ທັດສະນະ ແລະ ບັນດາວິທີແກ້ໃໝ່ກ່ຽວກັບ ການກໍ່ສ້າງພັກ ທີ່ໄດ້ກຳນົດໃນເອກະສານ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ
ວກ. - ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ສຳເລັດຜົນຢ່າງຈົບງາມ. ກອງປະຊຸມໃຫຍ່ໄດ້ປຶກສາສົນທະນາ ແລະ ເປັນເອກະພາບສູງກັບເອກະສານສະບັບຮ່າງຕ່າງໆ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ສະເໜີຕໍ່ກອງປະຊຸມໃຫຍ່. ບັນດາເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ພິເສດແມ່ນລາຍງານການເມືອງ ມີຈຸດໃໝ່ຫຼາຍຈຸດທຽບກັບລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XI. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງວິວັດການພັດທະນາຄວາມຮັບຮູ້, ຈິນຕະນາການທິດສະດີ ແລະ ການໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງກັບສະພາບການປະເທດ ຂອງພັກກອມມູນິດຫວຽດນາມ.
ພາບປະກອບ
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກສືບຕໍ່ຢັ້ງຢືນ ການກໍ່ສ້າງພັກແມ່ນໜ້າທີ່ຕົ້ນຕໍ. ໃນນັ້ນ, ການສຸມໃສ່ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງແລະຄຸນສົມບັດ, ຕັ້ງໜ້າປ່ຽນແປງໃໝ່ແບບວິທີການນຳພາ ແມ່ນບັນດາບັນຫາພື້ນຖານ, ແມ່ນຮາກຖານເພື່ອກໍ່ສ້າງພັກໃຫ້ທຽບເທົ່າລະດັບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ກ່ຽວກັບເນື້ອໃນຂອງວຽກງານກໍ່ສ້າງພັກ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ມີຫຼາຍທັດສະນະ ແລະ ວິທີແກ້ໄຂໃໝ່ທຽບກັບເອກະສານກອງປະຊຸມໃຫຍ່ຄັ້ງທີ XI.
ທີໜຶ່ງ, ເນື້ອໃນກ່ຽວກັບວຽກງານກໍ່ສ້າງພັກໄດ້ຮັບການເນັ້ນໜັກ ແລະ ກຳນົດຖືກຕ້ອງຕາມຄວາມສຳຄັນ, ທີ່ຕັ້ງຫຼັກແຫຼ່ງຂອງວຽກງານກໍ່ສ້າງພັກໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ລະອຽດຄື: 1- ບັນຫາ “ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ” ຖືກກຳນົດເປັນພາກສ່ວນທຳອິດໃນຫົວຂໍ້ຂອງກອງປະຊຸມໃຫຍ່ ແລະ ກໍເປັນຫົວຂໍ້ຂອງລາຍງານການເມືອງ, ນັ້ນແມ່ນ: “ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ເສີມຂະຫຍາຍກຳລັງແຮງປວງຊົນທັງຊາດ, ປະຊາທິປະໄຕສັງຄົມນິຍົມ; ຍູ້ແຮງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ; ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ, ຮັບສາສິ່ງແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ສູ້ຊົນເພື່ອເຮັດໃຫ້ປະເທດເຮົາກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ ໂດຍໄວ”. 2- ໃນ 15 ຂໍ້ທີ່ເວົ້າເຖິງ 15 ບັນຫາໃຫຍ່ຂອງລາຍງານການເມືອງນັ້ນ, ຫົວຂໍ້ “ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງພັກ” ມີເນື້ອໃນຍາວກວ່າໝູ່ (ຫົວຂໍ້ກໍ່ສ້າງພັກຍາວກວ່າ 35 ໜ້າ, 14 ຫົວຂໍ້ທີ່ຍັງເຫຼືອຍາວ 123 ໜ້າ) ຊຶ່ງສະແດງເຖິງບົດບາດ ທີ່ຕັ້ງສຳຄັນຂອງວຽກງານກໍ່ສ້າງພັກຢູ່ໃນລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ XII ແລະ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. 3- ກອງປະຊຸມໃຫຍ່ຄັ້ງທີ XII ກຳນົດ 6 ໜ້າທີ່ຈຸດໜັກໃຈກາງໃນທົ່ວທັງສະໄໝ, ໃນນັ້ນ 2 ໜ້າທີ່ທຳອິດແມ່ນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ນັ້ນແມ່ນ: ກ- ເພີ່ມທະວີການກໍ່ສ້າງ ປັບປຸງພັກ; ກີດກັ້ນ, ຍູ້ຖອຍຄວາມເສື່ອມໂຊມທາງດ້ານການເມືອງແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ປະກົດການ “ຫັນປ່ຽນໂດຍຕົນເອງ”, “ປ່ຽນແປງໂດຍຕົນເອງ” ຢູ່ພາຍໃນພັກ. ສຸມໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນຖັນແຖວພະນັກງານຂັ້ນຍຸດທະສາດ, ໃຫ້ມີຄວາມສາມາດ ຄຸນທາດ ແລະ ອິດທິພົນຢ່າງພຽງພໍ, ທຽບເທົ່າກັບລະດັບໜ້າທີ່. ຂ- ກໍ່ສ້າງການຈັດຕັ້ງກົງຈັກຂອງລະບົບການເມືອງທັງໝົດໃຫ້ມີຄວາມກະທັດຮັດ, ເຄື່ອນໄຫວມີຄວາມສັກສິດ ມີປະສິດທິຜົນ; ຍູ້ແຮງການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ພະຍາດອາດຍາສິດ.
ທີສອງ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກຳນົດທິດທາງລວມກ່ຽວກັບວຽກງານກໍ່ສ້າງພັກໃນສະໄໝປະຈຳການທັງສະໄໝຄື: “ໃນຊຸມປີສະເພາະໜ້າ, ລະດັບຄາດໝາຍແລະໜ້າທີ່ອັນໜັກໜ່ວງຂອງສະໄໝແຫ່ງການພັດທະນາໃໝ່ ຮຽກຮ້ອງໃຫ້ຕ້ອງຍູ້ແຮງວຽກງານກໍ່ສ້າງພັກຍິ່ງກວ່າອີກ ຊຶ່ງຈຸດໜັກໃຈກາງແມ່ນເດັດດ່ຽວ, ຕັ້ງໝັ້ນສືບຕໍ່ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ວ່າດ້ວຍບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”. ການທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກຳນົດວ່າຕ້ອງສືບຕໍ່ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ກ່ຽວກັບການກໍ່ສ້າງພັກນັ້ນ ມັນສະແດງໃຫ້ເຫັນເຖິງຄວາມຕັດສິນໃຈການເມືອງຂອງທົ່ວພັກ, ຂອງທົ່ວທັງລະບົບການເມືອງ ຕໍ່ກັບໜ້າທີ່ກໍ່ສ້າງ ປັບປຸງພັກ, ແລະ ຖືວ່າອັນນັ້ນທັງເປັນໜ້າທີ່ຈຸດໜັກໃຈກາງ ພື້ນຖານ, ທັງເປັນໜ້າທີ່ທີ່ເປັນປະຈຳ ຍາວນານ ຂອງວຽກງານກໍ່ສ້າງພັກໃນສະພາບການປັດຈຸບັນ; ແກ້ໄຂຜ່ານຜ່າຄວາມຈຳກັດ ຂໍ້ຂາດຕົກບົກພ່ອງຈຳນວນໜຶ່ງ ແລະ ວຽກງານບາງຢ່າງທີ່ບໍ່ບັນລຸໄດ້ຕາມເປົ້າໝາຍທີ່ມະຕິວາງອອກມາ.
ທີສາມ, ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ຫັນສອງໜ້າທີ່ຈຸດໜັກໃຈກາງກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ເປັນລະອຽດເປັນ 3 ໂຄງການໃນແຜນການເຮັດວຽກທັງໝົດຂອງສູນກາງ ເພື່ອສະເໜີຕໍ່ບັນດາກອງປະຊຸມສູນກາງພັກສະໄໝທີ XII, ນັ້ນຄື: 1- ເພີ່ມທະວີການກໍ່ສ້າງ ປັບປຸງພັກ, ກີດກັ້ນ ຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນກຳລົງຊີວິດໃນພັກ, ບັນດາປະກົດການ “ຫັນປ່ຽນໂດຍຕົນເອງ”, “ປ່ຽນແປງໂດຍຕົນເອງ” ຢູ່ພາຍໃນພັກ (ໂຄງການທີ່ຈະສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 4, ເດືອນຕຸລາ 2016). 2- ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາຂອງພັກ, ຕິດກັບກໍ່ສ້າງການຈັດຕັ້ງກົງຈັກຂອງລະບົບການເມືອງທັງໝົດ ໃຫ້ມີຄວາມກະທັດຮັດ, ເຄື່ອນໄຫວມີຄວາມສັກສິດ ມີປະສິດທິຜົນ; ຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ພະຍາດອາດຍາສິດ (ໂຄງການທີ່ຈະສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 6, ເດືອນຕຸລາ 2017). 3- ສຸມໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນຖັນແຖວພະນັກງານຂັ້ນຍຸດທະສາດ, ໃຫ້ມີຄວາມສາມາດ ຄຸນທາດ ແລະ ອິດທິພົນຢ່າງພຽງພໍ, ທຽບເທົ່າກັບລະດັບໜ້າທີ່ (ໂຄງການທີ່ຈະສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 7, ເດືອນພຶດສະພາ 2018).
ທີສີ່, ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກຳນົດ 10 ໜ້າທີ່ກ່ຽວກັບການກໍ່ສ້າງພັກ, ຊຶ່ງໄດ້ເພີ່ມເຕີມ 2 ໜ້າທີ່ໃໝ່ທຽບກັບກອງປະຊຸມໃຫຍ່ຄັ້ງທີ XI, ນັ້ນຄື:
1- ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງວຽກງານຂົນຂວາຍປະຊາຊົນ, ເພີ່ມທະວີຄວາມພົວພັນສະໜິດແໜ້ນລະຫວ່າງພັກ ກັບປະຊາຊົນ. ໃນກອງປະຊຸມໃຫຍ່ຄັ້ງທີ XI ຍັງບໍ່ທັນມີຫົວຂໍ້ສະເພາະກ່ຽວກັບວຽກງານຂົນຂວາຍປະຊາຊົນ ຊຶ່ງໃນຂະນະນັ້ນວຽກງານຂົນຂວາຍປະຊາຊົນມີຄວາມຈຳກັດຫຼາຍດ້ານ. ການກໍ່ສ້າງ, ເປັນຕົ້ນແມ່ນການຜັນຂະຫຍາຍປະຕິບັດບັນດາມະຕິ, ຄຳສັ່ງຂອງພັກກ່ຽວກັບວຽກງານຂົນຂວາຍປະຊາຊົນ ກໍຍັງບໍ່ທັນທັນການ, ມີປະສິດທິຜົນໜ້ອຍ; ການຕີລາຄາ, ຄາດຄະເນສະພາບຄວາມປ່ຽນແປງໂຄງປະກອບສັງຄົມ, ພາກສ່ວນພົນລະເມືອງ, ແນວຄິດຈິດໃຈ ຄວາມປາຖະໜາຂອງບັນດາຊັ້ນຄົນປະຊາຊົນ... ກໍຍັງບໍ່ທັນຊັດເຈນ ດັ່ງນັ້ນ ແຜນນະໂຍບາຍ, ນະໂຍບາຍ ແລະ ມາດຕະການຈຶ່ງບໍ່ແທດເໝາະກັບສະພາບຕົວຈິງ. ເລີ່ມຈາກທີ່ຕັ້ງອັນສຳຄັນ ແລະ ຄວາມເປັນຈິງຂອງວຽກງານຂົນຂວາຍປະຊາຊົນໃນສະພາບການປັດຈຸບັນ, ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ມີຫົວຂໍ້ສະເພາະກ່ຽວກັບວຽກງານຂົນຂວາຍປະຊາຊົນ, ເພື່ອແນໃສ່ຫັນເປັນລະອຽດແລະປະຕິບັດ ລັດຖະທຳມະນູນປີ 2013 ກ່ຽວກັບການເພີ່ມທະວີສາຍພົວພັນສະໜິດແໜ້ນລະຫວ່າງພັກກັບປະຊາຊົນ ແລະ ສືບຕໍ່ຍູ້ແຮງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ XI ວ່າດ້ວຍ “ເພີ່ມທະວີ ແລະ ປ່ຽນແປງໃໝ່ການນຳພາຂອງພັກຕໍ່ກັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່”.
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ວາງວິທີແກ້ໄຂໃໝ່ຈຳນວນໜຶ່ງເພື່ອປະຕິບັດເນື້ອໃນນີ້: ທີໜຶ່ງ, ປັບປຸງຄວາມເຊື່ອຖືຂອງປະຊາຊົນຕໍ່ກັບພັກ, ເພື່ມທະວີກຸ່ມກ້ອມມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມພົວພັນສະໜິດແໜ້ນລະຫວ່າງພັກແລະປະຊາຊົນ; ແກ້ໄຂຄວາມຂ້ອງໃຈ, ຂໍ້ສະເໜີທີ່ສົມເຫດສົມຜົນຂອງປະຊາຊົນ ແລະ ຄວາມຮ້ອງທຸກ, ກ່າວຟ້ອງຂອງພົນລະເມືອງ ຢ່າງທັນການ, ມີປະສິດທິຜົນ. ທີສອງ, ປ່ຽນແປງໃໝ່ແບບວິທີການນຳພາຂອງພັກກ່ຽວກັບວຽກງານຂົນຂວາຍປະຊາຊົນ ໃນເງື່ອນໄຂພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງສາກົນ. ຖັນແຖວພະນັກງານ, ສະມາຊິກພັກຕ້ອງເຊື່ອປະຊາຊົນ, ນັບຖືປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮ່ຳຮຽນນຳປະຊາຊົນ, ອີງໃສ່ປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ. ທີສາມ, ສືບຕໍ່ຫັນສາຍພົວພັນ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ” ແລະ ທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາພິຈາລະນາ, ປະຊາຊົນເຮັດ, ປະຊາຊົນກວດກາ” ໃຫ້ເປັນນິຕິກຳ, ເປັນອັນລະອຽດ, ເປັນຕົ້ນແມ່ນເນື້ອໃນປະຊາຊົນເປັນເຈົ້າ.
2- ຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ. ຢູ່ກອງປະຊຸມໃຫຍ່ຄັ້ງທີ XI, ວຽກງານການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ ໄດ້ລະບຸໃນພາກກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ. ຢູ່ກອງປະຊຸມໃຫຍ່ຄັ້ງທີ XII, ບັນຫາການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ ໄດ້ລະບຸໃນສອງພາກຄື ກໍ່ສ້າງລັດ ແລະ ກໍ່ສ້າງພັກ, ເພື່ອແນໃສ່ເພີ່ມທະວີການນຳພາຂອງພັກຕໍ່ກັບການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ.
ລາຍງານການເມືອງໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ຊີ້ໃຫ້ເຫັນຄວາມຈິງຄື: ຫຼາຍຄະນະພັກ, ອຳນາດການປົກຄອງຢູ່ຫຼາຍແຫ່ງ ປະຕິບັດບົດບາດຊີ້ນຳນຳພາ, ຄຸ້ມຄອງ, ປະຕິບັດວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຕ້ານຄວາມຟຸມເຟືອ ຍັງບໍ່ທັນດີເທື່ອ; ຍັງບໍ່ທັນເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ, ຂອງປະຊາຊົນ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຄວາມຟຸມເຟືອຍ. ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຄວາມຟຸມເຟືອຍ ບໍ່ບັນລຸໄດ້ຕາມເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ.
ຈາກສະພາບການດັ່ງກ່າວ, ລາຍງານການເມືອງໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ກຳນົດແຈ້ງວ່າ: ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແມ່ນນ້າທີ່ສຳຄັນ ເປັນປະຈຳ ພ້ອມນັ້ນກໍເປັນໜ້າທີ່ທີ່ຫຍຸ້ງຍາກ ສັບສົນ ຍາວນານ. ບັນດາຄະນະພັກ, ກ່ອນອື່ນແມ່ນຜູ້ນຳໜ້າຄະນະພັກ, ອຳນາດການປົກຄອງ ແລະ ລະບົບການເມືອງທັງໝົດ ຕ້ອງເດັດດ່ຽວຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ; ແກ້ໄຂລົງໂທດຢ່າງທັນການ ເຂັ້ມງວດຕໍ່ການກະທຳສໍ້ລາດບັງຫຼວງ ຟຸມເຟືອຍ, ຕໍ່ການປິດບັງ ເຊື່ອງອຳ ປ່ອຍມືໃຫ້ການກະທຳສໍ້ລາດບັງຫຼວງ ຟຸມເຟືອຍ, ຕໍ່ການແຊກແຊງ ກີດກັ້ນວຽກງານຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ.
ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ໄຂໃໝ່ຈຳນວນໜຶ່ງເພື່ອປະຕິບັດເນື້ອໃນດັ່ງກ່າວຄືດັ່ງນີ້:
- ບູລະນະຂໍ້ກຳນົດຕ່າງໆຂອງພັກ, ບັນດານະໂຍບາຍ, ກົດໝາຍຂອງລັດ ເພື່ອຮັບປະກັນໃຫ້ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຕ້ານຄວາມຟຸມເຟືອຍ ມີຄວາມສັກສິດ ມີປະສິດທິຜົນ, ເປັນຕົ້ນແມ່ນຢູ່ໃນບັນດາຂົງເຂດທີ່ອາດຈະເກີດການສໍ້ລາດບັງຫຼວງຫຼາຍເຊັ່ນ ຄຸ້ມຄອງແລະນຳໃຊ້ທີ່ດິນ, ຂຸດຄົ້ນຊັບພະຍາກອນທຳມະຊາດ, ຊັບພະຍາກອນແຮ່ທາດ, ການຮັບ ຈ່າຍງົບປະມານ ແລະ ການຈັດຊື້ພາກລັດ, ການປະຕິບັດບັນດາໂຄງການລົງທຶນກໍ່ສ້າງພື້ນຖານ,...
- ເດັດດ່ຽວ, ຕັ້ງໝັ້ນກໍ່ສ້າງກົນໄກປ້ອງກັນ ເພື່ອບໍ່ອາດກິນສິນບົນ ບໍ່ອາດສໍ້ລາດບັງຫຼວງ; ກົນໄກບອກເຕືອນ ລົງໂທດ ເພື່ອບໍ່ກ້າກິນສິນບົນ ບໍ່ກ້າສໍ້ລາດບັງຫຼວງ.
- ປະຕິບັດຢ່າງເຂັ້ມງວດຂໍ້ກຳນົດກ່ຽວກັບການລາຍງານໄລ່ລຽງຊັບສິນ, ກວດກາການລາຍງານໄລ່ລຽງຊັບສິນ ລາຍໄດ້ຂອງພະນັກງານ ລັດຖະກອນ, ເປັນຕົ້ນແມ່ນພະນັກງານນຳພາ ຄຸ້ມຄອງ; ຈຳກັດການແລກປ່ຽນຊຳລະດ້ວຍເງິນສົດ.
ທີຫ້າ, ນອກຈາກ 2 ໜ້າທີ່ໃໝ່ທີ່ຫາກໍ່ໄດ້ເພີ່ມເຕີມ ທຽບກັບກອງປະຊຸມໃຫຍ່ຄັ້ງທີ XI ແລ້ວ, 8 ໜ້າທີ່ທີ່ຍັງເຫຼືອກ່ຽວກັບວຽກງານກໍ່ສ້າງພັກນັ້ນ ລ້ວນແຕ່ໄດ້ເພີ່ມເຕີມ, ພັດທະນາ ແລະ ເນັ້ນໜັກກວ່າອີກ. ລະອຽດຄື:
1- ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ.
ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຍົກບັນຫາ “ກໍ່ສ້າງພັກທາງດ້ານການເມືອງ”. ຕໍ່ໜ້າຄວາມຈຳກັດຕ່າງໆ ເຊັ່ນ, ການຫັນເປັນນິຕິກຳ, ກໍ່ສ້າງແຜນການປະຕິບັດງານ ແລະ ຈັດຕັ້ງປະຕິບັດມະຕິ ຄຳສັ່ງ ຂໍ້ກຳນົດ ຂໍ້ສະຫລຸບຂອງພັກ ຍັງບໍ່ທັນທັນການ ຄົບຊຸດ ລະອຽດຕົວຈິງ ແລະ ປະສິດທິຜົນກໍບໍ່ສູງ; ຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງອົງການຈັດຕັ້ງພັກຢູ່ຫຼາຍແຫ່ງຍັງຕ່ຳ...; ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ເພີ່ມເຕີມ ແລະ ເນັ້ນໜັກ: “ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ”.
ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ຈຳນວນໜຶ່ງເພື່ອປະຕິບັດ: ທີໜຶ່ງ, ຢຶດໝັ້ນບັນດາບັນຫາທີ່ມີລັກສະນະຫຼັກການໃນການກໍ່ສ້າງພັກ. ຍົກສູງຄວາມສາມາດກຳອຳນາດຂອງພັກ ແລະ ຮັບປະກັນການນຳພາໃຫ້ມີຄວາມສັກສິດ, ມີປະສິດທິຜົນ; ຮັກສາຄຸນທາດຫຼັກຂອງພັກ, ຂອງບັນດາອົງການຈັດຕັ້ງພັກ, ຂອງພະນັກງານ ສະມາຊິກພັກ. ທີສອງ, ຍົກສູງຄວາມສາມາດວາງກຳນົດແນວທາງ, ນະໂຍບາຍທີ່ສອດຄ່ອງກັບກົດເກນພາວະວິໄສ ແລະ ຈຸດພິເສດຂອງຫວຽດນາມ, ສ້າງບາດກ້າວບຸກທະລຸເພື່ອການພັດທະນາ. ທີສາມ, ບູລະນະກົນໄກ, ກົດລະບຽບ ແລະ ຈັດຕັ້ງປະຕິບັດການຕິຊົມຕົນເອງ ແລະ ຕິຊົມ, ການຊັກຖາມໃນກອງປະຊຸມຕ່າງໆ ຂອງຄະນະບໍລິຫານງານສູນກາງ, ຄະນະພັກ, ຄະນະປະຈຳການຂອງຄະນະພັກຂັ້ນຕ່າງໆ ຢ່າງເຂັ້ມງວດ, ມີປະສິດທິຜົນ. ທີສີ່, ກໍ່ສ້າງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນກົນໄກເສີມຂະຫຍາຍບົດບາດຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ.
2- ປ່ຽນແປງໃໝ່ວຽກງານແນວຄິດ, ທິດສະດີ.
ກອງປະຊຸມໃຫຍ່ຄັ້ງທີ XI ລະບຸ: “ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານແນວຄິດ, ທິດສະດີ”. ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ເພີ່ມເຕີມ ແລະ ເນັ້ນ: “ປ່ຽນແປງໃໝ່ວຽກງານແນວຄິດ, ທິດສະດີ”. ຕ້ອງປ່ຽນແປງໃໝ່ວຽກງານນີ້ຍ້ອນຄວາມຮຽກຮ້ອງຕ້ອງການຈາກສະພາບການຕົວຈິງ ຊຶ່ງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານແນວຄິດ ທິດສະດີຍັງບໍ່ທັນສູງ, ຍັງບໍ່ທັນຫຼັກແຫຼມ ແລະ ແຮງດຶງດູດໃຈກໍຍັງຕ່ຳ; ວຽກງານສະຫລຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີ ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການຂອງພາລະກິດການປ່ຽນແປງໃໝ່; ວິທີການສິດສອນ ຮ່ຳຮຽນທິດສະດິການເມືອງ ຍັງຫຼ້າຫຼັງ...
ເພື່ອປະຕິບັດໜ້າທີ່ນີ້ໄດ້ຮັບຜົນດີ, ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ໄຂໃໝ່ຈຳນວນໜຶ່ງເພື່ອປະຕິບັດ: ທີໜຶ່ງ, ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ແບບວິທີຂອງວຽກງານແນວຄິດ, ຍົກສູງລັກສະນະສູ້ຮົບ, ລັກສະນະດຶງດູດຈັບໃຈ, ປະສິດທິຜົນຂອງວຽກງານແນວຄິດ ທີ່ຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການປະຕິບັດໜ້າທີ່ການເມືອງ, ສອດຄ່ອງກັບແຕ່ລະໄລຍະ, ສ້າງຄວາມເປັນເອກະພາບສູງໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ. ທີສອງ, ຍູ້ແຮງການໂຄສະນາເຜີຍແຜ່, ຮ່ຳຮຽນລັດທິມາກ - ເລນິນ, ແນວຄິດໂຮ່ຈິມິນ, ທັດສະນະ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ທີ່ສອດຄ່ອງກັບແຕ່ລະເປົ້າໝາຍ ຕາມທິດລະອຽດ, ແທດຈິງ ແລະ ມີປະສິດທິຜົນ. ທີສາມ, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການທິດສະດີ; ຍູ້ແຮງວຽກງານສະຫລຸບສັງລວມພຶດຕິກຳ, ຄົ້ນຄວ້າວິທະຍາສາດ, ສະໜອງຫຼັກຖານວິທະຍສາດ, ທິດສະດີໃຫ້ແກ່ການວາງກຳນົດ ຂະຫຍາຍແນວທາງ ແຜນນະໂຍບາຍ ນະໂຍບາຍຂອງພັກ, ກົດໝາຍຂອງລັດ (ຈຸດໃໝ່ຄື ເອົາການສະຫລຸບສັງລວມພຶດຕິກຳຂຶ້ນເທິງການຄົ້ນຄວ້າທິດສະດີ). ທີສີ່, ປະຕິບັດການອົບຮົມສຶກສາທິດສະດີ, ບຳລຸງຄວາມຮູ້ໃໝ່ໃຫ້ພະນັກງານ ສະມາຊິກພັກຢ່າງເປັນປະຈຳ, ເປັນຕົ້ນແມ່ນພະນັກງານການນຳ ພະນັກງານຄຸ້ມຄອງຂັ້ນຕ່າງໆ, ພິເສດແມ່ນຂັ້ນສູນກາງ.
3- ເພີ່ມທະວີການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຕ້ານລັດທິເອກະຊົນ, ຕ້ານການສວຍໂອກາດ ແລະ ການຖືຜົນປະໂຫຍດເປັນສຳຄັນ.
ກອງປະຊຸມໃຫຍ່ຄັ້ງທີ XI ລະບຸ: “ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຕ້ານລັດທິເອກະຊົນ”. ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ເພີ່ມເຕີມ ແລະ ເນັ້ນ: “ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຕ້ານລັດທິເອກະຊົນ, ຕ້ານການສວຍໂອກາດ ແລະ ການຖືຜົນປະໂຫຍດເປັນສຳຄັນ”. ນີ້ແມ່ນເນື້ອໃນໃໝ່ທີ່ສຳຄັນທີ່ສຸດ ເພື່ອປະຕິບັດເປົ້າໝາຍ “ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ”. ການເພີ່ມເຕີມເນື້ອໃນກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ ແມ່ນບັນຫາສຳຄັນພິເສດໃນສະພາບການປັດຈຸບັນ ຊຶ່ງສະພາບການສໍ້ລາດບັງຫຼວງ ຄວາມຟຸມເຟືອຍຍັງເກີດຂຶ້ນຫຼາຍ ແລະສະແດງອອກນັບມື້ນັບສັບສົນ ເລິກແລບ; ສະພາບຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງພະນັກງານ ສະມາຊິກພັກພາກສ່ວນໜຶ່ງ ຍັງບໍ່ຖືກຍູ້ຖອຍ; ມີດ້ານ, ມີພາກສ່ວນຍັງສະແດງອອກຢ່າງສັບສົນກວ່າແຕ່ກ່ອນ. ເພາະສະນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຈຶ່ງເນັ້ນວ່າຕ້ອງ “ເພີ່ມທະວີການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ” ໃຫ້ພະນັກງານ ສະມາຊິກພັກ. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມຕັດສິນໃຈການເມືອງ ຂອງພັກກອມມູນິດຫວຽດນາມ ໃນການຕໍ່ສູ້ກີດກັ້ນ ຍູ້ຖອຍສະພາບຄວາມເສື່ອມໂຊມທາງດ້ານການເມືອງແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດ ແລະ ບັນດາປະກົດການ “ຫັນປ່ຽນໂດຍຕົນເອງ”, “ປ່ຽນແປງໂດຍຕົນເອງ”, ພະຍາດອາດຍາສິດ, ສໍ້ລາດບັງຫຼວງ ຟຸມເຟືອຍ, ພັກພວກ ພາກສ່ວນນິຍົມ, “ຜົນປະໂຫຍດໝູ່ພວກ”, ເວົ້າບໍ່ໄປຄຽງຄູ່ກັບເຮັດ; ພ້ອມນັ້ນກໍສືບຕໍ່ຢັ້ງຢືນທັດສະນະຂອງພັກ ກ່ຽວກັບການກໍ່ສ້າງຖັນແຖວພະນັກງານຂອງລະບົບການເມືອງ ໂດຍ “ໃຫ້ຄວາມສຳຄັນທັງຄຸນສົມບັດ ແລະ ຄວາມເກັ່ງກ້າສາມາດ, ໃນນັ້ນຄຸນສົມບັດເປັນກົກຮາກ” ເພື່ອກໍ່ສ້າງ “ພັກເຮົາແມ່ນຄຸນສົມບັດ, ແມ່ນສີວິໄລ” ຄືທີ່ລຸງໂຮ່ໄດ້ເວົ້າມາ.
ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ຈຳນວນໜຶ່ງຄື: ທີໜຶ່ງ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນຂອງໂຮ່ຈິມິນ. ທີສອງ, ປະຕິບັດຢ່າງເຂັ້ມງວດກົນໄກກວດກາ, ຕິດຕາມກວດກາ, ກວດສອບຂອງອົງການຈັດຕັ້ງພັກ; ການຕິດຕາມກວດກາ ແລະ ວິຈານສັງຄົມຂອງແນວໂຮມປະເທດຊາດ, ຂອງບັນດາການຈັດຕັ້ງການເມືອງ - ສັງຄົມ ແລະ ຂອງປະຊາຊົນຕໍ່ກັບຄຸນສົມບັດ, ແບບແຜນດຳລົງຊີວິດຂອງພະນັກງານ ສະມາຊິດພັກ.
4- ສືບຕໍ່ປ່ຽນແປງໃໝ່, ປັບປຸງບູລະນະການຈັດຕັ້ງ, ກົງຈັກຂອງພັກ ແລະ ລະບົບການເມືອງ.
ສະພາບການຕົວຈິງປັດຈຸບັນໃຫ້ເຫັນວ່າ, ການຈັດຕັ້ງກົງຈັກຂອງພັກ ແລະ ລະບົບການເມືອງຍັງພະລຸງພະລັງ, ຫຼາຍຂັ້ນຫຼາຍຊັ້ນ; ພາລະບົດບາດ, ໜ້າທີ່ຂອງການຈັດຕັ້ງຈຳນວນໜຶ່ງຍັງຊ້ຳຊ້ອນກັນ; ຄວາມສັກສິດ, ປະສິດທິຜົນການເຄື່ອນໄຫວຂອງຫຼາຍອົງການຈັດຕັ້ງໃນລະບົບການເມືອງ ຍັງຕ່ຳ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ຕາມໜ້າທີ່. ຈຳນວນພະນັກງານ ຂ້າລັດຖະກອນ ບໍ່ພຽງແຕ່ບໍ່ຫລຸດລົງ ຫາກຍັງເພີ່ມຂຶ້ນ, ເປັນຕົ້ນແມ່ນຢູ່ບັນດາຫົວໜ່ວຍພາລະກິດພາກລັດ ແລະ ລັດຖະກອນ, ພະນັກງານສະເພາະກິດ, ບໍ່ສະເພາະກິດຢູ່ຕາແສງ, ເທດສະບານເມືອງ...
ດັ່ງນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຈຶ່ງໄດ້ສືບຕໍ່ພັດທະນາ, ຫັນເປັນລະອຽດແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XI, ມະຕິສະບັບເລກທີ 39-NQ/TW ຂອງກົມການເມືອງສູນກາງກ່ຽວກັບການຫລຸດຜ່ອນການບັນຈຸພະນັກງານ, ຈັດວາງຄືນໃໝ່ໂຄງປະກອບຖັນແຖວພະນັກງານ ລັດຖະກອນ, ແລະຄວາມສະຫລຸບສະບັບເລກທີ 64-KL/TW ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ວ່າດ້ວຍ “ບາງບັນຫາກ່ຽວກັບສືບຕໍ່ປ່ຽນແປງໃໝ່ລະບົບການເມືອງແຕ່ສູນກາງຮອດຮາກຖານ” ແລະ ເນັ້ນວ່າ: ສືບຕໍ່ປ່ຽນແປງໃໝ່, ປັບປຸງບູລະນະການຈັດຕັ້ງກົງຈັກຂອງພັກ ແລະ ລະບົບການເມືອງຕາມທິດກະທັດລັດເບົາບາງ, ເຄື່ອນໄຫວຢ່າງມີຄວາມສັກສິດ, ມີປະສິດທິຜົນ; ຍົກສູງຄວາມສາມາດຊີ້ນຳ ນຳພາ ຈັດການບໍລິຫານ; ປັບປຸງບູລະນະພາລະບົດບາດ ໜ້າທີ່, ຍົກສູງຄຸນນະພາບຂອງຖັນແຖວພະນັກງານ ລັດຖະກອນ; ກຳນົດແຈ້ງສາຍພົວພັນລະຫວ່າງໝູ່ຄະນະເປັນຜູ້ນຳພາ ແລະ ບຸກຄົນຮັບຜິດຊອບ.
ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ຈຳນວນໜຶ່ງເພື່ອປະຕິບັດ: ທີໜຶ່ງ, ປັບປຸງບູລະນະກົນໄກກວດກາອຳນາດ ແລະ ປະຕິບັດການກວດກາອຳນາດຢ່າງເຂັ້ມງວດ ເພື່ອກີດກັ້ນການລ່ວງອຳນາດ, ລະເມີດກົດໝາຍ ວິໄນ. ທີສອງ, ຄົ້ນຄວ້າເພື່ອເຮັດທົດລອງການໂຮມອົງການພັກ ແລະ ອົງການລັດທີ່ມີພາລະບົດບາດ ໜ້າທີ່ທີ່ຄ້າຍຄືກັບ ເຂົ້າເປັນອັນໜຶ່ງອັນດຽວ. ທີສາມ, ປະຕິບັດແຜນນະໂຍບາຍຄຸ້ມຄອງການບັນຈຸພະນັກງານຢ່າງເປັນເອກະພາບໃນທົ່ວລະບົບການເມືອງ. ທີສີ່, ສັບຊ້ອນການຈັດຕັ້ງກົງຈັກໃຫ້ກະທັດລັດ ໂດຍຕິດກັບການສືບຕໍ່ກຳນົດແຈ້ງພາລະບົດບາດ, ໜ້າທີ່, ແບບວິທີການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ. ທີຫ້າ, ປະຕິບັດການຄວບໜ້າທີ່ຕໍ່ຕຳແໜ່ງຈຳນວນໜຶ່ງ ແລະ ຫລຸດຜ່ອນການບັນຈຸພະນັກງານໃນທົ່ວລະບົບການເມືອງ. ທີຫົກ, ປະຕິບັດໂດຍພື້ນຖານ ຕົວແບບເລຂາຄະນະພັກຄວບຕຳແໜ່ງປະທານສະພາປະຊາຊົນຢູ່ຂັ້ນຕ່າງໆ; ສະຫລຸບສັງລວມໂດຍໄວຕົວແບບ ເລຂາຄະນະພັກຄວບຕຳແໜ່ງປະທານຄະນະກຳມະການປະຊາຊົນຂັ້ນຕາແສງ, ຂັ້ນເມືອງ ຢູ່ບ່ອນທີ່ມີເງືອນໄຂສະດວກດີ.
5- ກ່ຽວກັບການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ.
ກອງປະຊຸມໃຫຍ່ຄັ້ງທີ XI ລະບຸ: “ປັບປຸງບູລະນະບັນດາອົງການຈັດຕັ້ງຮາກຖານພັກ ແລະ ຍົກສູງຄຸນນະພາບສະມາຊິກພັກ”. ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ເພີ່ມເຕີມແລະທຳຄວາມກະຈ່າງແຈ້ງຕື່ມອີກ: “ປັບປຸງບູລະນະການຈັດຕັ້ງ, ຍົກສູງຄຸນະພາບ ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງຮາກຖານພັກ ແລະ ຍົກສູງຄຸນນະພາບສະມາຊິກພັກ”. ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ໃໝ່ຈຳນວນໜຶ່ງເພື່ອປະຕິບັດ: ທີໜຶ່ງ, ປັບປຸງບູລະນະການຈັດຕັ້ງ, ຮັບປະກັນການນຳພາຮອບດ້ານຂອງພັກຢູ່ຮາກຖານ. ທີສອງ, ສະຫລຸບສັງລວມການປະຕິບັດຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບສະມາຊິກພັກເຮັດເສດຖະກິດເອກະຊົນ ແລະ ການທົດລອງຮັບເອົາເຈົ້າຂອງວິສາຫະກິດເອກະຊົນທີ່ມີມາດຕະຖານພຽງພໍ ເຂົ້າເປັນສະມາຊິກພັກ. ທີສາມ, ກໍ່ສ້າງຖັນແຖວສະມາຊິກພັກທີ່ເປັນແບບຢ່າງ, ນຳໜ້າ, ນັບຖືປະຊາຊັນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮ່ຳຮຽນນຳປະຊາຊົນ... ບໍ່ທໍ້ຖອຍຕໍ່ຄວາມຫຍຸ້ງຍາກ ສິ່ງທ້າທາຍ, ຕັດສິນໃຈສູ້ຊົນເພື່ອປະຕິບັດເປົ້າໝາຍ, ອຸດົມຄະຕິຂອງພັກ.
6- ກ່ຽວກັບວຽກງານພະນັກງານ ແລະ ປົກປັກຮັກສາການເມືອງພາຍໃນ.
ກອງປະຊຸມໃຫຍ່ຄັ້ງທີ XI ລະບຸ: “ປ່ຽນແປງໃໝ່ວຽກງານພະນັກງານ, ໃຫ້ຄວາມສຳຄັນແກ່ວຽກງານປົກປັກຮັກສາການເມືອງພາຍໃນ”. ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ເພີ່ມເຕີມ ແລະ ເນັ້ນວ່າ: “ປ່ຽນແປງໃໝ່ວຽກງານພະນັກງານຢ່າງແຂງແຮງ, ໃຫ້ຄວາມສຳຄັນແກ່ວຽກງານປົກປັກຮັກສາການເມືອງພາຍໃນ”. ລາຍງານການເມືອງຢູ່ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ຮັບຮູ້ຢ່າງກົງໄປກົງມາວ່າ: ວຽກງານປົກປັກຮັກສາການເມືອງພາຍໃນ ມີຂໍ້ຈຳກັດຈຳນວນໜຶ່ງ, ຍັງບໍ່ທັນເອົາໃຈໃສ່ກຳສະພາບການກາເມືອງ ແລະ ການແກ້ໄຂບັນຫາການເມືອງປັດຈຸບັນກໍຍັງບໍ່ທັນດີ ຊຶ່ງໃນເວລານັ້ນ ບັນດາປະກົດການ “ຫັນປ່ຽນໂດຍຕົນເອງ”, “ປ່ຽນແປງໂດຍຕົນເອງ” ມີທ່າອຽງຫັນປ່ຽນຢ່າງສັບສົນຢູ່ພາຍໃນພັກ, ໃນລະບົບການເມືອງ ແລະ ໃນສັງຄົມ...
ກອງປະຊຸມໃຫຍ່ຄັ້ງທີ XII ຊີ້ແຈ້ງວ່າ: ສືບຕໍ່ຍູ້ແຮງການປະຕິບັດ “ຍຸດທະສາດພະນັກງານໃນສະໄໝແຫ່ງການຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ”; ຫັນບັນດາຫຼັກການກ່ຽວກັບການກໍ່ສ້າງພັກເປັນນິຕິກຳ, ເປັນອັນລະອຽດ; ສືບຕໍ່ປະກາດໃຊ້ ແລະ ປະຕິບັດບັນດາຂໍ້ກຳນົດ ກົດລະບຽບໃນວຽກງານພະນັກງານ, ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດ ແລະ ແໜ້ນແຟ້ນ ລະຫວ່າງຂອດຕ່າງໆ, ຕິດຕໍ່ໜໍ່ເນືອງລະຫວ່າງຂັ້ນຕ່າງໆ; ມີກົດລະບຽບກ່ຽວກັບການຕີລາຄາພະນັກງານຢ່າງຖືກຕ້ອງ, ພາວະວິໄສ, ເພື່ອເປັນພື້ນຖານໃຫ້ແກ່ການນຳໃຊ້ ຈັດວາງສັບຊ້ອນພະນັກງານ, ກີດກັ້ນແລະຍູ້ຖອຍສະພາບການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນໃຫ້ໄດ້ອາຍຸປະຈຳການ, ວິ້ງເຕັ້ນເອົາສັນນິຍະບັດ...
ເພື່ອປະຕິບັດໜ້າທີ່ນີ້ໃຫ້ໄດ້ຮັບປະສິດທິຜົນ, ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ຈຳນວນໜຶ່ງດັ່ງນີ້: ທີໜຶ່ງ, ຫັນເປັນນິຕິກຳ ເປັນອັນລະອຽດຕໍ່ກັບ ຫຼັກການຂອງພັກກ່ຽວກັບສາຍພົວພັນລະຫວ່າງແນວທາງການເມືອງ ແລະ ແນວທາງພະນັກງານ; ທັດສະນະຊົນຊັ້ນ ແລະ ນະໂຍບາຍມະຫາສາມັກຄີຢ່າງກວ້າງຂວາງໃນວຽກງານພະນັກງານ; ຄວາມພົບພັນລະຫວ່າງມາດຕະຖານ ແລະ ການປະກອບ; ລະຫວ່າງຄຸນສົມບັດ ແລະ ຄວາມເກັ່ງກ້າສາມາດ; ລະຫວ່າງການສືບທອດ ແລະ ການພັດທະນາ; ລະຫວ່າງການຄຸ້ມຄອງເປັນເອກະພາບຂອງພັກ ແລະ ເສີມຂະຫຍາຍຢ່າງຄົບຖ້ວນຄວາມຮັບຜິດຊອບຂອງບັນດາອົງການຢູ່ໃນລະບົບການເມືອງ; ລະຫວ່າງອຳນາດຕັດສີນ ແລະ ຄວາມຮັບຜິດຊອບຂອງບຸກຄົນ ແລະ ໝູ່ຄະນະ. ທີສອງ, ປ່ຽນແປງໃໝ່ວຽກງານເລືອກຕັ້ງຢູ່ໃນພັກ, ວິທີຄັດເລືອກ, ແຕ່ງຕັ້ງພະນັກງານ,... ເພື່ອຄັດເລືອກໄດ້ຜູ້ທີ່ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳດີ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ກ້າຄິດ ກ້າທຳ ກ້າຮັບຜິດຊອບ ໃຫ້ຮັກສາຕຳແໜ່ງນຳພາ, ພິເສດແມ່ນຜູ້ນຳໜ້າ. ທີສາມ, ສຸມໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຍຸດທະສາດທີ່ມີຄຸນສົມບັດສິນທຳ ມີຄວາມສາມດ ແລະ ອິດທິພົນຢ່າງຄົບຖ້ວນ, ເທົ່າທຽມກັບລະດັບໜ້າທີ່. ມີກົນໄກ, ນະໂຍບາຍຄົ້ນເຜີຍ, ດຶງດູດ, ນຳໃຊ້ຄົນເກັ່ງ. ທີສີ່, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ເປັນຕົ້ນແມ່ນຄະນະພັກຮາກຖານ ໃນວຽກງານປົກປັກຮັກສາການເມືອງພາຍໃນ; ຕິດແໜ້ນວຽກງານປົກປັກຮັກສາການເມືອງພາຍໃນກັບວຽກງານກໍ່ສ້າງ, ປັບປຸງພັກ. ກຳນົດໜ້າທີ່ຈຸດໜັກໃຈກາງຂອງວຽກງານປົກປັກຮັກສາການເມືອງພາຍໃນໃນໄລຍະປັດຈຸບັນນີ້ ແມ່ນປົກປັກຮັກສາໂຄງການການເມືອງ, ກົດລະບຽບຂອງພັກ; ປົກປັກຮັກສາລັດຖະທຳມະນູນ ແລະ ກົດໝາຍ. ທີຫ້າ, ເດັດດ່ຽວຕໍ່ສູ້, ກີດກັ້ນບັນດາປະກົດການພວກສ່ວນນິຍົມ, ພັກພວກ, “ຜົນປະໂຫຍດໝູ່ພວກ” ທຳລາຍຄວາມສາມັກຄີພາຍໃນພັກ. ປະຕິບັດວິໄນຢ່າງເຂັ້ມງວດຕໍ່ພະນັກງານ ສະມາຊິກພັກ ທີ່ລະເມີດຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບສິ່ງທີ່ສະມາຊິດພັກບໍ່ໄດ້ເຮັດ, ເປັນຕົ້ນແມ່ນການອອກປາກອອກສຽງ, ໂຄສະນະ, ແຈກຢາຍເອກະສານທີ່ຜິດກັບໂຄງການການເມືອງ, ກົດລະບຽບຂອງພັກ, ຜິດກັບມະຕິ ຄຳສັ່ງ ຂໍ້ກຳນົດຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ. ຕໍ່ສູ້ຢ່າງມີປະສິດທິຜົນຕ້ານກັບກົນອຸບາຍ ການເຄື່ອນໄຫວ “ຫັນປ່ຽນໂດຍສັນຕິ” ຂອງບັນດາອິດທິກຳລັງສັດຕູ.
7- ກ່ຽວກັບການປ່ຽນແປງໃໝ່, ຍົກສູງຄວາມສັກສິດ ປະສິດທິຜົນຂອງວຽກງານກວດກາ ຕິດຕາມກວດກາ ແລະ ວິໄນຂອງພັກ.
ກອງປະຊຸມໃຫຍ່ຄັ້ງທີ XI ລະບຸ “ປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງວຽກງານກວດກາ, ຕິດຕາມກວດກາ”. ກອງປະຊຸມໃຫຍ່ຄັ້ງທີ XII ເພີ່ມເຕີມ ແລະ ເນັ້ນ: “ປ່ຽນແປງໃໝ່, ຍົກສູງຄວາມສັກສິດ, ປະສິດທິຜົນຂອງວຽກງານກວດກາ ຕິດຕາມກວດກາ ແລະ ວິໄນຂອງພັກ”. ການວາງໜ້າທີ່ນີ້ອອກມາແມ່ນເລີ່ມຈາກສະພາບການປັດຈຸບັນຄື: ຄຸນນະພາບ, ປະສິດທິຜົນຂອງວຽກງານກວດກາ, ຕິດຕາມກວດກາ ແລະ ແກ້ໄຂການລະເມີດວິໄນຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ ຍັງບໍ່ທັນສູງ, ບໍ່ເຂັ້ມງວດພຽງພໍເພື່ອປະກອບສ່ວນກີດກັ້ນ, ຍູ້ຖອຍການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ຄວາມຫຍໍ້ທໍ້ຢູ່ພາຍໃນພັກ; ຂໍ້ຂາດຕົກບົກພ່ອງ, ຄວາມຜິດພາດຫຼາຍປະການ ຂອງການຈັດຕັ້ງພັກ ຂອງສະມາຊິກພັກ ບໍ່ຖືກຄົ້ນເຜີຍ ກວດກາ ຫຼືຖືກແກ້ໄຂຢ່າງຊັກຊ້າ ແກ່ຍາວ, ດັ່ງນັ້ນ ລະບຽບວິໄນຢູ່ຫຼາຍແຫ່ງຈຶ່ງບໍ່ເຂັ້ມງວດ; ບົດບາດ, ຄວາມຮັບຜິດຊອບຂອງບັນດາການຈັດຕັ້ງໃນລະບົບການເມືອງ ແລະ ຂອງປະຊາຊົນໃນວຽກງານກວດກາ, ຕິດຕາມກວດກາ ບໍ່ໄດ້ເສີມຂະຫຍາຍຢ່າງຄົບຖ້ວນ.
ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ໄຂຈຳນວນໜຶ່ງອອກມາຄື: ທີໜຶງ, ແກ້ໄຂປະຕິບັດວິໄນຢ່າງທັນການ, ເຂັ້ມງວດຕໍ່ອົງການຈັດຕັ້ງພັກ, ສະມາຊິກພັກທີ່ລະເມີດໂຄງການການເມືອງ ກົດລະບຽບຂອງພັກ, ລະເມີດມະຕິ ຄຳສັ່ງ ຂໍ້ກຳນົດຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ຕໍ່ບັນດາການກະທຳປິດບັງ, ປົກປ້ອງ, ອະນຸໂລມໃຫ້ຄວາມຂາດຕົກບົກພ່ອງ, ການລະເມີດວິໄນຂອງອົງການຈັດຕັ້ງພັກ ແລະຂອງສະມາຊິກພັກ; ປະກາດຜົນຂອງການແກ້ໄຂປະຕິບັດວິໄນຢ່າງເປີດເຜີຍ. ທີສອງ, ລວມສູນການຊີ້ນຳເພື່ອກໍ່ສ້າງ, ປັບປຸງບູລະນະຂໍ້ກຳນົດຕ່າງໆຂອງພັກ ເພື່ອຍົກສູງຄຸນະພາບ, ຄວາມສັກສິດ ແລະ ປະສິດທິຜົນຂອງວຽກງານກວດກາ, ຕິດຕາມກວດກາ, ວິໄນຂອງພັກ. ທີສາມ, ເອົາໃຈໃສ່ກວດກາ, ຕິດຕາມກວດກາ ຕໍ່ຜູ້ນຳໜ້າຄະນະພັກ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ ໃນການຮັກສາຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ, ບໍ່ປະໃຫ້ພີ່ນ້ອງໃນຄອບຄົວສວຍໃຊ້ສິດອຳນາດ ຖານະຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ. ທີສີ່, ຄົ້ນຄວ້າການເພີ່ມສິດອຳນາດກວດກາ, ປະຕິບັດວິໄນຂອງພັກ ໃຫ້ຄະນະກຳມະການກວດກາຂັ້ນຕ່າງໆ.
8- ກ່ຽວກັບການປ່ຽນແປງໃໝ່ແບບວິທີການນຳພາຂອງພັກ.
ກ່ຽວກັບເນື້ອໃນນີ້, ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ເນັ້ນເຖິງຂໍ້ຈຳກັດຈຳນວນໜຶ່ງຄື, ການປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ກັບລັດ, ແນວໂຮມປະເທດຊາດ ແລະ ບັນດາການຈັດຕັ້ງການເມືອງສັງຄົມ ຍັງຊັກຊ້າ; ແບບວິທີການນຳພາຂອງພັກຕໍ່ກັບລັດ ມີບາງເນື້ອໃນຍັງສັບສົນ; ຍັງບໍ່ທັນກຳນົດຢ່າງຈະແຈ້ງເນື້ອໃນ ແລະ ແບບວິທິກຳອຳນາດ...
ຕໍ່ໜ້າສະພາບການດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ກຳນົດ: ສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງແບບວິທິການນຳພາຂອງພັກຕໍ່ກັບລະບົບການເມືອງ, ພິເສດແມ່ນຕໍ່ກັບລັດ. ບັນດາອົງການຈັດຕັ້ງພັກແລະ ສະມາຊິກພັກ ຕ້ອງເປັນແບບຢ່າງໃນການປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ. ປ່ຽນແປງໃໝ່ແບບວິທິການນຳພາຂອງພັກ ຕໍ່ກັບແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ເຄົາລົບນັບຖືຫຼັກການເຈລະຈາປະຊາທິປະໄຕ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ. ໃຫ້ຄວາມສຳຄັນແກ່ການກໍ່ສ້າງວັດທະນະທຳໃນບັນດາອົງການຈັດຕັ້ງພັກ, ອົງການລັດ, ໃນລະບົບການເມືອງ.
ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງວິທີແກ້ໄຂໃໝ່ຈຳນວນໜຶ່ງຄື: ທີໜຶ່ງ, ສືບຕໍ່ສະຫລຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີກ່ຽວກັບພັກກຳອຳນາດ, ກຳນົດແຈ້ງຈຸດປະສົງ, ແບບວິທີ, ເນື້ອໃນ ແລະ ເງື່ອນໄຂກຳອຳນາດ; ການເສີມຂະຫຍາຍປະຊາທິປະໄຕໃນເງື່ອນໄຂພັກການເມືອງໜຶ່ງດຽວກຳອຳນາດ; ໄພອັນຕະລາຍຕ່າງໆທີ່ຕ້ອງເອົາໃຈໃສ່ປ້ອງກັນສຳລັບພັກກຳອຳນາດ. ທີສອງ, ສືບຕໍ່ຫັນເປັນລະອຽດຕໍ່ແບບວິທີການນຳພາຂອງພັກ ທີ່ໄດ້ລະບຸໃນໂຄງການກໍ່ສ້າງປະເທດຊາດໃນສະໄໝແຫ່ງການຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບປັບປຸງ, ຂະຫຍາຍຕື່ມປີ 2011) ຢູ່ໃນທຸກໆຂັ້ນ ດ້ວຍບັນດາກົດລະບຽບ, ຂໍ້ກຳນົດ, ລຳດັບດຳເນີນງານອັນລະອຽດ. ທີສາມ, ກຳນົດແຈ້ງກວ່າອີກ ກ່ຽວກັບມາດຕະຖານພັກຮັບໃຊ້ປະຊາຊົນ, ຍອມຮັບການຕິດຕາມກວດກາຂອງປະຊາຊົນ ແລະ ຮັບຜິດຊອບຕໍ່ປະຊາຊົນກ່ຽວກັບການຕັດສິນຕົກລົງຕ່າງໆຂອງຕົນ. ກຳນົດຢ່າງຈະແຈ້ງກວ່າອີກ ກ່ຽວກັບສິດອຳນາດ ແລະ ຄວາມຮັບຜິດຊອບຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອ, ຄະນະເລຂາທິການສູນກາງ, ຄະນະພັກ ແລະ ຄະຄະປະຈຳຂອງຄະນະພັກຂັ້ນຕ່າງໆ. ທີສີ່, ຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ; ມີກົນໄກເພື່ອໃຫ້ທ້ອງຖິ່ນຕ່າງໆເສີມຂະຫຍາຍສິດເປັນເຈົ້າການ ປະດິດສ້າງ, ຕິດກັບການເຊີດຊູຄວາມຮັບຜິດຊອບ, ພ້ອມກັນນັ້ນກໍຮັບປະກັນການນຳພາ, ຄຸ້ມຄອງເປັນເອກະພາບຂອງສູນກາງ. ທີຫ້າ, ປ່ຽນແປງໃໝ່ວິທີ, ແບບແຜນ, ລະບຽບການເຮັດວຽກຂອງບັນດາອົງການນຳພາຂອງພັກ ແຕ່ສູນກາງລົງຮອດຮາກຖານ, ກໍ່ສ້າງແບບແຜນເຮັດວຽກຢ່າງມີວິທະຍາສາດ, ລວມໝູ່, ປະຊາທິປະໄຕ, ໃກ້ຊິດກັບປະຊາຊົນ, ນັບຖືປະຊາຊົນ, ເພື່ອປະຊາຊົນ, ໃກ້ຊິດຕິດແທດກັບພຶດຕິກຳ, ເວົ້າໄປຄຽງຄູ່ກັບເຮັດ./.
ໂດຍ: ຮສ, ປອ, ຟ້າມມິງຈິ໊ງ
ກຳມະການກົມການເມືອງ, ເລຂາທິການສູນກາງພັກ,
ຫົວໜ້າຄະນະຈັດຕັ້ງສູນກາງ
--------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 884, ເດືອນມິຖຸນາ 2016.