ການພັດທະນາເສດຖະກິດລວມໝູ່ແລະສະຫະກອນ:
ຄວາມຕ້ອງການຈຳເປັນທີ່ຫຼີກລ່ຽງບໍ່ໄດ້ສຳລັບຫວຽດນາມ
ຄວາມຕ້ອງການຈຳເປັນທີ່ຫຼີກລ່ຽງບໍ່ໄດ້ສຳລັບຫວຽດນາມ
ວກ. ພາຍຫຼັງ 20 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິເລກທີ 13-NQ/TW, ລົງວັນທີ 18 ມີນາ 2002, ຂອງຄະນະບໍລິຫານງານສູນກາງພັກຊຸດທີ 9 “ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່”, ຂອບເຂດເສດຖະກິດລວມໝູ່, ສະຫະກອນ ຂອງຫວຽດນາມມີການປ່ຽນແປງຢ່າງໄວວາ. ມາຮອດປະຈຸບັນ, ພັກ ແລະ ລັດສືບຕໍ່ກຳນົດວ່າ ການພັດທະນາເສດຖະກິດລວມໝູ່ແລະ ສະຫະກອນແມ່ນຈຳເປັນພາວະວິໄສ, ມີຄວາມໝາຍຍຸດທະສາດ ແລະ ຍາວນານ. ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການ, ກາລະໂອກາດ ແລະ ສິ່ງທ້າທາຍໃນເສັ້ນທາງພັດທະນາຂອງເສດຖະກິດລວມໝູ່ ແລະສະຫະກອນຂອງຫວຽດນາມ.
ເສດຖະກິດລວມໝູ່ເຊິ່ງແກນກາງແມ່ນສະຫະກອນ ແມ່ນບັນດາພື້ນຖານເສດຖະກິດທີ່ສະມາຊິກສະໝັກໃຈປະກອບສ່ວນທຶນຮອນ, ຊັບສິນ, ເຄື່ອງມືການຜະລິດ ແລະ ປະກອບແຮງງານເຂົ້!ໃນການຜະລິດ; ຜະລິດແລະທຸລະກິດຮ່ວມກັນ; ພ້ອມກັນຄຸ້ມຄອງຕາມຫຼັກການປະຊາທິປະໄຕ, ສະເໝີພາບ; ແບ່ງປັນຕາມທຶນທີ່ໄດ້ປະກອບສ່ວນ, ແຮງງານ ຫຼື ລະດັບການເຂົ້າຮ່ວມການບໍລິການ; ເມື່ອສະມາຊິກເສດຖະກິດລວມໝູ່ຢຸດຕິການເປັນສະມາຊິກໂດຍສະໝັກໃຈ ອົງການເສດຖະກິດລວມໝູ່ຈະຕ້ອງຄືນເງິນທຶນ ຊັບສິນ ເຄື່ອງມືການຜະລິດ ທີ່ສະມສຊິດນັ້ນໄດ້ປະກອບສ່ວນ.
ເສດຖະກິດລວມໝູ່ຄົງຕົວພາຍໃຕ້ຫຼາຍຮູບແບບ, ທີ່ເຫັນຫຼາຍທີ່ສຸດແມ່ນກຸ່ມຮ່ວມມື, ສະຫະກອນ, ສະຫະພັນສະຫະກອນ; ໃນນັ້ນ, ສະຫະກອນຖືກຖືເປັນປະເພດຫຼັກຂອງເສດຖະກິດລວມໝູ່. ນີ້ແມ່ນປະເພດເສດຖະກິດລວມໝູ່ທີ່ແຜ່ຫຼາຍສົມຄວນ, ເຄື່ອນໄຫວໃນຫຼາຍຂົງເຂດຊີວິດສັງຄົມ ແລະ ມີໜ້າໃນບັນດາພື້ນຖານເສດຖະກິດທີ່ມີລະດັບພັດທະນາແຕກຕ່າງກັນ, ໃນທົ່ວໂລກ. ມັນມີລັກສະນະສັງຄົມ ແລະ ມະນຸດສະທຳເລິກເຊິ່ງ. ພ້ອມກັບການຖືເອົາຜົນປະໂຫຍດເສດຖະກິດເປັນເປົ້າໝາຍຕົ້ນຕໍ່, ເສດຖະກິດລວມໝູ່ຍັງຖືເປັນສຳຄັນເຖິງຜົນປະໂຫຍດສັງຄົມຂອງສະມາຊິກ; ຖືເປັນສຳຄັນການຮ່ວມມືທີ່ມີລັກສະນະເຊື່ອມຕໍ່, ປັບປຸງ, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາສະມາຊິກ; ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ, ກ້າວເຖິງການສ້າງຄວາມຮັ່ງມີໃຫ້ແກ່ບັນດາສະມາຊິກ ແລະ ພັດທະນາຊຸມຊົນ.
ເສດຖະກິດລວມໝູ່ ແລະເສດຖະກິດສະຫະກອນຍາມໃດກໍ່ເປັນບັນຫາທີ່ພັກ ແລະ ລັດຫວຽດນາມ ໃຫ້ຄວາມສຳຄັນທີ່ສຸດ ໃນຂະບວນການກໍ່ສ້າງ ແລະ ພັດທະນາປະເທດ. ເສດຖະກິດລວມໝູ່ແລະເສດຖະກິດສະຫະກອນ ເຊິ່ງແກນກາງແມ່ນບັນດາສະຫະກອນແລະກຸ່ມຮ່ວມມືກະສິກຳ ທີ່ຕິດພັນກັບຂະແໜງການຜະລິດວັດສະດຸຕົ້ນຕໍທີ່ລ້ຽງດູປະເທດ ແລະ ປະກອບສ່ວນເຂົ້າໃນການສົ່ງອອກທີ່ສໍາຄັນ. ດ້ວຍຈຳນວນ 63 ລ້ານຄົນ, ກວມເອົາ 65,4% ຂອງປະຊາກອນທັງໝົດທີ່ອາໄສມນຊົນນະບົດ ແລະ 40% ກຳລັງແຮງງານທີ່ເຮັດກະສິກຳ, ຊາວກະສິກອນຈຶງເປັນສະມາຊິກຫຼັກ ຂອງເສດຖະກິດລວມໝູ່ ແລະສະຫະກອນ, ມີທີ່ຕັ້ງສຳຄັນທີ່ສຸດໃນການພັດທະນາເສດຖະກິດ, ຮັກສາຄວາມໝັ້ນຄົງທາງການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ພາຍຫຼັງ 20 ແຫ່ງການປະຕິບັດມະຕິເລກທີ 13-NQ/TW, ສະບັບລົງວັນທີ 18 ມີນາ 2002, ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝ 9 “ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຈອງເສດຖະກິດລວມໝູ່” ແລະ ສອງປີແຫ່ງການປະຕິບັດຂໍ້ສະຫຼຸບເລກທີ 70-KL/TW, ສະບັບລົງວັນທີ 9 ມີນາ 2020, ຂອງກົມການເມືອງສູນກາງພັກສະໄໝທີ 12, “ວ່າດ້ວຍການສືບຕໍ່ປະຕິບັດມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 9 ກ່ຽວກັບສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່” ນັ້ນ, ຮຽກຮ້ອງໃຫ້ມີການປັບປຸງເສດຖະກິດລວມໝູ່ແລະສະຫະກອນ ຢ່າງຮີບດ່ວນ ບົນເສັ້ນທາງແຫ່ງການຫັນປະເທດເປັນອຸດສາຫະກຳ ແລະທັນສະໄໝຢ່າງຮອບດ້ານແລະໜັກແໜ້ນ.
ຄວາມເປັນຈິງແລະປະສົບການໃນຫວຽດນາມແລະໃນໂລກ ນັບມື້ນັບຢືນຢັນວ່າ, ເສດຖະກິດລວມໝູ່ແລະສະຫະກອນ ຍັງເປັນຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນ, ສອດຄ່ອງກັບການແຂ່ງຂັນທີ່ຮຸນແຮງຂຶ້ນເລື້ອຍ. ແລະສຳຄັນກວ່ານັ້ນ, ຜ່ານສະຫະກອນ, ຄົວເຮືອນຊາວກະສິກອນ, ວິສາຫະກິດຂະໜາດໜ້ອຍ ທີ່ຮ່ວມມືນຳກັນແລະເພີ່ມກຳລັງແຮງເພື່ອຮັບມືກັບຄວາມຫຍຸ້ງຍາກໃນເສັ້ນທາງສະແຫວງຫາຄວາມອີ່ມໜຳສຳລານ ແລະ ຄວາມສຸກຂອງຕົນ, ໃນຂອບເຂດທົ່ວໂລກ.
ຢູ່ຫວຽດນາມ, ເສດຖະກິດລວມໝູ່ດ້ວຍຫຼາຍຮູບການຮ່ວມມືທີ່ມີສະຫະກອນເປັນແກນກາງ, ອີງໃສ່ກຳມະສິດຂອງສະມາຊິກແລະກຳມະສິດຮ່ວມໝູ່ ທີ່ເຊື່ອມຕໍ່ຢ່າງກວ້າງຂວາງ ຜູ້ອອກແຮງງານ, ຄົວເຮືອນຜະລິດ ທຸລະກິດ, ວິສາຫະກິດຂະໜາດນ້ອຍແລະຂະໜາດກາງ ທີ່ຂຶ້ນກັບບັນດາພາກສ່ວນເສດຖະກິດ, ສືບຕໍ່ມີບົດບາດສຳຄັນໃນຂະບວນການກໍ່ສ້າງແລະພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ, ດຳເນີນການຫັນເປັນອຸດສາຫະກຳ ແລະທັນສະໄໝ.
ດັ່ງນັ້ນ, ການພັດທະນາເສດຖະກິດລວມໝູ່ເຊິ່ງແກນກາງແມ່ນສະຫະກອນ ແມ່ນພາກສ່ວນເສດຖະກິດສຳຄັນໜຶ່ງ ໃນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ.
1- ພຶດຕິກຳຕົວຈິງ ແລະ ບັນດາບັນຫາຮີບດ່ວນ
ໃນການພັດທະນາເສດຖະກິດລວມໝູ່ແລະສະຫະກອນ ຢູ່ຫວຽດນາມ
ຕາມຂໍ້ມູນຂອງສະຫະພັນສະຫະກອນຫວຽດນາມ, ໃນໄລຍະປີ 2016-2020, ເສດຖະກິດລວມໝູ່ແລະສະຫະກອນສືບຕໍ່ໄດ້ຮັບການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ. ທົ່ວປະເທດທີ່ມີສະຫະກອນສ້າງຕັ້ງໃໝ່ເປັນຈຳນວນ 10.749 ແຫ່ງ, ສະເລ່ຍ 2.150 ສະຫະກອນຕໍ່ປີ (ເພີ່ມຂຶ້ນ 2,6 ເທົ່າເມື່ອທຽບໃສ່ໄລຍະປິ 2011-2015), ໃນນັ້ນ, ຂົງເຂດກະສິກຳມີ 7.632 ສະຫະກອນ, ກວມເອົາອັດຕາສ່ວນ 71%; ບໍ່ແມ່ນກະສິກຳມີ3.117 ສະຫະກອນ, ກວມເອົາອັດຕາສ່ວນ 29%; ສະຫະພັນສະຫະກອນທີ່ສ້າງຕັ້ງໃໝ່ມີ 81 ແຫ່ງ; ໜ່ວຍຮ່ວມມືມີ 15.849 ໜ່ວຍ, ໃນນັ້ນ ໜ່ວຍຮ່ວມມືກະສິກຳມີ 9.984 ໜ່ວຍ, ໜ່ວຍຮ່ວມມືທີ່ບໍ່ເຮັດກະສິກຳມີ 5.865 ໜ່ວຍ. ທ້າຍປີ 2020, ທົ່ວປະເທດມີສະຫະກອນ 26.040 ແຫ່ງ (ເພີ່ມຂຶ້ນ 5.625 ສະຫະກອນທຽບກັບປີ 2015, ເພີ່ມຂຶ້ນສະເລ່ຍ 3,6% ຕໍ່ປີ), ແບ່ງຕາມຂົງເຂດການເຄື່ອນໄຫວມີດັ່ງນີ້: ສະຫະກອນກະສິກຳ 16.953 ແຫ່ງ, ກອງທຶນສິນເຊື່ອປະຊາຊົນ 1.188 ແຫ່ງ, ສະຫະກອນການຄ້າແລະການບໍລິການ 2.079 ແຫ່ງ, ສະຫະກອນການຂົນສົ່ງ 1.496 ແຫ່ງ, ສະຫະກອນອຸດສາຫະກຳນ້ອຍແລະຫັດຖະກຳ 2.474 ແຫ່ງ, ສະຫະກອນກໍ່ສ້າງ 1.026 ແຫ່ງ, ສະຫະກອນສິ່ງແວດລ້ອມ 521 ແຫ່ງ, ສະຫະກອນອື່ນໆມີ 303 ແຫ່ງ. ພິເສດ, ທົ່ວປະເທດມີສະຫະກອນທີ່ໝູນໃຊ້ເຕັກໂນໂລຊີສູງໃນການຜະລິດມີ 1.700 ແຫ່ງ, ສະຫະກອນການຜະລິດທີ່ກ່ຽວຂ້ອງກັບຕ່ອງໂສ້ຄຸນຄ່າມີ 3.219 ແຫ່ງ, ເພີ່ມຂຶ້ນ 6,8 ເທົ່າເມື່ອທຽບກັບປີ 2015. ຈຳນວນສະຫະກອນ, ສະຫະພັນສະຫະກອນຂະໜາດກາງ ແລະ ຂະໜາດໃຫຍ່ ນັບມື້ນັບເພີ່ມຂຶ້ນ; ຮອດທ້າຍປີ 2020, ທົ່ວປະເທດມີ 500 ສະຫະກອນ, ສະຫະພັນສະຫະກອນ ເຊິ່ງແຕ່ລະແຫ່ງມີສະມາຊິກ 300 ກວ່າຄົນ, ຍອດຈຳນວນທຶນແຕ່ 5 ຕື້ດົ່ງຂຶ້ນໄປ (ເພີ່ມຂຶ້ນ 4 ເທົ່າເມື່ອທຽບກັບໄລຍະປິ 2011-2015). ເບິ່ງລວມແລ້ວ, ຈຳນວນສະຫະກອນທີ່ໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດ, ທຸລະກິດທີ່ຕິດກັບຕ່ອງໂສ້ຄຸນຄ່າຜະລິດຕະພັນຕົ້ນຕໍ່ຂອງຊາດ, ເຂດ, ທ້ອງຖິ່ນ ນັບມື້ນັບເພີ່ມຂຶ້ນ; ການເຊື່ອມຕໍ່ການຜະລິດລະຫວ່າງບັນດາສະຫະກອນ ກັບໜ່ວຍຮ່ວມມື ແລະ ກັບວິສາຫະກິດ ນັບມື້ໄດ້ເປີດກວ້າງ ແລະ ພັດທະນາ.
ການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 ໄດ້ສົ່ງຜົນກະທົບຫຼາຍຢ່າງເຖິງການພັດທະນາເສດຖະກິດລວມໝູ່. ຕາມນັ້ນ, ນັບແຕ່ເວລາທີ່ກົດໝາຍມີຜົນໃຊ້ບັງຄັບ, ກຳນົດກ່ຽວກັບລະບຽບການບໍລິຫານໄດ້ປົວແປງບູລະນະເທື່ອລະກ້າວ. ບັນດາສະຫະກອນໄດ້ຍົກສູງຄຸນນະພາບຂອງສະມາຊິກຂຶ້ນເທື່ອລະກ້າວ, ດຶງດູດຄອບຄົວ ແລະ ບຸກຄົນເຂົ້າເປັນສະມາຊິກສະຫະກອນເປັນຈຳນວນຫຼາຍ. ປະຈຸບັນ, ຍອດລາຍຮັບຂອງສະຫະກອນແມ່ນປະມານ 74.669 ຕື້ດົ່ງ (ເພີ່ມຂຶ້ນ 16.173 ຕື້ດົ່ງເມື່ອທຽບກັບປີ 2013), ລາຍຮັບສະເລ່ຍຂອງສະຫະກອນໜຶ່ງແມ່ນ 8 ຕື້ດົ່ງ.
ເບິ່ງລວມແລ້ວ, ການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ແມ່ນທ່າອຽງທົ່ວໄປຂອງພື້ນຖານການຜະລິດສິນຄ້າ. ນີ້ແມ່ນພາກສ່ວນເສດຖະກິດທີ່ມີບົດບາດຍິ່ງໃຫຍ່, ມີຄວາມໝາຍຮອບດ້ານທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ ແລະ ສັງຄົມຂອງປະເທດ. ເສດຖະກິດຮ່ວມມື ແລະສະຫະກອນແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພື້ນຖານເສດຖະກິດຂອງປະເທດ, ມັນມີບົດບາດ ແລະ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ພິເສດ, ນັບຕັ້ງແຕ່ກົດໝາຍວ່າດ້ວຍສະຫະກອນສະບັບທຳອິດໄດ້ກຳເນີດຂຶ້ນ (ເດືອນມີນາ 1996) ແລະ ມີຜົນໃຊ້ບັງຄັບຢ່າງເປັນທາງການເມື່ອວັນທີ 1 ມັງກອນ 1997, ຕໍ່ໄປແມ່ນ ກົດໝາຍວ່າດ້ວຍສະຫະກອນປີ 2003 ແລະ ກົດໝາຍວ່າດ້ວຍສະຫະກອນປີ 2012 ເຊິ່ງສ້າງກອບກົດໝາຍທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ.
ບັນດາສະຫະກອນຄ່ອນໆຫັນປ່ຽນ ຈົດທະບຽນໃໝ່ໃຫ້ເໝາະສົມ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງກົນໄກຕະຫຼາດໄດ້ດິຂຶ້ນ; ການພົວພັນໃນການຜະລິດ ແລະ ກຳລັງການຜະລິດໃນບັນດາສະຫະກອນໄດ້ຮັບການເພີ່ມທະວີ; ບົດບາດເປັນເຈົ້າດ້ວຍຕົນເອງຂອງສະຫະກອນໄດ້ຮັບການຍົກສູງ, ສະມາຊິກເຂົ້າຮ່ວມສະຫະກອນດ້ວຍຄວາມສະໝັກໃຈ, ຫຼາຍສະຫະກອນຫຼາຍແຫ່ງມີວິທີການເຄື່ອນໄຫວທີ່ເໝາະສົມ, ລະດົມການມີສ່ວນຮ່ວມຂອງສະມາຊິກ. ຕົວແບບສະຫະກອນໃໝ່, ສະຫະກອນພັດທະນາການຜະລິດ, ທຸລະກິດຕິດພັນກັບຕ່ອງໂສ້ຄຸນຄ່າໄດ້ຮັບການສ້າງຕັ້ງ, ປະກອບສ່ວນຮັບປະກັນສະຫວັດດິການສັງຄົມ, ຄວາມໝັ້ນຄົງດ້ານການເມືອງພື້ນຖານ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ເສດຖະກິດລວມໝູ່ແລະສະຫະກອນໄດ້ພົ້ນອອກຈາກສະພາບການອອ່ນແອແກ່ຍາວເທື່ອລະກ້າວ, ມີການພັດທະນາໃນທາງບວກທັງດ້ານປະລິມານແລະຄຸນນະພາບ; ມີການຮ່ວມມືຫຼາຍຮູບແບບ ແລະ ຮູບແບບເສດຖະກິດລວມໝູ່ທີ່ມີປະສິດທິຜົນ. ຮູບແບບການຮ່ວມມືໄດ້ຮັບການສ້າງແລະພັດທະນາ ເພື່ອສົ່ງເສີມຄວາມຮູ້, ບົດຮຽນ ແລະ ແຫຼ່ງພະລັງຂອງສະມາຊິກ ໃຫ້ກາຍເປັນກຳລັງແຮງຂອງຊຸມຊົນ ແລະຄ່ອງຕົວກັບສະພາວະການແຂ່ງຂັນຂອງຕະຫຼາດ, ແກ້ໄຂໄດ້ຂໍ້ຈຳກັດຂອງການຜະລິດສ່ວນບຸກຄົນ ແລະ ການຜະລິດຂອງຄອບຄົວຊາວນາທີ່ກະແຈກກະຈາຍ.
ການຜະລິດປະເພດນີ້ໄດ້ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ, ຮັກສາສະຖຽນລະພາບຂອງລາຄາ ແລະ ຄວບຄຸມໄພເງິນເຟີ້, ເພີ່ມມູນຄ່າການສົ່ງອອກ, ປັບໂຄງສ້າງເສດຖະກິດຄືນໃໝ່, ໂດຍສະເພາະແມ່ນເສດຖະກິດກະສິກຳ, ຊົນນະບົດ; ສ້າງວຽກເຮັດງານທຳ, ລົບລ້າງ ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນສະຫວັດດິການສັງຄົມ, ເພີ່ມທະວີລະບົບການເມືອງຢູ່ຮາກຖານ; ກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ໂດຍສະເພາະຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ; ຜ່ານນັ້ນ, ຢືນຢັນທີ່ຕັ້ງ ແລະ ພາລະບົດບາດຂອງພາກສ່ວນເສດຖະກິດລວມໝູ່ ໃນພື້ໜຖານເສດຖະກິດແຫ່ງຊາດ, ຍົກສູງຄວາມຮັບຮູ້ຂອງສັງຄົມ ແລະ ລະບົບການເມືອງ ຕໍ່ສະຫະກອນແບບໃໝ່.
ພ້ອມກັນນັ້ນ, ຮູບແບບເສດຖະກິດນີ້ພວມກາຍເປັນກຳລັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ພ້ອມກັນກັບເສດຖະກິດຂອງລັດຄ່ອຍໆກາຍເປັນຮາກຖານຂອງພື້ນຖານເສດຖະກິດແຫ່ງຊາດ; ປະກອບສ່ວນໂດຍກົງປະມານ 4,8% ຂອງຈີດີພີ, ໂດຍທາງອອ້ມຫຼາຍກວ່າ 30% ຂອງຈີດີພີ ຂອງປະເທດ ໂດຍພິຈາລະນາຈາກມູນຄ່າເພີ່ມຂອງເສດຖະກິດຄອບຄົວສະມາຊິກ; ດຶງດູດແຮງງານເປັນຈຳນວນ 3 ລ້ານກວ່າຄົນ, ສ້າງວຽກເຮັດງານທຳໃໝ່ໃຫ້ຄົນງານປະມານ 4 ໝື່ນຄົນໃນແຕ່ລະປີ. ການຜະລິດ ທຸລະກິດທີ່ຕິດພັນກັບຕ່ອງໂສ້ຄຸນຄ່າ, ໝູນໃຊ້ເຕັກໂນໂລຊີສູງ, ບັນລຸມາດຕະຖານສຸຂະອານາໄມ ແລະຄວາມປອດໄພທາງອາຫານ, ລົງນາມໃນສັນຍາຂາຍຜະລິດຕະພັນໄລຍະຍາວກັບວິສາຫະກິດ, ລາຍໄດ້ຂອງສະມາຊິກເພີ່ມຂຶ້ນ 36%; ສະສົມກຳໄລ 18.600 ຕື້ດົ່ງເພື່ອນຳໄປລົງທຶນຄືນໃໝ່, ເປີດກວ້າງການຜະລິດ; ເປັນ “ແກ່ນກາງ” ທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງຊົນນະບົດໃໝ່, ສ້າງວຽກເຮັດງານທຳ, ລົບລ້າງແລະຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມປອດໄພທາງສັງຄົມ.
ລະບົບສະຫະພັນສະຫະກອນນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດເຊື່ອມໂຍງ, ແນະນຳ, ຕາງໜ້າ, ປົກປ້ອງສິດແລະຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງສະຫະກອນແລະສະມາຊິກ, ເປັນຂົວຕໍ່ເພື່ອສະເໜີໃຫ້ພັກແລະລັດ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ກອບກົດໝາຍ ເພື່ອຊຸກຍູ້ການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ.
ແຕ່ວ່າ, ເສດຖະກິດລວມໝູ່ ແລະ ສະຫະກອນຍັງມີຂໍ້ຈຳກັດ, ຂໍ້ບົດພ່ອງ ແລະ ສິ່ງທ້າທາຍຫຼາຍຢ່າງໃນການພັດທະນາ.
ຈຳນວນສະຫະກອນເຖິງແມ່ນວ່າມີການເພີ່ມຂຶ້ນ, ແຕ່ຈຳນວນສະມາຊິກສະຫະກອນ ກຳລັງຫຼຸດລົງ; ຄວາມຕິດພັນທາງດ້ານຜົນປະໂຫຍດລະຫວ່າງສະມາຊິກ ແລະ ສະຫະກອນບໍ່ທັນສູງ, ຂາດຄວາມໝັ້ນຄົງ… ການເຊື່ອມໂຍງລະຫວ່າງບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນ ກັບບັນດາຮູບແບບເສດຖະກິດອື່ນກໍ່ຍັງອອ່ນ. ການພັດທະນາສະຫະກອນໃນພາກພື້ນ ເຂດ, ລະຫວ່າງພາກກະສິກຳ ແລະ ນອກພາກກະສິກຳບໍ່ເທົ່າທຽມກັນ. ສະຫະກອນບາງແຫ່ງຍັງບໍ່ທັນປະຕິບັດຂໍ້ກໍານົດຂອງກົດໝາຍຢ່າງເຂັ້ມງວດ, ຍັງມີລັກສະນະຮູບນອກ, ຫ່າງເຫີນຈາກຫຼັກການແລະຄຸນຄ່າ. ອົງການຈັດຕັ້ງເສດຖະກິດລວມໝູ່ແລະສະຫະກອນສ່ວນໃຫຍ່ແມ່ນຂະໜາດນ້ອຍ, ຄວາມສາມາດໃນການແຂ່ງຂັນທີ່ອ່ອນແອ, ຄວາມສາມາດລະດົມແຫຼ່ງພະລັງຈາກຕະຫຼາດເພື່ອລົງທຶນໃນການຜະລິດແລະທຸລະກິດຍັງຖືກຈຳກັດ. ຄວາມສາມາດພາຍໃນ ລວມທັງຄວາມສາມາດທາງດ້ານການເງິນຂອງບັນດາສະຫະກອນກໍ່ຍັງຈຳກັດ, ສ່ວນໃຫຍ່ອີງໃສ່ເງິນທຶນຂອງຕົນເອງ, ຍັງບໍ່ສາມາດເຂົ້າເຖິງເງິນກູ້ຈາກສະຖາບັນສິນເຊື່ອໄດ້.
ອັດຕາການເຕີບໂຕຕ່ຳເມື່ອທຽບກັບບັນດາພາກເສດຖະກິດອື່ນ, ອັດຕາສ່ວນປະກອບເຂົ້າໃນ ຈີດີພີ ຍັງໄດ້ຕາມຄາດໝາຍ.
ກນຄຸ້ມຄອງຂອງລັດຕໍ່ເສດຖະກິດລວມໝູ່ແລະສະຫະກອນຍັງມີຂໍ້ຈຳກັດຫຼາຍຢ່າງ; ການປະສານງານລະຫວ່າງບັນດາອົງການຄຸ້ມຄອງລັດ, ອົງການຈັດຕັ້ງການເມືອງ - ສັງຄົມ, ສະມາຄົມມະຫາຊົນ ໃນການພັດທະນາເສດຖະກິດລວມໝູ່ແລະສະຫະກອນບໍ່ແໜ້ນແຟ້ແຟ້ນ, ບໍ່ມີປະສິດທິຜົນ.
ຄວາມເຊື່ອໝັ້ນຂອງສະມາຊິກໃນການດຳເນີນກິດຈະການແລະການພັດທະນາສະຫະກອນຍັງບໍ່ທັນສູງ. ສະຫະກອນມັກຈະປະສົບຄວາມຫຍຸ້ງຍາກໃນການເຊື່ອມຕໍ່ທາງການຈຳໜ່າຍຂາຍຜະລິດຕະພັນ. ການບໍລິຫານທຸລະກິດຍັງມີຄວາມຈຳກັດ, ຍາກໃນການເຂົ້າເຖິງແຫຼ່ງເງິນທຶນ. ສະມາຊິກຜູ້ບໍລິຫານສະຫະກອນສ່ວນຫຼາຍມີອາຍຸສູງ ແລະຍາກທີ່ຈະເຂົ້າເຖິງເຕັກໂນໂລຊີຂໍ້ມູນຂ່າວສານ ຕາມທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ພັດທະນາຢ່າງແຂງແຮງໃນປະຈຸບັນ. ນອກຈາກນີ້, ທັກສະການຄຸ້ມຄອງຂອງຄະນະບໍລິຫານສະຫະກອນຂອງຫວຽດນາມ ກໍ່ຍັງອອ່ນພໍສົມຄວນ.
ການບັງຄັບໃຊ້ກົດໝາຍວ່າດ້ວຍສະຫະກອນປີ 2012 ໄດ້ເຜີຍໃຫ້ເຫັນເຖິງຫຼາຍບັນຫາທີ່ຈະຕ້ອງນແກ້ໄຂ. ຕົວຢ່າງເຊັ່ນ, ກົດໝາຍກຳນົດໂຄງສ້າງອົງການຂອງສະຫະກອນ ເຊິ່ງສະມາຊິກຂອງຄະນະບໍລິຫານສາມາດເຮັດໜ້າທີ່ເປັນຜູ້ອຳນວຍການ; ສະມາຊິກອາດຈະບໍ່ເຮັດທຸລະກໍາກັບສະຫະກອນ ແລະສະມາຊິກແຕ່ລະຄົນປະກອບສ່ວນບໍ່ເກີນ 20% ຂອງທຶນຕາມກຳນົດຂອງກົດໝາຍ. ສະຫະກອນທຸລະກິດພາຍໃຕ້ກຸ່ມລວມ (ຕົວແບບ 1 ລະດັບ). ສາມາດເວົ້າໄດ້ວ່າ, ສິ່ງເຫຼົ່ານັ້ນໄດ້ຮັດແຄບຂອບເຂດການເຄື່ອນໄຫວ, ຈຳກັດທ່າແຮງຂອງສະມາຊິກໃນເວລາທີ່ຢາກເຂົ້າຮ່ວມຫຼາຍສະຫະກອນ ແລະ ບັນດາສະຫະກອນຖືກຮັດແຄບໃນຂອບເຂດການເຄື່ອນໄຫວເອກະເທດແລະກິດຈະກຳເອກະລາດ, ບໍ່ຄ່ອຍໄດ້ມີໂອກາດເຊື່ອມໂຍງ ແລະ ເປີດກວ້າງການເຄື່ອນໄຫວຕາມໜ້າທີ່ ແລະ ວຽກງານ.
2 - ເພື່ອສືບຕໍ່ພັດທະນາເສດຖະກິດລວມໝູ່ແລະ
ສະຫະກອນຫວຽດນາມ ໃຫ້ເຂັ້ມແຂງຕໍ່ໄປ ໃນໄລຍະຈະມາເຖິງ
ການພັດທະນາເສະຖະກິດລວມໝູ່ ແລະ ສະຫະກອນ ແມ່ນທ່າອຽງລວມຂອງພື້ນຖານຜະລິດສິນຄ້າ, ແມ່ນຄວາມຕ້ອງການພາວະວິໄສໃນຄວາມເປັນຈິງຂອງຊີວິດສັງຄົມ. ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຄະນະບໍລິຫານງານສູນກາງພັກສະໄໝທີ 9, ບັນດາຂໍ້ຕົກລົງຂອງກົມການເມືອງ, ກົດໝາຍວ່າດ້ວຍສະຫະກອນ ທີ່ໄດ້ກຳນົດວ່າ ເສດຖະກິດຂອງລັດ ພ້ອມກັບເສດຖະກິດລວມໝູ່ ນັບມື້ກາຍເປັນພື້ນຖານອັນໜັກແໜ້ນຂອງລະບົບເສດຖະກິດແຫ່ງຊາດ. ແລະ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ 2021-2030 ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກໄດ້ຢືນຢັນວ່າ: “ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນ ໂດຍຕິດພັນກັບການເສີມຂະຫຍາຍ ພາລະບົດບາດເປັນເຈົ້າຂອງ, ເພີ່ມທະວີຜົນປະໂຫຍດຂອງບັນດາສະມາຊິກ, ຍົກສູງຄວາມສາມາດລະດົມຊັບພະຍາກອນ”.
ສະພາບການໃໝ່ພວມສ້າງກາລະໂອກາດ ແລະ ກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງຕໍ່ການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ. ເພື່ອບັນລຸເປົ້າໝາຍທີ່ກຳນົດໃນຍຸດທະສາດການພັດທະນາເສດຖະກິດລວມໝູ່ແລະສະຫະກອນໃນໄລຍະປີ 2021-2030, ໃນໄລຍະຈະມາເຖິງ, ບັນດາກຸ່ມວິທີແກ້ໄຂບັນຫາຕໍ່ໄປນີ້ຈະໄດ້ດຳເນີນຄື:
ທີໜຶ່ງ, ກ່ຽວກັບວິໄສທັດ
ກຳນົດເສດຖະກິດລວມໝູ່ເຊິ່ງແກນກາງແມ່ນສະຫະກອນ, ແມ່ນພາກສ່ວນເສດຖະກິດໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ. ນາຍົກລັດຖະມົນຕີທີ່ໄດ້ອະນຸມັດຍຸດທະສາດການພັດທະນາເສດຖະກິດລວມໝູ່ ແລະສະຫະກອນໄລຍະປີ 2021-2030. ນີ້ແມ່ນຍຸດທະສາດການພັດທະນາທຳອິດຂອງພາກເສດຖະກິດລວມໝູ່ແລະສະຫະກອນ, ໃນນັ້ນ ວາງເປົ້າໝາຍພັດທະນາເສດຖະກິດລວມໝູ່ໃຫ້ມີຄວາມຂະຫຍັນຂັນເຂື່ອນ, ມີປະສິດທິຜົນ, ໝັ້ນຄົງ ເປັນພາກສ່ວນສຳຄັນໃນພື້ນຖານເສດຖະກິດ ດ້ວຍຕົວແບບເຊື່ອມໂຍງແລະຮ່ວມມືຈຳນວນຫຼາຍ ບົນພື້ນຖານເຄົາລົບທາດແທ້ ຄຸນຄ່າ ແລະ ຫຼັກການຂອງເສດຖະກິດລວມໝູ່, ດຶງດູດຊາວກະສີກອນ, ຄອບຄົວເສດຖະກິດ, ບຸກຄົນ ແລະ ອົງການຈັດຕັ້ງ ເຂົ້າຮ່ວມໃນເສດຖະກິດລວມໝູ່ແລະສະຫະກອນ; ປັບປຸງລາຍໄດ້ ແລະ ຄຸນນະພາບຊີວິດ ຂອງສະມາຊິກຢ່າງຕໍ່ເນື່ອງ, ປະກອບສ່ວນປະຕິບັດຄວາມກ້າວໜ້າ ຄວາມສະເໝີພາບທາງສັງຄົມ ແລະ ຊຸກຍູ້ການພັດທະນາປະເທດຢ່າງໄວແລະຍືນຍົງ. ພັດທະນາເສດຖະກິດລວມໝູ່ຢ່າງໄວແລະຍືນຍົງ, ຮັບປະກັນຫຼັກການສະໝັກໃຈ, ເລີ່ມຈາກຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງປະຊາຊົນ ແລະ ອົງການຈັດຕັ້ງທີ່ເຂົ້າຮ່ວມ ດ້ວຍຫຼາຍຮູບການເຊື່ອມໂຍງຮ່ວມມືທີ່ຫຼາກຫຼາຍ, ເສີມຂະຫຍາຍຄວາມສາມາດແລະທ່າແຮງຂອງບັນດາພາກ ເຂດໃນປະເທດ; ພັດທະນາຢ່າງກົມກຽວລະຫວ່າງເສດຖະກິດ ກັບວັດທະນະທຳ, ສັງຄົມ, ຮັກສາສິ່ງແວດລ້ອມ ແລະ ເໝາະສົມກັບການປ່ຽນແປງສະພາບດິນຟ້າອາກາດ; ເໝາະສົມກັບເງື່ອນໄຂ, ຈຸດພິເສດ ແລະ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະທ້ອງຖິ່ນ ແລະ ຂອງທົ່ວປະເທດ.
ທິດທາງທົ່ວໄປຂອງຍຸດທະສາດແມ່ນ ສົ່ງເສີມການພັດທະນາເສດຖະກິດລວມໝູ່ໃນບັນດາຂະແໜງການ ອາຊີບ ຂົງເຂດ ພາກພື້ນ ຂອບເຂດຂອງປະເທດ, ບຸລິມະສິດການກໍ່ສ້າງບັນດາຕົວແບບສະຫະກອນທີ່ຕິດພັນກັບລະບົບຕ່ອງໂສ້ຄຸນຄ່າ, ຕິດກັບຜະລິດຕະພັນຕົ້ນຕໍ່ຂອງຊາດ, ທ້ອງຖິ່ນ, ໂຄງການ OCOP...; ຂະຫຍາຍສະມາຊິກ. ສະກະກອນສຸມໃສ່ພັດທະນາ ແລະ ສະໜອງບັນດາການບໍລິການຮັບໃຊ້ສະມາຊິກ, ສ້າງຕັ້ງເປັນຕ່ອງໂສ້ຄຸນຄ່າ ຕັ້ງແຕ່ການຜະລິດໄປສູ່ການປຸງແຕ່ງແລະການບໍລິໂພກ; ຮັບປະກັນຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ຂອງສະມາຊິກ. ສູ້ຊົນເຖິງປີ 2030, ທົ່ວປະເທດມີໜ່ວຍຮ່ວມມື 140.000 ແຫ່ງ ດ້ວຍສະມາຊິກ 2 ລ້ານຄົນ, ມີສະຫະກອນ 45.000 ແຫ່ງ ດ້ວຍສະມາຊິກ 8 ລ້ານຄົນ. ສະຫະພັນສະຫະກອນມີ 340 ແຫ່ງ ດ້ວຍສະຫະກອນສະມາຊິກ 1.700 ແຫ່ງ.
ເພື່ອປະຕິບັດບັນດາເປົ້າໝາຍດັ່ງກ່າວ, ຕ້ອງສືບຕໍ່ກວດກາຄືນໃໝ່ ແລະ ຄົ້ນຄວ້າ ປັບປຸງບູລະນະກົນໄກ, ນະໂຍບາຍ ກ່ຽວກັບການພັດທະນາເສດຖະກິດລວມໝູ່ແລະສະຫະກອນ ແນໃສ່ພັດທະນາເສດຖະກິດລວມໝູ່ຢ່າງໄວແລະຍືນຍົງ, ຮັບປະກັນຫຼັກການສະໝັກໃຈ, ເລີ່ມແຕ່ຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງປະຊາຊົນ ແລະ ອົງການຈັດຕັ້ງທີ່ເຂົ້າຮ່ວມ ດ້ວຍຫຼາຍຮູບການເຊື່ອມໂຍງແລະຮ່ວມມືທີ່ຫຼາກຫຼາຍ, ເສີມຂະຫຍາຍຄວາມສາມາດແລະທ່າດີຂອງບັນດາຂອບເຂດ, ພາກພື້ນ. ກວດກາຄືນໃໝ່ ແລະປັບປຸງບູລະນະ ເອກະສານທາງກົດໝາຍ, ແກ້ໄຂຄວາມຫຍຸ້ງຍາກອຸປະສັກຢ່າງທັນການ, ສ້າງເງື່ອນໄຂໃຫ້ເສດຖະກິດລວມໝູ່ແລະສະຫະກອນພັດທະນາຢ່າງຍືນຍົງ, ເໝາະສົມກັບສະພາບການຕົວຈິງຂອງຫວຽດນາມ ໃນແຕ່ລະໄລຍະການພັດທະນາ. ມີນະໂຍບາຍສົ່ງເສີມການພັດທະນາຕົວແບບສະຫະກອນ ຢູ່ບັນດາແຂວງພູດອຍ ທີ່ມີປະຊາຊົນຊົນເຜົ່າສ່ວນໜ້ອຍອາໄສຢູ່. ຄົ້ນຄວ້າ ແລະ ສະເໜີວິທີແກ້ໄຂໃນການປັບປຸງລະບຽບການທີ່ບໍ່ເໝາະສົມໃນກົດໝາຍວ່າດ້ວຍສະຫະກອນປີ 2012 ຕາມທິດທາງຫຼຸດຄວາມສັບສົນຂອງຂັ້ນຕອນການບໍລິຫານໃນການຈັດຕັ້ງ, ການລົງທະບຽນ ແລະ ການຍຸບສະຫະກອນ…
ໃນອະນາຄົດອັນໃກ້ນີ້, ໃນໄລຍະປີ 2020-2025, ແຕ່ລະປີຈະສ້າງຮູບແບບສະຫະກອນ 300-500 ແຫ່ງທີ່ນຳໃຊ້ເຕັກໂນໂລຊີສູງ, ການຜະລິດຕິດພັນກັບຕ່ອງໂສ້ຄຸນຄ່າຜະລິດຕະພັນຕົ້ນຕໍ່ຂອງຊາດ, ພາກພື້ນ, ທ້ອງຖິ່ນ; ອັດຕາສ່ວນສະຫະກອນເຄື່ອນໄຫວມີປະສິດທິຜົນໃນຂົງເຂດກະສິກຳບັນລຸ 70%, ໃນຂົງເຂດນອກກະສິກຳບັນລຸ 80%; ອັດຕາສ່ວນການປະກອບສ່ວນເຂົ້າໃນ GRDP ຂອງທ້ອງຖິ່ນ ແລະ ຈີດີພີ ຂອງທົ່ວປະເທດແມ່ນ 5% ຫຼືຫຼາຍກວ່າ;…. ຮອດທ້າຍປີ 2025, ຈະສ້າງຕັ້ງອົງການເສດຖະກິດລວມໝູ່ໃໝ່ 10.000 ແຫ່ງ, ລວມມີສະຫະກອນ, ສະຫະພັນສະຫະກອນ, ໜ່ວຍຮວມມື; ດຶງດູດສະມາຊິກເຂົ້າຮ່ວມບັນດາອົງການຈັດຕັ້ງເສດຖະກິດລວມໝູ່ ໄດ້ປະມານ 8 ລ້ານຄົນ. ໃນນັ້ນ, ກໍ່ສ້າງຕົວແບບເສດຖະກິດລວມໝູ່ທີ່ນຳໃຊ້ເຕັກໂນໂລຊີສູງ, ມີຜະລິດຕະພັນທີ່ຕິດພັນກັບລະບົບຕ່ອງໂສ້ຄຸນຄ່າ, ພັດທະນາແບບຍືນຍົງ 3.000 ຕົວແບບ.
ທີສອງ, ກ່ຽວກັບຊັບພະຍາກອນການລົງທຶນ ແລະ ການພັດທະນາ
ນຳໃຊ້ງົບປະມານຂອງລັດທີ່ລົງທຶນສະໜັບສະໜູນການພັດທະນາສະຫະກອນຢ່າງມີປະສິດທິຜົນ; ຄົ້ນຄວ້າ ແລະ ສະເໜີການປ່ຽນແປງໃໝ່ຕົວແບບກອງທຶນຊ່ວຍເຫຼືອການພັດທະນາສະຫະກອນ ຂອງສະຫະພັນສະຫະກອນຫວຽດນາມ ເພື່ອເພີ່ມທະວີຄວາມສາມາດລະດົມແຫຼ່ງພະລັງຈາກຕະຫຼາດ. ທ້ອງຖິ່ນພິຈາລະນາຈັດເງິນທຶນເພີ່ມເຕີມ ໃຫ້ແກ່ກອງທຶນສະໜັບສະໜູນການພັດທະນາສະຫະກອນທ້ອງຖິ່ນ, ສ້າງເງື່ອນໄຂຊ່ວຍເຫຼືອສະຫະກອນກູ້ເງິນເພື່ອພັດທະນາການຜະລິດ ທຸລະກິດຕາມກຳນົດ. ລະດົມທຸກແຫຼ່ງພະລັງເພື່ອການພັດທະນາສະຫະກອນ. ບຸລິມະສິດຈັດຕັ້ງບັນດາແຫຼ່ງພະລັງເພື່ອຊ່ວຍເຫຼືອ ສົ່ງເສີມ ສ້າງເງື່ອນໄຂ ໃຫ້ບັນດາສະຫະກອນເຂົ້າຮ່ວມເຊື່ອມໂຍງການຜະລິດຕາມຕ່ອງໂສ້ຄຸນຄ່າ ແລະ ໝູນໃຊ້ເຕັກໂນໂລຊີສູງ ເຂົ້າໃນການຜະລິດ, ຕິດພັນຢ່າງແໜ້ນແຟ້ນໃນການເຊື່ອມໂຍງລະຫວ່າງວິສາຫະກິດ ແລະ ສະຫະກອນຕາມສັນຍາ.
ບຸລິມະສິດລົງທຶນໃຫ້ແກ່ການເຄື່ອນໄຫວປຸງແຕ່ງ, ເກັບຮັກສາຜະລິດຕະພັນກະເສດພາຍຫຼັງການເກັບກ່ຽວ ເພື່ອຍົກສູງຄຸນນະພາບຜະລິດຕະພັນ. ສ້າງຕົວແບບຈຸດສຸມຈຳນວນໜຶ່ງທີ່ມີລັກສະນະບຸກທະລຸ ເພື່ອຈະຂະຫຍາຍອອກ. ຍູ້ແຮງການໜູນຊ່ວຍສ້າງຮູບແບບສະຫະກອນ, ໜ່ວຍຮ່ວມມືທີ່ເຊື່ອມໂຍງການຜະລິດ, ການປຸງແຕ່ງ ແລະ ການບໍລິໂພກຜະລິດຕະພັນກະສິກຳ, ປ່າໄມ້ ແລະ ການປະມົງຕາມລະບົບຕ່ອງໂສ້ຄຸນຄ່າ ແລະ ການນຳໃຊ້ເຕັກໂນໂລຢີສູງ ຢູ່ບັນດາເຂດຜະລິດສິນຄ້າລວມສູນ; ບັນດາຕາແສງທີ່ມີຜະລິດຕະພັນຕົ້ນຕໍ່ ທີ່ມີທ່າແຮງແຂ່ງຂັນ ຕາມໂຄງການ OCOP. ການຮ່ວມມືແລະເຊື່ອນຕໍ່ການຜະລິດຕາມຕ່ອງໂສ້ໃນກະສິກຳ ແລະ ໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດ ເປັນມາດຕະການສຳຄັນອັນໜຶ່ງ ຂອງໂຄງການສ້າງໂຄງປະກອບຂະແໜງການກະສິກຳຄືນໃໝ່ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ. ຕົວແບບເສດຖະກິດຮ່ວມມືແລະສະຫະກອນ ສົມຄວນເປັນທາງເລືອກທີ່ເໝາະສົມສຳລັບຄົວເຮືອນແລະບຸກຄົນ ໃນການເຊື່ອມໂຍງການຜະລິດທີ່ຕິດພັນກັບການບໍລິໂພກຕາມຕ່ອງໂສ້, ການເພີ່ມມູນຄ່າ ແລະ ການພັດທະນາທີ່ຍືນຍົງ.
ທີສາມ, ກ່ຽວກັບການຈັດຕັ້ງລະບົບ ແລະ ກົນໄກເຄື່ອນໄຫວ
ປ່ຽນແປງໃໝ່ວິທີການຜະລິດ ທຸລະກິດ, ຍົກສູງຄວາມສາມາດແຂ່ງຂັນ ແລະ ປະສິດທິຜົນການເຄື່ອນໄຫວຂອງເສດຖະກິດລວມໝູ່ ແລະ ສະຫະກອນ. ເສີມຂະຫຍາຍພາລະບົດບາດເປັນເຈົ້າດ້ວຍຕົນເອງ, ມີຄວາມຮັບຜິດຊອບດ້ວຍຕົນເອງ, ປັກປັກຮັກສາຜົນປະໂຫຍດຂອງສະມາຊິກສະຫະກອນ; ຂົນຂວາຍສະຫະກອນດຶງດູດສະມາຊິກໃໝ່ຕື່ມອີກ; ເອົາໃຈໃສ່ພັດທະນາທັງສະຫະກອນກະສິກຳ ແລະ ສະຫະກອນນອກກະສິກຳ; ແກ້ໄຂອຸປະສັກແລະສິ່ງກີດຂວາງ ແນໃສ່ຍົກສູງຄວາມສາມາດລະດົມ ແລະ ເຂົ້າເຖິງຊັບພະຍາກອນສຳລັບສະຫະກອນ. ສືບຕໍ່ສຸມໃສ່ປະຕິບັດບັນດາໜ້າທີ່ ແລະ ມາດຕະການພັດທະນາສະຫະກອນກະສິກຳ ຕາມແຜນການປ່ຽນແປງໃໝ່ ແລະ ພັດທະນາບັນດາຕົວແບບການຈັດຕັ້ງເສດຖະກິດຮ່ວມມືໃນກຳສິກຳ. ຊ່ວຍເຫຼືອສ້າງຕັ້ງໃໝ່ບັນດາສະຫະກອນກະສິກຳ, ໃນນັ້ນ ເອົາໃຈໃສ່ພັດທະນາສະຫະກອນຜະລິດແລະຈຳໜ່າຍບັນດາຜະລິດຕະພັນຕົ້ນຕໍ່ ທີ່ມີທ່າແຮງຂອງທ້ອງຖິ່ນ ເພື່ອເຊື່ອມໂຍງການຜະລິດ ແລະ ການຈຳໜ່າຍຜະລິດຕະພັນ. ຍູ້ແຮງຄວາມເຄືອບໜ້າພັດທະນາບັນດາສະຫະກອນກະສິກຳທີ່ໝູນໃຊ້ເຕັກໂນໂລຊີສູງ. ສືບຕໍ່ຫັນເປັນຫຼາຍຮູບຫຼາຍແບບກ່ຽວກັບປະເພດ, ຮູບການຮ່ວມມືໃນບັນດາຂະແໜງການ ອາຊີບ ຂົງເຂດ ພາກສ່ວນເສດຖະກິດ ແລະ ຂົງເຂດ, ເປັນຕົ້ນແມ່ນພາກກະສິກຳ ຊາວກະສິກອນ ແລະ ຊົນນະບົດ, ເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ. ພ້ອມກັນນັ້ນ, ສ້າງເງື່ອນໄຂທີ່ເອື້ອອຳກ່ຽວກັບກົນໄກ ແນໃສ່ຊຸກຍູ້ການຜະລິດຕິດກັບຕ່ອງໂສ້ຄຸຄ່າ, ປັບປຸງແລະຈັດຕັ້ງຄືນໃໝ່ການເຄື່ອນໄຫວຂອງບັນດາສະຫະກອນທີ່ຢຸດການເຄື່ອນໄຫວ ຫຼື ເຄື່ອນໄຫວປະສິດທິຜົນຕ່ຳທີ່ແກ່ຍາວບໍ່ມີຄວາມສາມາດປັບປຸງ, ຈັດຕັ້ງຄືນໃໝ່. ສົ່ງເສີມການເປີດກວ້າງຂະໜາດ, ຈຳນວນສະມາຊິກ, ອັດຕາສ່ວນປະກອນສ່ວນທຶນຂອງສະມາຊິກ, ຊັບສິນຮ່ວມກັນທີ່ບໍ່ໄດ້ແບ່ງປັນ.
ເສີມຂະຫຍາຍພາລະບົດບາດເປັນເຈົ້າດ້ວຍຕົນເອງ, ມີຄວາມຮັບຜິດຊອບດ້ວຍຕົນເອງ, ປົກປັກຮັກສາຜົນປະໂຫຍດຂອງສະມາຊິກສະຫະກອນ; ເອົາໃຈໃສ່ພັດທະນາທັງສະຫະກອນກະສິກຳ ແລະ ສະຫະກອນນອກກະສິກຳ; ແກ້ໄຂອຸປະສັກແລະຂໍ້ກຳນົດແນໃສ່ຍົກສູງຄວາມສາມາດລະດົມ ແລະ ເຂົ້າເຖິງແຫຼ່ງຊັບພະຍາກອນສຳລັບບັນດາສະຫະກອນ. ສ້າງເງື່ອນໄຂໃຫ້ສະຫະກອນເຂົ້າຮ່ວມການປະຕິບັດບັນດາໂຄງການ ແລະ ພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ. ກໍ່ສ້າງຕົວແບບສະຫະກອນ ແລະ ສະຫຼຸບຕົວແບບສະຫະກອນທີ່ເຄື່ອນໄຫວມີປະສິດທິຜົນ, ເຊື່ອມໂຍງການຜະລິດ ແລະ ການຈຳໜ່າຍຜະລິດຕະພັນຕາມຕ່ອງໂສ້ຄຸນຄ່າ, ໂຄງການ OCOP; ຕົວແບບສະຫະກອນລະດັບແຂວງ, ພາກພື້ນ ແລະ ລະດັບຊາດຕາມຂະແໜງການສິນຄ້າ.
ກໍ່ສ້າງ ແລະ ສະຫຼຸບຕົວແບບສະຫະກອນທີ່ເຄື່ອນໄຫວມີປະສິດທິຜົນ, ເຊື່ອມໂຍງການຜະລິດ, ການຈຳໜ່າຍຜະລິດຕະພັນຕາມຕ່ອງໂສ້ຄຸນຄ່າ ແນໃສ່ຮັກສາສິ່ງແວດລ້ອມ, ສ້າງວຽກເຮັດງານທຳ ແລະ ຍົກສູງຊີວິດ, ລາຍໄດ້ໃຫ້ແກ່ສະມາຊິກ. ສົ່ງເສີມບັນດາອົງການຈັດຕັ້ງເສດຖະກິດລວມໝູ່ ແລະ ສະຫະກອນ ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່, ປະຕິບັດການຫັນເປັນດິຈີຕອນເທື່ອລະກ້າວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ; ພ້ອມກັນນັ້ນ ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການ ແລະ ຜະລິດຕະພັນ ເພື່ອກໍ່ສ້າງເຄື່ອງໝາຍການຄ້າທີ່ມີອິດທິພົນໃນຕະຫຼາດ… ພິເສດ, ຈຳເປັນຕ້ອງພັດທະນາເສດຖະກິດລວມໝູ່ໃຫ້ເໝາະສົມກັບກົດເກນພາວະວິໃສ; ອີງໃສ່ວິທະຍາສາດ-ເຕັກໂນໂລຊີເປັນຕົ້ນ, ປ່ຽນແປງໃໝ່ປະດິດສ້າງ ແລະ ຫັນປ່ຽນດິຈີຕອນ, ທ່າອຽງການພັດທະນາ ແລະ ການປະຕິວັດອຸດສາຫະກຳຄັ້ງທີສີ່. ຈຳເປັນຕ້ອງເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາສະຫະກອນ, ສ້າງຕັ້ງບັນດາສະມາຄົມ, ສະຫະພັນສະຫະກອນ. ພັດທະນາເສດຖະກິດລວມໝູ່ຕາມທິດຕິດພັນການຜະລິດທຸລະກິດ ກັບຕ່ອງໂສ້ຄຸນຄ່າຜະລິດຕະພັນ ແລະ ປະກອບສ່ວນຢ່າງແທ້ຈິງ ເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຮັກສາສິ່ງແວດລ້ອມ, ກໍ່ສ້າງຊຸມຊົນທີ່ສະໜິດສະໜົມ ແລະ ອາລະຍະທຳ, ພິເສດແມ່ນ ຢູ່ເຂດຊົນນະບົດ.
ທີສີ່, ການພັດທະນາຊັບພະຍາກອນບຸກຄົນ ແລະ ການຄຸ້ມຄອງ.
ຈຳເປັນຕ້ອງກຳນົດຈະແຈ້ງການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນແມ່ນເນື້ອໃນຂອງການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ການກໍ່ສ້າງຊົນນະບົດໃໝ່. ສະຫະກອນແມ່ນການເຊື່ອມຕໍ່ບັນດາຄອບຄົວຊາວກະສິກອນ, ພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ໂດຍບໍ່ເຮັດໃຫ້ພາລະບົດບາດຂອງເສດຖະກິດຄອບຄົວສູນເສຍໄປ ແຕ່ຍັງໄດ້ຊ່ວຍເຫຼືອ ແລະ ເສີມຂະຫຍາຍກຳລັງແຮງຂອງເສດຖະກິດຄອບຄົວໃຫ້ພັດທະນາ, ເປັນເນື້ອໃນຂອງການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ການກໍ່ສ້າງຊົນນະບົດໃໝ່. ຕາມນັ້ນ, ເພີ່ມທະວີຄວາມສາມາດບໍລິຫານການຮ່ວມມືສະຫະກອນ ຕາມທິດເປີດເຜີຍ ໂປ່ງໃສ ໂດຍຜ່ານບັນດານະໂຍບາຍເອື້ອອຳນວຍຊ່ວຍເຫຼືອຂອງລັດ; ປັບປຸງແລະຍົກສູງຄວາມຮູ້, ຄວາມສາມາດຄຸ້ມຄອງ, ເສດຖະກິດ, ການຄ້າ, ເຕັກໂນໂລຊີສູງ ໃຫ້ແກ່ສະມາຊິກ ແລະ ບັນດາຜູ້ທີ່ເຂົ້າຮ່ວມເສດຖະກິດລວມໝູ່ ແລະ ສະຫະກອນ.
ພ້ອມທັງເພີ່ມທະວີການກໍ່ສ້າງ, ປັບປຸງຄວາມຮູ້ ແລະ ວິຊາສະເພາະ ໃຫ້ແກ່ພະນັກງານ, ຂ້າລາຊະກອນ ແລະ ຜູ້ອອກແຮງງານໃນສະຫະກອນ, ເປັນຕົ້ນແມ່ນພະນັກງານຄຸ້ມຄອງສະຫະກອນ ບົນພື້ນຖານປ່ຽນແປງໃໝ່ວິທີການເຄື່ອນໄຫວ. ປະສານການເຊື່ອມໂຍງ, ຮ່ວມມືກໍ່ສ້າງກັບບັນດາໂຮງຮຽນ ທີ່ຂຶ້ນກັນສະຫະພັນສະຫະກອນຫວຽດນາມ ເພື່ອຝຶກອົບຮົມພະນັກງານຄຸ້ມຄອງສະຫະກອນ ແລະ ບຳລຸງສ້າງສະມາຊິກທີ່ເໝາະສົມກັບສະພາບການໃໝ່. ສືບຕໍ່ປະຕິບັດນະໂຍບາຍສົ່ງພະນັກງານໜຸ່ມທີ່ສຳເລັດການສຶກສາຈາກມະຫາວິທະຍາໄລແລະວິທະຍາໄລ ມາເຮັດວຽກທີ່ສະຫະກອນກະສິກຳແລະມີທ້ອງຖິ່ນເປັນໄລຍະເວລາທີ່ແນ່ນອນ; ຈັດຕັ້ງການກໍ່ສ້າງ, ການປັບປຸງ, ການຝຶກງານໃຫ້ແກ່ພະນັກງານສະຫະກອນ ແລະ ພະນັກງານບໍລິຫານລັດກ່ຽວກັບສະຫະກອນ. ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບແຫຼ່ງບຸກຄະລາກອນ ແລະ ຄວາມສາມາດເຄື່ອນໄຫວ ເພື່ອເຂົ້າຮ່ວມຢ່າງມີປະສິດທິຜົນໃນບັນດາໂຄງການ, ການບໍລິການສາທາລະນະ ແລະ ບາງໜ້າທີ່ອື່ນ ໂດຍລັດຖະບານ, ກະຊວງ, ຂະແໜງການ, ທ້ອງຖິ່ນມອບໃຫ້ຕາມກຳນົດຂອງກົດໝາຍ ແລະ ເໝາະສົມກັບສະພາບການຕົວຈິງ.
ທີຫ້າ, ກ່ຽກກັບວຽກງານໂຄສະນາ ແລະ ການໃຫ້ຄຳປຶກສາ.
ເພີ່ມທະວີການໂຄສະນາຍົກສູງຄວາມຮູ້ກ່ຽວກັບເສດຖະກິດລວມໝູ່ ແລະ ສະຫະກອນ. ເພື່ອເຮັດເນື້ອໃນນີ້ໃຫ້ດີ ຈຳເປັນຕ້ອງສືບຕໍ່ຂົນຂວາຍ, ໂຄສະນາກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ຄວາມສຳຄັນ ຂອງສະຫະກອນໃນສະຖານະການໃໝ່; ກຳນົດຈະແຈ້ງການພັດທະນາເສດຖະກິດລວມໝູ່ແລະສະຫະກອນ ແມ່ນທ່າອຽງຈຳເປັນທີ່ຂາດບໍ່ໄດ້ ແລະ ຖືວ່ານີ້ເປັນໜ້າທີ່ການເມືອງທີ່ສຳຄັນ ແລະ ເປັນປະຈຳຂອງກະຊວງ, ຂະແໜງການ, ທ້ອງຖິ່ນ. ເພີ່ມທະວີການນຳພາ, ຊີ້ນຳຂອງຄະນະພັກຂັ້ນຕ່າງໆ; ຍົກສູງຜົນປະສິດທິພາບການຄຸ້ມຄອງຂອງລັດຕໍ່ເສດຖະກິດສະຫະກອນ. ສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ ເຊື່ອມຊືນທັດສະນະ ແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດກ່ຽວກັບເສດຖະກິດລວມໝູ່.
ສະຫະພັນສະຫະກອນຂັ້ນຕ່າງໆເປັນເຈົ້າການໃນການຄົ້ນຄວ້າ, ປະສານງານກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃຫ້ຄຳປຶກສາ ໃຫ້ຂໍ້ສະເໜີ ແລະ ຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ກ່ຽວກັບການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນຢ່າງມີປະສິດທິຜົນ; ຍູ້ແຮງການໂຄສະນາ, ກໍ່ສ້າງ, ສະໜອງການບໍລິການ; ໃຫ້ຄຳປຶກສາຊ່ວຍເຫຼືອຈັດຕັ້ງຄືນໃໝ່, ສ້າງຕັ້ງໃໝ່ສະຫະກອນ, ສ້າງສະຫະກອນຜະລິດທີ່ຕິດພັນກັບຕ່ອງໂສ້ຄຸນຄ່າ, ເປັນຕົ້ນແມ່ນ ຕ່ຶງໂສ້ຜະລິດຕະພັນກະເສດເປັນຈຳນວນຫຼາຍ. ດ້ວຍທິດນຳ “ຮ່ວມມື - ປ່ຽນແປງໃໝ່ - ພັດທະນາ - ປະສິດທິຜົນ” ແລະ ເປົ້າໝາຍການພັດທະນາເສດຖະກິດລວມໝູ່ ແລ ສະຫະກອນຢ່າງໄວ, ມີປະສິດທິຜົນ ແລະ ໝັ້ນຄົງ, ສະຫະພັນສະຫະກອນຂັ້ນຕ່າງໆດ້ວຍບົດບາດເປັນແກນກາງໃນການພັດທະນາເສດຖະກິດລວມໝູ່ແລະສະຫະກອນ, ແມ່ນອົງການທີ່ເປັນຕົວແທນໃນການປ້ອງກັນສິດແລະຜົນປະໂຫຍດທີ່ຖືກຕາມກົດໝາຍ ຂອງບັນດາສະມາຊິກ.
ທີຫົກ, ການຮ່ວມມືສາກົນ ແລະ ການເຊື່ອມໂຍງສາກົນ
ຍິ່ງກວ່າເວລາໃດໝົດ, ພຶດຕິກຳຕົວຈິງຮຽກຮ້ອງໃຫ້ພາກເສດຖະກິດລວມໝູ່ ແລະ ສະຫະກອນ ປ່ຽນວິທີການເຄື່ອນໄຫວຂອງຕົນເອງ ເພື່ອໃຫ້ເໝາະກັບຄວາມຕ້ອງການ ແລະ ໃຊ້ປະໂຫຍດຈາກໂອກາດໃນການພັດທະນາໃນທຸກດ້ານຂອງເສດຖະກິດ. ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແມ່ນໂອກາດທັງເປັນສິ່ງທ້າທາຍ, ບັງຄັບໃຫ້ຂົງເຂດເສດຖະກິດລວໃໝູ່ແລະສະຫະກອນ ຕ້ອງມີຄວາມຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ, ເກັບກຳຂໍ້ມູນຂ່າວສານ, ເຂົ້າເຖິງວິທະຍາສາດ ເຕັກໂນໂລຊີຊັ້ນສູງ ເພື່ອໝູນໃຊ້ເຂົ້າໃນການຜະລິດ, ເໝາະສົມກັບພາກຕົວຈິງຂອງຫວຽດນາມ. ດັ່ງນັ້ນ, ຍູ້ແຮງບັນດາຮູບການຮ່ວມມືສາກົນໃນການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນຢ່າງບໍ່ຢຸດຢັ້ງເພື່ອຮ່ຳຮຽນປະສົບການການຄຸ້ມຄອງ ແລະ ຕົວແບບການພັດທະນາສະຫະກອນແບບຍືນຍົງຂອງປະເທດຕ່າງໆ. ເປັນເຈົ້າການຮັບຮູ້ບົດຮຽນທີ່ດີຂອງຕ່າງປະເທດ, ພາກພື້ນທີ່ມີຂະບວນການສະຫະກອນທີ່ແຂງແຮງ. ໃນນັ້ນ, ເອົາໃຈໃສ່ດູດຊຶມການຊ່ວຍເຫຼືອດ້ານເຕັກນິກການພັດທະນາ ໃນການຈັດຕັ້ງ ແລະ ການເສີມຂະຫຍາຍຄວາມສາມາດຂອງສະຫະກອນ, ການຈັດຕັ້ງ ແລະ ເສີມຂະຫຍາຍຄວາມສາມາດຂອງໂຄງສ້າງສະໜັບສະໜູນ ສຳລັບອົງການຈັດຕັ້ງເສດຖະກິດລວມໝູ່.
ສະຫະພັນສະຫະກອນຫວຽດນາມເປັນເຈົ້າການໃນການດູດຊຶມປະສົບການ, ເຜີຍແຜ່ການນຳໃຊ້ທີ່ຍືດຫຍຸ່ນແລະມີປະສິດທິຜົນ ຂອງຕົວແບບໃນປະເທດແລະຕ່າງປະເທດທີ່ປະສົບຄວາມສຳເລັດ. ເພີ່ມທະວີການຮ່ວມມືກັບບັນດາອົງການສາກົນເຊັ່ນ: ສະຫະພັນສະຫະກອນສາກົນ, ບັນດາອົງການຈັດຕັ້ງສະຫະກອນໃນຕ່າງປະເທດ, ບັນດາອົງການຕາງໜ້າແລະຊ່ວຍເຫຼືອສະຫະກອນບັນດາປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກ, ອຸປະກອນ, ເຄື່ອງຈັກ, ການເຊື່ອມໂຍງແລະເປີດກວ້າງຕະຫຼາດ…/.
-----------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 990 (ເດືອນພຶດສະພາ 2022)