາມຕ້ອງການທີ່ເພີ່ມຂຶ້ນ ຂອງການຄຸ້ມຄອງ. ຂະບວນວິວັດການ​ຫັນເປັນດິຈີຕອນຈະສ້າງຄັງຂໍ້ມູນຂະໜາດໃຫຍ່ຂອງສານ, ຮັບໃຊ້ໃຫ້ແກ່ການສະຫຼຸບພຶກ​ຕິ​ກຳການ​ພິສາລະ​ນາຄະ​ດີ, ກວດພົບຊ່ອງ​ໂວ່ທາງກົດໝາຍ, ການລະເມີດທີ່​ພົບ​ຫຼາຍ ​ແລະ ກົດ​ເກນການເຄື່ອນໄຫວຂອງອາດຊະຍາກຳ, ປະ​ເມີນ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ປ້ອງ​ກັນ​ແລະຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ, ຊ່ວຍປະຢັດເວລາ, ຊັບພະຍາກອນ​ມະນຸດ ແລະ ເຮັດໃຫ້ມີປະສິດທິຜົນສູງທີ່ສຸດ.

ທີຫົກ, ການຄຸ້ມຄອງພື້ນຖານວັດຖຸ, ອຸປະກອນ, ການເງິນໃນລະບົບສານ ເພື່ອ ຄຸ້ມຄອງຢ່າງແໜ້ນແຟ້ນ, ຖືກຕາມຂໍ້ກຳນົດຂອງກົດໝາຍ, ເສີມຂະຫຍາຍປະສິດທິຜົນ ການນຳໃຊ້, ຫຼີກລ່ຽງການຟູມເຟືອຍ ຫຼື ເສຍຫາຍ.

ການ​ກໍ່ສ້າງສານເອເລັກໂຕຣນິກ ເພື່ອສະໜອງບໍລິການຕຸລາການສາທາລະນະ ເພື່ອຮັບໃຊ້ປະຊາຊົນໄດ້ດີຂຶ້ນກ່ວາເກົ່າ.

ໜຶ່ງໃນບັນດາເປົ້າໝາຍສຳຄັນຂອງສານເອເລັກໂຕຣນິກ ແມ່ນຫັນໄປສູ່ການຮັບໃຊ້ ປະຊາຊົນ, ສະໜອງບໍລິການຕຸລາການສາ​ທະນະ​ລະນະທີ່ທັນສະໄໝ, ສະດວກ ແລະ ປະຢັດ ໃຫ້ປະຊາຊົນ. ​ໂດຍ​ສະ​ເພາະ ບໍລິການສາທາລະນະ​ປະ​ເພດ​ຕ່າງໆ ດັງຕໍ່​ໄປນີ້:

1- ສົ່ງ​ແລະຮັບຄຳຮ້ອງ, ເອກະສານ, ຫຼັກຖານ ແລະ ອອກ ສົ່ງ, ​ແຈ້ງ​ໝັງ​ສື​ຂອງ​ສານ ດ້ວຍ​ວິທີ​ການ​ທາງເອເລັກໂຕຣນິກ. ຫຼັງຈາກສຳເລັດການມອບ​ຮັບສຳນວນ​ແລ້ວ, ລະບົບຈະ​ໃຫ້​ລະຫັດການ​ຮັບ ເພື່ອໃຫ້ບຸກຄົນ​ແລະວິສາຫະກິດສາມາດຕິດຕາມ​ກວດກາຂະບວນການຈັດການ ແກ້ໄຂຂອງສານ​ໄດ້ຢ່າງງ່າຍດາຍ. ການອອກ, ສົ່ງ, ແຈ້ງເອກະສານຂອງສານສາມາດປະຕິບັດໄດ້ ໂດຍຜ່ານອຸປະກອນເອເລັກ​ໂຕຣນິກສ່ວນ​ບຸກຄົນເຊັ່ນ: ໂທລະສັບ, ຄອມພິວເຕີ,…ຢ່າງໄວວາແລະສະດວກ.

2- ລົງທະບຽນອອນໄລນ໌ອັດສໍາລັບສໍາເນົາຄໍາພິພາກສາແລະເອກະສານໃນຄະດີ. ໃນນັ້ນ, ບັນດາອົງການ, ການຈັດຕັ້ງ, ປະຊາຊົນບໍ່ຈໍາເປັນຕ້ອງໄປສໍານັກງານສານ, ແຕ່ສາມາດຍື່ນຄໍາຮ້ອງຂໍສໍາເນົາຄໍາຕັດສິນຂອງສານ ແລະ ເອກະສານໃນຄະດີ ​ໄດ້​ທຸກ​ເວລາ ແລະ ສະຖານທີ່.

3- ສົ່ງຄ່າທຳນຽມສານ, ຄ່າທຳນຽມ, ຄ່າປັບທາງ​ອອນ​ໄລນ໌. ຜ່ານລະບົຍນີ້, ຜູ້​ເຂົ້າ​ຮ່ວມ​ຂັ້ນ​ຕອນ​ການຮ້ອງຟ້ອງ ສາມາດຊໍາລະຄ່າທໍານຽມສານ, ຄ່າທໍານຽມ ແລະ ຄ່າ​ປັບທາງອອນໄລນ໌ ຕາມທີ່ກົດໝາຍກຳນົດ ຫຼືຕັດສິນໃນຄໍາພິພາກສາ ​ໂດຍ​ບໍ່​ຕ້ອງ​ໄປ​ທີ່​ການຄັງຂອງລັດ.

4- ຄົ້ນຫາຂໍ້ມູນກ່ຽວກັບຄະດີ ເຊັ່ນ: ໜັງສືແຈ້ງການຮັບຄະດີ ຫຼື​ກໍລະນີ, ຂໍ້​ຕັດສິນ​ຕົກລົງມອບ​ໝາຍ​ໃຫ້​ຜູ້​ພິພາກສາ​ຈັດການ, ຕາຕະລາງການເປີດກອງປະຊຸມ ​ແລະ​ການ​ປະຊຸມ​ສານ; ການດຳເນີນຄະດີ ແລະ ຂໍ້ມູນອື່ນໆ. 

5- ສະໜອງ​ຄໍາ​ຕັດ​ສິນ​​ຂອງສານທີ່​ມີ​ຜົນ​ບັງຄັບ​ໃຊ້ ເພື່ອໃຫ້ປະຊາຊົນທາບທາມ, ວິໄຈກໍລະນີຕ່າງໆດ້ານນິຕິກຳທີ່ຄືກັນ, ຈາກນັ້ນ, ມີການຕັດສິນ​ໃຈດ້ານຕຸລາການ, ຄາດຄະເນດ້ານຕຸລາການຢ່າງສະຫຼາດ ແລະ ຖືກຕ້ອງຕາມກົດໝາຍ. ບັນ​ພື້ນຖານ​ນັ້ນ, ຈະ​ໃຊ້​ສິດທິ ແລະ ພັນທະຂອງພົນລະເມືອງ ເຊັ່ນ: ສິດທິ​ໃນ​ການຟ້ອງ, ອຸທອນ, ປະມານ,… ເຂົ້າຮ່ວມການເຄື່ອນໄຫວຕິດຕາມກວດກາດ້ານຕຸລາການຢ່າງມີປະສິດທິຜົນ.

6- ​ໃຫ້ບໍລິການຄໍາປຶກສາດ້ານກົດໝາຍ. ການໃຊ້ປັນຍາປະດິດມາສ້າງ “ທີ່​ປຶກສາ​ສະ​ເໝືອນ” ​ເພື່ອຊ່ວຍປະຊາຊົນຄົ້ນຫາລະບົບກົດໝາຍ, ຕອບຄຳຖາມກ່ຽວກັບຂັ້ນຕອນ ​ແລະລະບຽບການແກ້ໄຂຄະດີ. ສືບຕໍ່ພັດທະນາການບໍລິການສາທາ​ລະຍະ​ອອນ​ໄລນ໌​ອື່ນໆ​ຂອງສານ ແລະ ຜັນຂະຫຍາຍຊ່ອງທາງການ​ປະຕິ​ສຳພັນອອນ​ໄລນ໌ ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ, ຕິດຕາມກວດກາການ​ເຄື່ອນ​ໄຫວ​ພິຈາລະນາ​ຄະດີ ​ແລະ​ການ​ຕັດສິນ​ຄະດີ​ຂອງສານ ແລະ ສົ່ງຂໍ້​ສະ​ເໜີ​ແນະ​ໄປໃຫ້ສານ.

ການສ້າງສານເອເລັກໂຕຣນິກ ເພື່ອຊ່ວຍຜູ້ພິພາກສາຍົກສູງປະສິດທິຜົນ ແລະ ຄຸນນະພາບການເຄື່ອນໄຫວ.

ການສ້າງສານເອເລັກໂຕຣນິກທີ່ໝູນໃຊ້​ເຕັກ​ໂນ​ໂລຊີຂໍ້​ມູນ​ຂ່າວສານ ​ແລະ​ປັນຍາ​ປະດິດຢ່າງແຂງແຮງ ເພື່ອຊ່ວຍຜູ້ພິພາກສາ​ໃນ​ການແກ້ໄຂຄະດີ​ໄດ້ຢ່າງຖືກຕ້ອງ ແລະ ຫຼຸດ​ແຮງກົດດັນໃນການເຮັດວຽກ. ທ້າ​ທຍທີ່​ສຸດແລ້ວ, ຄຸນນະພາບການເຄື່ອນ​ໄຫວ​ຂອງ​ສານຖືກກຳນົດໂດຍຜູ້ພິພາກສາເອງ, ສະນັ້ນ, ຍົກສູງຄຸນນະພາບການເຄື່ອນ​ໄຫວ​ຂອງ​ຜູ້​ພິພາກສາແມ່ນໜ້າທີ່ສໍາຄັນທີ່ສຸດ. ໃນປະຈຸບັນ, ສານປະຊາຊົນສູງສຸດໄດ້ນໍາໃຊ້ “ຜູ້​ຊ່ວຍ​ສະ​ເໝືອນ” ເພື່ອ​ໃຫ້​ບໍລິການອັດສະລິຍະ​ເພື່ອຊ່ວຍ​ເຫຼືອຜູ້ພິພາກສາ. “ຜູ້​ຊ່ວຍ​ສະ​ເໝືອນ” ເຮັດໜ້າທີ່ເປັນເລຂາສ່ວນຕົວ, ​ໄດ້​ຕິດໂປແກຣມ​ເພື່ອເຂົ້າໃຈກົດໝາຍແລະຄວາມ​ຊ່ຽວຊານ​ແລະວິຊາຊີບຂອງສານ, ເຮັດວຽກຕະຫຼອດ 24 ຊົ່ວໂມງ ແລະ ຢູ່ຄຽງ​ຂ້າງ​ຜູ້​ພິພາກສາ, ສົນທະນາກັບຜູ້ພິພາກສາດ້ວຍພາສາເວົ້າຫຼືພາສາຂຽນ ໂດຍຜ່ານ​ໂທລະສັບມື​ຖື, ຄອບພິວເຕີສ່ວນບຸກຄົນ ຈິ່ງສະດວກທີ່ສຸດ, ຊ່ວຍ​ໃຫ້ຜູ້ພິພາກສາແກ້ໄຂວຽກ​ງານ​ໄດ້​ຢ່າງ​ໄວວາ. ຄາດ​ວ່າ  ຜູ້ຊ່ວຍສະ​ເໝືອນ” ຈະ​ເປັນ​ຈຸດ​ສະຫວ່າງ​ຂອງ​ຕຸລາການ​ໃນ​ຍຸກ​ປະຕິວັດອຸດສາຫະກໍາຄັ້ງທີສີ່ ແລະ ເປັນເຄື່ອງມືຊ່ວຍວຽກໃຫ້ແກ່ຜູ້ພິພາກສາຢ່າງ​ໄດ້​ການ​ໄດ້​ວານ. “ຜູ້ຊ່ວຍສະ​ເໝືອນສະຫນັບສະຫນູນຜູ້ພິພາກສາ​ໂດຍ​ຜ່ານລັກສະນະ​ດັ່ງ​ຕໍ່​ໄປ​ນີ້:

- ແນະນໍາລະບົບກົດໝາຍທີ່ກ່ຽວຂ້ອງເພື່ອແກ້ໄຂຄະດີ. ໃນນັ້ນ, ມັນສາມາດ​ແນະນໍາກົດໝາຍ, ລັດຖະດໍາລັດ, ຈົດໝາຍລັດຖະບານ, ດໍາລັດຕ່າງໆ... ໃນແຕ່ລະຂໍ້, ມາດຕາ ແລະ ວັນ​ທີ່​ເອກະສານ​ມີ​ຜົນບັງຄັບ​ໃຊ້​ນັ້ນສອດຄ່ອງກັບເວລາຂອງຄະດີ.

- ແນະນໍາສະຖານະ​ການ​ທາງ​ກົດໝາຍທີ່ຄ້າຍຄື​ກັນ ​ເຊິ່ງສະຫຼຸບ​ໂດຍສະພາ​ຕຸລາການສານປະຊາຊົນສູງສຸດ ຜ່ານພຶດຕິກໍາການພິຈາລະ​ນາຄະ​ດີແລະ​ໃຫ້ຄໍາຕອບ.

- ແນະນໍາບັນດາ​ແບບການຕັດສິນຄະດີທີ່ກ່ຽວຂ້ອງ.

- ແນະນໍາບັນດາຄໍາຕັດສິນທີ່ຄ້າຍຄືກັນ​ເຊິ່ງໄດ້ມີຜົນບັງຄັບ​ໃຊ້​ຂອງກົດໝາຍ. ບັນດາຄໍາຕັດສິນຂອງສານທີ່ໄດ້ຮັບການແນະນໍາເພື່ອທາບທາມຕາມລໍາດັບຄວາມ​ຊອບ: ຄຳພິພາກສາຂັ້ນສານລົບລ້າງຂອງສະພາຜູ້ພິພາກສາສານປະຊາຊົນສູງສຸດ, ຄຳພິພາກ ສາຂັ້ນສານລົບລ້າງຂອງ 3 ສານປະຊາຊົນຂັ້ນສູງ ແລະ ຄໍາຕັດສິນຂອງສານອື່ນໆ.

- ຊ່ວຍສ້າງແຜນການແກ້ໄຂຄະດີ,​ ສ້າງ ແລະ ຄຸ້ມຄອງສໍານວນຄະດີ​ເອ​ເລັກ​ໂຕຣນິກ, ຫັນເປັນດິຈີຕອນ ແລະ ສັບຊ້ອນສໍານວນ ຕາມແຕ່ລະປະເພດ​ເອກະສານ​ຂອງ​ຄະດີ ເພື່ອ​ໃຫ້ສະດວກໃນການຄົ້ນຄ້ວາ; ຊ່ວຍຄຸ້ມຄອງວຽກງານ, ​ແຈ້​ງເຕືອນ, ປະກາດ ແລະ ເຕືອນຄວາມ​ຈຳ.  

- ສ້າງເອກະສານທາງ​ກົດໝາຍ​ຕົວຢ່າງ​ໂດຍ​ອັດຕະ​ໂນ​ມັດ ຕາມກົດໝາຍວ່າ​ດ້ວນ​ການຮ້ອງຟ້ອງ (ເຊັ່ນ: ໃບຮຽກໂຕ, ການຕັດສິນ​ກັດ​ຂັງ​ຊົ່ວຄາວ, ການ​ຕັດສິນຕົກລົງນຳ​ຄະດີ​ສູ່​ການພິພາກສາຄະດີ ແລະອື່ນໆ); ຊ່ວຍຂຽນສ່ວນ​ໜຶ່ງຂອງຄຳ​ພິພາກສາ. ຈາກ​ນັ້ນ, ຊ່ວຍຫຼຸດພາລະ​ງານ​ໄດ້​ເຖິງ 30% ເມື່ອທຽບການປະຕິບັດງານແບບ​ເດີມ.

- ຊ່ວຍວິໄຈຂໍ້ມູນ, ພິສູດຢັ້ງຢືນຂໍ້ມູນຂ່າວສານ ແລະ ກວດພົບບັນດາຄວາມຜິດ ພາດໃນຄໍາຕັດສິນຂອງສານ, ຂໍ້ຕົກລົງຕ່າງໆຂອງສານ. ລະບົບດັ່ງກ່າວອະນຸຍາດ​ໃຫ້​ວິ​ໄຈຂໍ້ມູນຂອງຄະດີຢ່າງ​ເລິດ​ເຊິ່ງ, ຊ່ວຍກວດກາຫຼັກຖານ; ກວດພົບຄວາມ​ຕ້ອງການ​ຮ້ອງ​ຟ້ອງທີ່ຖືກປະຂ້າມ; ກວດພົບບັນດາຈຸດຜິດໃນການຄັດມາດຕາຂອງກົດໝາຍມາອ້າງອີງ; ວິໄຈຄໍາຕັດສິນຂອງສານ ແລະ ປັບຈຸດຜິດດ້ານເຕັກນິກ; ກວດພົບຈຸດຜິດດ້ານໂລຊິກ​ໃນ​ເອກະສານ ເຊິ່ງຜ່ານການສໍາຜັດໂດຍກົງຈະກວດພົບໄດ້ຍາກ.

- ໃນໄລຍະພັດທະນາຕໍ່ໄປ, ມັນມີຄວາມສາມາດວິໄຈ, ອ້າງເຫດຜົນ ແລະ ມີບັນ ດາການເຈາະຈີ້ມ, ຄາດຄະເນດ້ານກົດໝາຍທີ່ຊັດເຈນພໍສົມຄວນ, ຊ່ວຍຜູ້ພິພາກສາມີ​ການຕັດສິນຢ່າງໄວວາ ແລະ ​ເປັນເອກະພາບໃນທົ່ວປະເທດ.

- ການ​ເຂົ້າ​ລະ​ຫັດ​, ການ​ປະ​ກາດ​ຄໍາ​ພິພາດ​ສາ​, ການ​ຕັດ​ສິນ​​ໃນ​ເວັບ​ໄຊ​ຂອງ​ສານ​, ແລະ​ອື່ນໆ​.

ການສ້າງສານເອເລັກໂຕຣນິກ ເພື່ອຜັນຂະຫຍາຍກິດຈະກຳ​ການ​ດຳ​ເນີນ​ຄະດີ​ອອນ​ໄລ​ນ໌.

ສິ່ງສໍາຄັນຕົ້ນຕໍຂອງການສ້າງສານເອເລັກໂຕຣນິກແມ່ນ ການຫັນ​ຂະ​ບວນການ​ດຳ​ເນີນ​ຄະດີ​ເປັນ​ດິຈີ​ຕອນ ເພື່ອສ້າງຕັ້ງແບບວິທີຮ້ອງຟ້ອງໃໝ່ບົນພື້ນຖານດິຈີຕອນ. ຜ່ານການ​ທາ​ບທາມບົດຮຽນຂອງສານກົນໃຫ້ເຫັນວ່າ, ຫຼາຍ​ປະ​ເທດ​ທີ່​ມີ​ລະບົບ​ຕຸ​ລາ​ການ​ທີ່​ພັດທະນາ​ແລ້ວ ແລະ ເຕັກໂນໂລຊີທັນສະໄໝ ໄດ້ອອກກົດໝາຍວ່າດ້ວຍຂະ​ບວນການ​ຮ້ອງ​ຟ້ອງທາງເອເລັກໂຕຣນິກ (ເຊັ່ນ: ປະເທດຝຣັ່ງ, ເຢຍລະມັນ, ອາເມລິກາ ແລະອື່ນໆ) ແລະ ຜັນຂະຫຍາຍກິດຈະກຳ​ດຳ​ເນີນ​ຄະດີບົນພື້ນຖານດິຈີ​ຕອນຢ່າງ​ຫຼວງ​ຫຼາຍ (ນັບແຕ່ເວລາຮັບຄະດີ ຈົນເຖິງເວລາສໍາເລັດການພິພາກສາ). ຢູ່ຫວຽດນາມ, ບັນດາກົດໝາຍວ່າດ້ວຍການຮ້ອງຟ້ອງກໍມີຂໍ້ກໍານົດຈໍານວນໜຶ່ງກ່ຽວກັບຂະ​ບວນການ​ທາງເອເລັກໂຕຣນິກ, ການດຳ​ເນີນ​ຄະດີ​ອອກ​ນ​ໄລ​ນ໌ໃນໄລຍະພິພາກສາ. ພິເສດ, ​ໃນ​ກອງ​ປະຊຸມຄັ້ງທີສອງທີ່ຜ່ານມາ, ບົນພື້ນຖານການສະເໜີຂອງສານປະຊາຊົນສູງສຸດ, ສະພາແຫ່ງຊາດອອກມະຕິອະນຸຍາດໃຫ້ພິຈາລະ​ນາຄະ​ດີ​ທາງອອນ​ໄລ​ນ໌. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈໍານວນຂໍ້ກໍານົດດັ່ງກ່າວ ແມ່ນຍັງບໍ່ທັນພຽງພໍ ແລະ ຍັງບໍ່ທັນຂຸດຄົ້ນໝົດຄວາມ​ສາມາດບົ່ມຊ້ອນຂອງເຕັກໂນໂລຊີຂໍ້ມູນຂ່າວສານ​ໃນ​ການ​ເຄື່ອ​ນ​ໄຫວ​ທາງ​ດ້ານຕຸລາການ.   

ບັນດາຂັ້ນຕອນການດຳເນີນ​ຄະດີທີ່ສາມາດເຮັດໄດ້ອອນໄລນ໌ແມ່ນ: ຍື່ນ​ຟ້ອງ, ​ໃຫ້​ຫຼັກຖານ ​ແລະ ປະກາດ​ທາງ​ອອຫ​ໄລ​ນ໌; ຊຳລະຄ່າທໍານຽມສານ, ຄ່າທໍານຽມ ​ແລະ ​ເງິນ​ປັບ​ສຳລັບ​ການລະເມີດທາງອອນ​ໄລ​ນ໌; ຈັດການ​ປະຊຸມໄກ່ເກ່ຍອອກ​ນ​ໄລ​ນ໌ໃນຄະດີແພ່ງ ແລະ ການ​ເຈລະຈາໃນຄະດີປົກຄອງ; ການພິຈາລະນາ​ຂັ້ນຕົ້ນ ແລະ ການ​ພິຈາລະນາ​ອຸທອນ​ທາງ​ອອນ​ໄລ​ນ໌ ​ໃນ​ຄະດີ​ອາຍາ ຄະດີແພ່ງ ​ແລະ ຄະດີປົກຄອງ; ຈັດ​ກອງ​ປະຊຸມ​ອອນໄລນ໌ເພື່ອຈັດການກັບບັນຫາ​ທາງແພ່ງ (ເຊັ່ນ: ຄວາມຮຽກຮ້ອງຕ້ອງການກ່ຽວ​ກັບ​ການ​ຍອມຮັບ​ຂອງພໍ່ແມ່ສຳລັບລູກ, ການຈໍາກັດສິດທິຂອງພໍ່ແມ່ຕໍ່ລູກ, ການສິ້ນສຸດຂອງ​ການ​ຮັບລ້ຽງລູກລ້ຽງ ແລະອື່ນໆ); ການອັດສໍາເນົາສໍານວນ, ເອກະສານຮ້ອງຟ້ອງ ແລະ ສົ່ງ, ແຈ້ງບັນດາເອກະສານຮ້ອງຟ້ອງທາງອອນ​ໄລ​ນ໌; ດໍາເນີນບັນດາການເຄື່ອນ​ໄຫວ​ຮ້ອງຟ້ອງອື່ນໆທາງອອນ​ໄລ​ນ໌.

ການສ້າງສານເອເລັກໂຕຣນິກ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສໃນການເຄື່ອນໄຫວຂອງສານ.

ການເປີດເຜີຍແມ່ນຄຸນລັກສະນະຂອງການເຄື່ອນໄຫວພິພາກສາ ເພື່ອຮັບປະກັນ​ສິດທິ​ໃນ​ການເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ, ເປັນແບບວິທີເພື່ອຄວບຄຸມສິດ​ອຳນາດຢ່າງມີປະສິດທິຜົນ, ພ້ອມດຽວກັນນັ້ນ, ແມ່ນກົນໄກຍົກສູງຄວາມຮັບຜິດຊອບ​ຂອງຜູ້ພິພາກສາ ໃນການປະຕິບັດສິດຕຸລາການ. ບົນພື້ນຖານຄວາມໝາຍດັ່ງກ່າວ, ເປີດເຜີຍໃນການເຄື່ອນໄຫວຂອງສານ ແມ່ນຫຼັກການສໍາຄັນຕົ້ນຕໍທີ່ໄດ້ກໍານົດ​ໃນ​ລັດຖະທຳນູນ. ໃນນັ້ນ, ກົດໝາຍໄດ້ກໍານົດວ່າ ທຸກຄົນລ້ວນແຕ່ມີສິດເຂົ້າຮ່ວມວາລະ​ການ​ພິຈາລະ​ນາຄະ​ດີຂອງສານ. ຈົດໝາຍວຽນຂອງຫົວໜ້າສານປະຊາຊົນສູງສຸດສະບັບເລກທີ 01/2017/TT-TANDTC, ລົງວັນທີ 28 ກໍລະກົດ 2017, “ລະບຽບການກ່ຽວ​ກັບ​ຫ້ອງ​ພິຈາລະນາຄະດີຍັງມີຂໍ້ກໍານົດລະອຽດຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ອົງການສື່​ມວນ​ຊົນ​ເຂົ້າ​ຮ່ວມ ແລະ ລົງຂ່າວກ່ຽວກັບວາລະພິພາກສາຂອງສານ. ນີ້ແມ່ນຂໍ້ກໍານົດທີ່​ບໍ່​ແມ່ນ​ປະ​ເທດໃດກໍມີ. ສານເອເລັກໂຕຣນິກອະນຸຍາດໃຫ້ເພີ່ມທະວີລັກສະນະເປີດເຜີຍ ​ໂປ່​ງ​ໃສ​ໃນ​ການເຄື່ອນໄຫວຂອງສານຕື່ມອີກ. ບົນພື້ນຖານດິຈີຕອນ, ສານຕ້ອງສູ້ຊົນປະຕິບັດ 7 ເນື້ອໃນເປີດເຜີຍຕໍ່​ໄປ​ນີ້​ຢ່າງດີ:

ໜຶ່ງແມ່ນ, ເປີດເຜີຍລະບົບກົດໝາຍ, ບັນດາມະຕິຂອງສະພາຜູ້ພິພາກສາຂອງ​ສານ​ປະຊາຊົນສູງສຸດ,​ ລະບຽບການຕັດສິນຄະດີ, ເອກະສານແນະນໍາ, ຕອບຄໍາຖາມ​ກ່ຽວ​ກັບກົດໝາຍຕ່າງໆ. ຈາກນັ້ນ, ຊ່ວຍໃຫ້ປະຊາຊົນ, ບັນດາຄູສອນ, ນັກສຶກສາ​ສາຂາ​ກົດໝາຍ, ນັກຄົ້ນຄ້ວາຕ່າງໆ... ໃນການຊອກຫາ, ຄົ້ນຫາເອກະສານຢ່າງສະດວກ ແລະ ໄວວາ.

ສອງແມ່ນ, ເປີດເຜີຍການມອບ​ໝາຍໜ້າ​ທີ່​ການ​ງານໃຫ້ພະນັກງານເພື່ອ​ແກ້​ໄຂ​ຄະດີ. ຈາກນັ້ນ, ທັງສ້າງກົນໄກຕິດຕາມກວດກາການແບ່ງງານແກ້ໄຂຄະດີພາຍ​ໃນ​ລະບົບ​ສານ, ທັງຊ່ວຍຜູ້ກ່ຽວຕ່າງໆ ແລະ ບັນດາຜູ້ເຂົ້າຮ່ວມການຮ້ອງຟ້ອງ ​ໄດ້​ຕິດຕາມ​ກວດກາ​ຈາກພາຍນອກ, ພ້ອມດຽວກັນນັ້ນ, ສ້າງເງື່ອນໄຂສະດວກໃຫ້ເຂົາ​ໃຊ້ສິດ, ພັນທະຂອງຕົນ (ເຊັ່ນ: ສະເໜີ, ສະເໜີ​ແນະ, ​ໃຫ້ຫຼັກຖານເພີ່ມ ແລະອື່ນໆ).  

ທີສາມ, ເປີດເຜີຍຄວາມຄືບໜ້າຂອງການຮັບແລະແກ້ໄຂຄະດີ. ຈາກນັ້ນ, ສ້າງ​ເງື່ອນ​ໄຂໃຫ້ປະຊາຊົນ ແລະ ການນໍາຂອງສານຕິດຕາມກວດກາ, ບັງຄັບ​ໃຫ້​ຜູ້​ພິພາກສາ​ແຕ່ຄົນຕ້ອງພະຍາຍາມເພື່ອເຮັດລ້ອນການແກ້ໄຂຄະດີຖືກຕາມກໍານົດເວລາຂອງກົດໝາຍ.

ທີສີ່, ເປີດເຜີຍຂະບວນວິວັດການພິພາກສາໃນວາລະພິພາກສາຂອງສານ (ຍົກ​ເວັ້ນກໍລະນີທີ່ກົດໝາຍຫ້າມບໍ່ໃຫ້ເປີດເຜີຍ), ຈາກນັ້ນ, ໃຫ້ປະຊາຊົນໄດ້ຕິດຕາມກວດກາ ແລະ ປະກອບສ່ວນເຂົ້າໃນການເຜີຍແຜ່, ສຶກສາສະຕິປະຕິບັດຕາມກົດໝາຍ.

ຫ້າແມ່ນ, ເປີຍເຜີຍຜົນການພິພາກສາ. ໃນນັ້ນ, ເປີດເຜີຍບັນດາຄໍາຕັດສິນ​ຂອງ​ສານ, ການ​ຕັດ​ສິນທີ່​ໄດ້​ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ ເພື່ອໃຫ້ປະຊາຊົນຕິດຕາມ​ກວດກາ ແລະ ທາບທາມ. ການເປີດເຜີຍດັ່ງກ່າວ, ຍັງມີປະໂຫຍດຍົກ​ສູງ​ຄວາມ​ຮັບຜິດຊອບຂອງຜູ້ພິພາກສາແຕ່ລະຄົນ, ຈາກນັ້ນ, ເຂົາຕ້ອງຍົກສູງຄຸນນະພາບການ​ພິຈາລະນາ​ຄະດີ ແລະ ຄຸນນະພາບການສ້າງຄໍາຕັດສິນຂອງສານ.

ຫົກແມ່ນ, ​ເປີດເຜີຍຂະບວນການ​ແລະ​ຜົນ​ການບັງຄັບ​ຕາມ​ຄຳ​ພິພາກ​ສາ. ຈາກນັ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມຕິດຕາມຂະ​ບວນການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ, ຮັບ​ປະ​ກັນວ່າ​ຄວາມຍຸຕິທໍາຈະ​ດຳ​ເນີນ​ການ​ຈົນ​ເຖິງ​ທີ່​ສຸດ.

ເຈັດແມ່ນ, ເປີດເຜີຍຂະບວນການ​ແລະ​ຜົນ​ການ​ພິຈາລະນາຍົກ​ເວັ້ນ​ແລະຫຼຸດຜ່ອນ​ໂທດ. ດັ່ງນັ້ນ, ຂະ​ບວນການທັງໝົດແລະຜົນຂອງການພິຈາລະນາຍົກເວັ້ນ​ ​ແລະ ຫຼຸດຜ່ອນ​ໂທດ, ການ​ໂຈະ​ການບັງຄັບ​ຕາມ​ຄໍາພິພາກສາ​ຊົ່ວ​ຄາວ​, ການ​ໂຈະ​ການ​ບັງຄັບ​ຕາມ​ຄຳ​ພິພາກສາ, ການ​ປ່ອຍ​ຕົວ​ອອກ​ຈາກ​ຄຸກກ່ອນກໍານົດເວລາ​ໂດຍ​ມີ​ເງື່ອນ​ໄຂ ທັງ​ໝົດ​ໄດ້​ຮັບ​ການເຜີຍ​ແຜ່​ບົນພື້ນຖານດິຈີຕອນ ເພື່ອໃຫ້ປະຊາຊົນໄດ້ຕິດຕາມກວດກາ.

ການສ້າງສານເອເລັກໂຕຣນິກ ເພື່ອເຊື່ອມຕໍ່ກັບບັນດາພື້ນຖານດິຈີຕອນອື່ນໆ.

ການສ້າງສານເອເລັກໂຕຣນິກ ຍັງກ້າວໄປເຖິງການເຊື່ອມຕໍ່ກັບ​ບັນດາ​ພື້ນຖານ​ດິຈີ​ຕອນຂອງປະເທດ ແລະ ກະຊວງ, ຂະແໜງການຕ່າງໆ ເຊັ່ນ: ເວັບໄຊບໍລິການ​ສາທາລະນະ​ແຫ່ງຊາດ, ຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ຖານຂໍ້ມູນຂອງ​ກົມ​ໃຫຍ່ສະຖິຕິ, ອົງການໄອຍະການປະຊາຊົນສູງສຸດ ແລະອື່ນໆ. ການເຊື່ອມຕໍ່ລະຫວ່າງ ບັນດາພື້ນຖານດິຈີຕອນນັ້ນ ອະນຸຍາດໃຫ້ສານ​ໃຊ້​ປະ​ໂຫຍ​ດຈາກຖານຂໍ້ມູນແຫ່ງຊາດ ເພື່ອຮັບໃຊ້ໜ້າທີ່ຂອງຕົນໃຫ້ດີຂຶ້ນກ່ວາເກົ່າ; ພ້ອມດຽວກັນນັ້ນ, ແລກປ່ຽນ, ​ເສີມ​ຂະຫຍາ​ຍສຸດ​ຂີດຜົນປະໂຫຍດຂອງຖານຂໍ້ມູນໃນລະບົບສານ ເພື່ອຮັບໃຊ້ໃຫ້ແກ່ການ​ສ້າງ​ສັງຄົມດະ​ຈີ, ເສດຖະກິດດິຈີຕອນ, ຍົກສູງປະສິດທິພາບ​ແລະປະສິດທິຜົນການຄຸ້ມຄອງ, ບໍລິຫານປະເທດ. 

ໜ້າທີ່ຈຳນວນໜຶ່ງ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ

ເພື່ອສ້າງສຳເລັດສານເອເລັກໂຕຣນິກ, ຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງ, ມີ​ການ​ຕັດສິນໃຈສູງ, ມີວິທີການແກ້ໄຂຢ່າງຄົບຊຸດ, ມີແຫຼ່ງພະລັງທີ່ຈຳເປັນ ​ແລະ ການ​ບໍລິຫານ​ຈັດການຢ່າງດຸເດືອດ. ກ່ອນອື່ນໝົດ, ຕ້ອງປະຕິບັດ 5 ໜ້າທີ່ຫຼັກດັ່ງຕໍ່​ໄປ​ນີ້:

ທີໜຶ່ງ, ສ້າງຍຸດທະສາດສັງລວມກ່ຽວກັບການຫັນເປັນດິຈີຕອນໃນລະບົບສານ.

ພັກ, ລັດຫວຽດນາມມີແຜນນະໂຍບາຍເພີ່ມທະວີການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຖືວ່ານີ້ແມ່ນກຳລັງຊຸກດັນການເຕີບໂຕທີ່ສຳຄັນ. ໃນມະຕິຂອງ ກົມການເມືອງສູນ​ກາງ​ພັກສະບັບເລກທີ 52-NQ/TW, ລົງວັນທີ 27 ກັນຍາ 2019 “ວ່າດ້ວຍບາງແຜນນະໂຍບາຍ ​ແລະ ນະໂຍບາຍກ່ຽວ​ກັບ​ການເຂົ້າຮ່ວມການປະຕິວັດ​ອຸດສາຫະກຳຄັ້ງທີສີ່ຢ່າງ​ເປັນ​ເຈົ້າ​ການ”, ​ເຊິ່ງໄດ້ເນັ້ນໜັກ​ເປັນ​ພິ​ເສດ​ເຖິງໜ້າທີ່ຍູ້​ແຮງ​ຂະ​ບວນການຫັນເປັນດິຈີຕອນ. ນີ້ແມ່ນພື້ນຖານດ້ານການເມືອງທີ່ສຳຄັນ ເພື່ອສ້າງສານ​ເອ​ເລັກ​ໂຕຣນິກ. ໃນຂະບວນເຊື່ອມໂຍງສານກົນ, ສານປະຊາຊົນສູງສຸດ ກໍໄດ້ໃຫ້ຄຳໝັ້ນ​ສັນຍາວ່າ ຈະພະຍາຍາມສ້າງແລະ​ດຳນີນ​ການ​ສານເອເລັກໂຕຣນິກ​ໃຫ້ສຳເລັດໃນປີ 2025. ຍ້ອນແນວນັ້ນ, ສານປະຊາຊົນສູງສຸດຕ້ອງສ້າງ ແລະ ຜັນຂະຫຍາຍຍຸດ​ທະ​ສາດ​ສັງ​ລວມກ່ຽວກັບການຫັນເປັນດິຈີຕອນໃນລະບົບສານເຖິງປີ 2025, ກຳນົດທິດເຖິງປີ 2030. ຍຸດທະສາດຕ້ອງ​ຕ້ອງ​ກຳ​ນົດ​ເປົ້າ​ໝາຍ, ຄວາມຮຽກຮ້ອງຕ້ອງການ ແລະ ວຽກ​ງານ​ສະ​ເພາະ; ຕ້ອງສ້າງຄວາມຮັບຮູ້ໃນລະບົບສານກ່ຽວກັບຄວາມສຳຄັນຂອງການ​ຫັນ​ເປັນ​ດິຈີຕອນ ແລະ ການສ້າງສານເອເລັກໂຕຣນິກຢ່າງຄົບຖ້ວນ. ນີ້ທັງ​ແມ່ນ​ທ່າ​ອ່ຽງຈຳ​ເປັນ​ຕ້ອງ ຂອງກະແສດີຈີຕອນແຫ່ງຊາດ ແລະ ທັງເປັນໂອກາດ ເພື່ອພັດທະນາສານ. ຍຸດທະສາດຕ້ອງກຳນົດບັນດາການກຳນົດທິດຫຼັກ ຢ່າງຈະແຈ້ງ ເພື່ອສ້າງສານ​ເອ​ເລັດ​ໂຕຣນິກ ແລະ ບັນດາໜ້າທີ່ຕ້ອງສຸມໃສ່ຜັນຂະຫຍາຍ ໃນຕໍ່ໜ້າ; ກຳນົດຂັ້ນຕອນ ແລະ ບາດກ້າວໃຫ້ສອດຄ່ອງກັບແຕ່ລະໄລຍະ, ກັບເງື່ອນໄຂ ດ້ານເສດຖະກິດ ກໍຄືລະດັບ​ຄວາມ​ຮູ້ດ້ານເຕັກໂນໂລຊີ ແລະອື່ນໆ. ຍ້ອນເຕັກໂນໂລຊີມີ ການພັດທະນາ ​ແລະ ປ່ຽນແປງໃນປະຈຳວັນຢ່າງໄວວາ, ສະນັ້ນ, ການສ້າງຍຸດທະສາດ ຕ້ອງມີວິ​ໄສ​ທັດ​ໄລຍະ​ຍາວ, ພ້ອມດຽວກັນນັ້ນ, ຕ້ອງມີລັກສະນະໄຫວພິບ, ຕອບສະໜອງໄດ້ງ່າຍ ເພື່ອ​ເດີນທາງລັດ, ລັດໜ້າ, ບຸກບືນດ້ານເຕັກໂນໂລຊີ, ປະຢັດຄ່າໃຊ້ຈ່າຍ ແລະເວລາ.

ທີສອງ, ປັບປຸງບັນດາເອກະສານຂໍ້ກຳນົດກົດໝາຍໃຫ້ສົມບູນ.

ການເຄື່ອນໄຫວສານເອເລັກໂຕຣນິກຕ້ອງມີລະບົບກົດໝາຍທີ່ສົມບູນ, ຄົບຊຸດ, ຕອບສະໜອງກັບເຕັກໂນໂລຊີດິຈີຕອນ. ລະບົບກົດໝາຍສຳຄັນທີ່ສຸດຂອງສານເອເລັກ ໂຕຣນິກ ປະກອບມີ: 1- ກົດໝາຍວ່າດ້ວຍການດຳເນີນຄະດີທາງອີເລັກໂຕຣນິກ; 2- ກົດໝາຍວ່າດ້ວຍ​ເຕັກ​ໂນ​ໂລ​ຊີ​ຂໍ້​ທູນ​ຂ່າວສານ, ເຕັກໂນໂລຊີດິຈີຕອນ, ປັນຍາປະດິດ; 3- ກົດໝາຍວ່າດ້ວຍການຈັດຕັ້ງສານ ແລະ ບັນດາອົງການທີ່ດຳເນີນຄະດີ. ນອກຈາກນັ້ນ, ຍັງມີບັນດາກົດໝາຍທີ່ກ່ຽວຂ້ອງອື່ນໆ. 

ລະບົບກົດໝາຍດັ່ງກ່າວ ຕ້ອງໄດ້ປັບປຸງໃຫ້ສົມບູນຕາມທິດອະນຸຍາດໃຫ້ດຳເນີນ ບັນດາການເຄື່ອນໄຫວຮ້ອງຟ້ອງອອນ​ໄລ​ນ໌; ກຳນົດກ່ຽວກັບຫຼັກຖານເອເລັກໂຕຣນິກ; ພື້ນຖານວິທະຍາສາດ ແລະ ລັກສະນະນິຕິກຳ ຂອງບັນດາຊອບແວຟື້ນ​ຟູ​ຫຼັກ​ຖານ​ເອ​ເລັກ​ໂຕຣນິກ; ຄວາມໝັ້ນຄົງ, ຄວາມປອດໄພທາງອິນເຕີເນັດ; ກົງຈັກການຈັດຕັ້ງ, ພາລະ​ບົດບາດ, ໜ້າທີ່, ຂອບເຂດສິດອຳນາດ ຂອງບັນດາອັດຕະພາບທີ່ດຳເນີນຄະດີອອນ​ໄລນ໌; ບົດບາດ​ແລະສິດທິ​ໃນ​ການເຂົ້າຮ່ວມການດຳເນີນຄະດີ ຂອງ​ວິ​ສາວະ​ກອນ​ເຕັກ​ໂນ​ໂລ​ຊີຂໍ້ມູນຂ່າວສານ ແລະອື່ນໆ.

ທີສາມ, ພັດທະນາລະບົບດິຈີຕອນທີ່ທັນສະໄໝ.

ລະບົບເຕັກ​ໂນ​ໂລ​ຊີຂໍ້ມູນຂ່າວສານ ​ແລະ ເຕັກໂນໂລຊີດິຈີຕອນ ມີ​ບົດ​ບາດ​ສຳຄັນ​ໃນ​ການພັດທະນາສານເອເລັກໂຕຣນິກ. ສານປະຊາຊົນສູງສຸດ ຕ້ອງສ້າງ​ໂຄງການ​ປະກອບ​ພື້ນຖານພື້ນຖານວັດຖຸໃຫ້ແກ່ສານເອເລັກໂຕຣນິກ. ເນື້ອໃນຕົ້ນຕໍຂອງ​ໂຄງການ​ແມ່ນແນໃສ່ການປະກອບຄື: 1- ລະບົບເຕັກນິກດິຈີຕອນ ລວມມີບັນດາອຸປະກອນດິຈີ​ຕອນສະຖານີ, ລະບົບສົ່ງຄວາມໄວສູງທີ່ໝັ້ນຄົງ, ສູນສຳເນົາຂໍ້ມູນໃຫຍ່ ແລະ ສູນ​ບໍລິຫານ; 2- ພື້ນຖານດິຈີຕອນທີ່​ດຳ​ເນີນ​ການສານ ແລະ “ຜູ້ຊ່ວຍສະ​ເໝືອນ” ທີ່​ໃຊ້​ປັນຍາປະດິດທີ່​ສອດຄ່ອງ​ກັບແຕ່ລະໜ້າທີ່, ການເຄື່ອນໄຫວຂອງສານ; 3- ​ໂຄ​ງການ​ຝຶກ​ອົບຮົມ​ສໍາ​ລັບ​ການ​ຄຸ້ມ, ການ​ດໍາ​​ເນີນ​ງານ ແລະ ການ​ປະຍຸກໃຊ້ສານເອເລັກໂຕຣນິກ. ນີ້ແມ່ນໂຄງການທີ່ຕ້ອງໄດ້ຮັບການລົງທຶນດ້ານງົບປະມານໃຫ້ເໝາະສົມຕາມຄວນ, ສະ​ນັ້ນ, ຕ້ອງມີຂັ້ນຕອນໃຫ້ທັງພາຍໜ້າ, ທັງໄລຍະກາງ ແລະ ໄລຍະຍາວຢ່າງເໝາະສົມ ໂດຍຂຶ້ນກັບຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດ ແລະ ລະດັບການ​ພັດທະນາຂອງເຕັກໂນໂລຊີ. ລະດົມບັນດາແຫຼ່ງກຳລັງດ້ວຍຫຼາຍຮູບຫຼາຍແບບ - ຈາກງົບປະມານຂອງລັດ, ຈາກການຮ່ວມມືສາກົນ ແລະ ຈາກການຫັນເປັນສັງຄົມ. ການລົງທຶນອຸປະກອນເຕັກໂນໂລຊີຕ້ອງຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການ ເຊັ່ນ: ທັນສະໄໝ, ຄວາມໝັ້ນ​ຄົວ, ຄວາມປອດໄພ, ສະດວກດີ ແລະ ຊັ່ງຊາ​ເຖິງການ “ເດີນທາງລັດ, ລັດໜ້າ”.

ທີສີ່, ການພັດທະນາຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ

ແຫຼ່ງຊັບພະຍາກອນມະນຸດເປັນປັດໄຈສຳຄັນຕັດສິນຜົນສຳເລັດຂອງການຫັນເປັນດິຈີຕອນ ແລະ ການສ້າງສານເອເລັກໂຕຣນິກ. ພັດທະນາຊັບພະຍາກອນມະນຸດ ​ເພື່ອ​ໃຫ້ສານເອເລັກໂຕຣນິກໄດ້ປະຕິບັດໃນພຶດຕິກຳຕົວຈິງຕ້ອງມີຄວາມຄົບຊຸດທັງດ້ານຊັບພະຍາກອນຄຸ້ມຄອງ, ດຳ​ເນີນ​ງານ ແລະ ປະຍຸກໃຊ້ເຕັກໂນໂລຊີດີຈີຕອນ. ໃນນັ້ນ, ມີ​ຖັນ​ແຖວວິສະວະກອນເຕັກໂນໂລຊີຂໍ້​ມູນ​ຂ່າວສານ, ເຕັກໂນໂລຊີດິຈີຕອນ; ຖັນ​ແຖວ​ຜູ້​ພິພາກສາ, ບັນດາຍົດຕຳແໜ່ງຕຸລາການ ແລະ ພະນັກງານສານຂັ້ນຕ່າງໆ;  ປະຊາຊົນເມື່ອມີ​ເລື່ອງຕ້ອງ​ໃຫ້ສານຕັດສິນ. ບັນດານັກວິສະວະກອນເຕັກໂນໂລຊີຂໍ້​ມູນ​ຂ່າວສານຕ້ອງມີຄວາມຮູ້ອັດເດດກ່ຽວກັບເຕັກໂນໂລຊີດິຈີຕອນ, ທັງມີຄວາມ​ເຂົ້າ​ໃຈ​ຕໍ່​ກົດໝາຍ ແລະ ການເຄື່ອນໄຫວຂອງສານ. ພ້ອມດຽວກັນນັ້ນ, ຕ້ອງສ້າງຕັ້ງ​ກົງຈັກ​ການຈັດ​ຕັ້ງແຕ່ສານປະຊາຊົນສູງສຸດລົງ ຮອດສານຂັ້ນແຂວງ ​ເພື່ອດຳເນີນການ​ລະບົບ​ເຕັກໂນໂລຊີດິຈີຕອນ. ລະບອບ​ຄ່າ​ຕອບ​ແທນໃນປະຈຸບັນເປັນຈຸດອຸດ​ຕັນ​ໃນ​ການ​ດຶງ​ດູດ​ຊັບພະຍາກອນ​ວຸກຄົນ​ນີ້, ດັງນັ້ນ, ຈຶ່ງຈໍາເປັນຕ້ອງປ່ຽນແປງໃໝ່ ແລະ ມີກົນໄກທີ່​ສອດຄ່ອງ. ຜູ້ພິພາກສາ, ພະນັກງານສານຕ້ອງໄດ້ຮັບການຝຶກ​ອົບຮົມໃໝ່ ເພື່ອມີ​ຄວາມ​ຮັບ​ຮູ້ກ່ຽວກັບສານເອເລັກໂຕຣນິກຢ່າງຄົບຖ້ວນ ແລະ ຫັນຄວາມຊິນເຄີຍ​ໃນ​ການ​ເຮັດ​ວຽກຈາກສະພາບແວດລ້ອມ​ເກົ່າ ມາເປັນສະພາບແວດລ້ອມໃນລະບົບອິນເຕີເນັດ. ພື້ນຖານດິຈີຕອນຂອງສານເອເລັກໂຕຣນິກ ຕ້ອງກາຍເປັນພື້ນຖານເຮັດວຽກລວມ ຂອງທົ່ວລະບົບຢູ່ເກືອບ 800 ແຫ່ງ; ຖ້າວ່າພະນັກງານສານບໍ່ເຂົ້າພື້ນຖານນີ້ຈະ​ບໍ່​ສາມາດ​ເຮັດ​ວຽກ​ໄດ້. ຕ້ອງ​ເຮັດ​ໄດ້​ແນວ​ນັ້ນ, ສານອີເລັກໂທຣນິກຈະ​ສາມາດ​ປະສົບ​ຜົນສໍາເລັດຢ່າງແທ້ຈິງ.

ທີຫ້າ, ຍູ້ແຮງການຮ່ວມມືສາກົນ.

​ເຖິງປະຈຸບັນ, ຫຼາຍປະເທດໃນພາກພື້ນ ແລະ ໃນໂລກໄດ້ມີບັນດາບາດກ້າວ ອັນຍາວໄກໃນການສ້າງສານເອເລັກໂຕຣນິກ. ໃນເວລາທີ່ຜ່ານມາ, ຂະແໜງການສານ ຫວຽດນາມໄດ້ມີການຜັນຂະຫຍາຍໜ້າທີ່ສ້າງສານເອເລັກໂຕຣນິກຢ່າງຕັ້ງໜ້າ ແລະ ຍາດໄດ້ຜົນງານຈຳນວນໜຶ່ງໃນເບື້ອງຕົ້ນ ແຕ່ຍັງມີຈຳກັດ. ການຮ່ວມມືສາກົນແມ່ນເສັ້ນ ທາງສັ້ນທີ່ສຸດ ເພື່ອໃຫ້ຫວຽດນາມສ້າງສານເອເລັກໂຕຣນິກ, ອະນຸຍາດໃຫ້ເຂົ້າເຖິງບັນ ດາຜົນງານກ້າວໜ້າທາງເຕັກໂນໂລຊີດິຈີຕອນຂອງ​ໂລກ ກໍຄືໝູນໃຊ້ເຂົ້າໃນການ​ເຄື່ອນ​ໄຫວ​ຂອງສານຢ່າງທັນການ. ການຮ່ວມມືສາກົນຍັງຊ່ວຍຍາດແຍ່ງໄດ້ບັນດາແຫຼ່ງກຳ ລັງດ້ານການເງິນ (ການຊ່ວຍເຫຼືອພັດທະນາຢ່າງເປັນທາງການ - ODA) ໃຫ້ແກ່ການ ສ້າງສານເອເລັກໂຕຣນິກ. ການຮ່ວມມືກັບບັນດາປະເທດທີ່ໄດ້ສ້າງສານ​ເອ​ເລັກ​ໂຕຣນິກທີ່​ທົນ​ສະ​ໄໝ, ຫວຽດນາມຈະໄດ້ແລກປ່ຽນບົດຮຽນ, ພ້ອມດຽວກັນນັ້ນ, ຈະກ້າວ​ໄປ​ເຖິງ​ການເຊື່ອມຕໍ່ລະບົບດິຈີຕອນ ເພື່ອ “ຫຼຸດຊ່ອງຫວ່າງດ້ານດີຈີຕອນ” ລະຫວ່າງ​ບັນດາ​ລະບົບຕຸລາການ, ປະຕິບັດສຳເລັດໜ້າທີ່ສ້າງສານເອເລັກໂຕຣນິກ ແລະ ການຫັນ​ເປັນ​ດິຈີ​ຕອນໃນລະບົບສານ./.

--------------------

ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 982 (ເດືອນມັງກອນ 2022)