16/08/2022 | 15:10 PM

Xem với cỡ chữ
ວກ. - ສາຍ​ພົວພັນ​ລະຫວ່າງການປະຕິບັດ​ປະຊາທິປະ​ໄຕ ​ແລະ ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ວິ​ໄນ​ສັງຄົມ ​ແມ່ນສາຍ​ພົວພັນ​ທີ່​ສິບ​ທີ່​ເພີ່ມ​ໃນ​ເອກະສານກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ປະກອບ​ເປັນ​ລະບົບ​ສິບສາຍ​ພົວພັນ​ໃຫຍ່ ​ເຊິ່ງສະ​ແດງ​​ໃຫ້​ເຫັນເຖິງ​ກົດ​ເກນ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ການ​ເຊື່ອມ​ໂຍງ ​ແລະ ການພັດທະນາ​ຢູ່​ຫວຽດນາມ. ຄວາມຕ້ອງການອັນຮີບດ່ວນໃນປັດຈຸບັນ ແມ່ນຕ້ອງຄົ້ນຄວ້າທິດສະດີ ​ແລະ ປະ​ເມີນ​ຜົນ​ການ​ປະຕິບັດ, ບົນ​ພື້ນ​ຖາ​ນນັ້ນ ສະ​ເໜີ​ວິທີ​ແກ້​ໄຂ ​ເພື່ອ​ຮັບ​ຮູ້​ແລະ​ແກ້​ໄຂ​ໃຫ້​ຖືກຕ້ອງ ສາຍ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ​ການ​ເພີ່ມ​ທະວີລະບຽບ​ກົດໝາຍ, ຮັບປະກັນ​ວິ​ໄນ​ສັງຄົມຢູ່​ຫວຽດນາມ​ ​ໃນ​ໄລຍະ​ຈະ​ມາ​ເຖິງ

ເພື່ອປະຕິບັດ​ເປົ້າ​ໝາຍ ​ແລະ ​ບັນດາ​ທິດ​ທາງ​ພື້ນຖານ​ຂອງ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຊີ້​ແຈ້ງ: “ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ເຖິງ​ການ​ກຳ​ແໜ້ນ ​ແລະ ​ແກ້​ໄຂ​ໃຫ້​ດີ ບັນດາ​ສາຍ​ພົວພັນ​ໃຫຍ່: ສາຍ​ພົວພັນ​ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ໝັ້ນ​ຄົງ ​ແລະ ​ການ​ພັດ​ທະ​ນາ​; ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ການ​ປ່ຽນ​ແປງ​ໃໝ່​ການ​ເມືອງ; ລະຫວ່າງ​ເສດຖະກິດ​ຕະຫຼາດ ​ແລະ ທິດ​ທາງ​ສັງຄົມ​ນິຍົມ; ລະຫວ່າງ​ການ​ພັດທະນາກຳລັງ​ການ​ຜະລິດ ​ແລະ ການ​ກໍ່ສ້າງ, ປັບ​ປຸງ​ການ​ພົວພັນ​ການ​ຜະລິດ​ສັງຄົມ​ນິຍົມ​ ໃຫ້​ສົມບູນ​ເທື່ອ​ລະ​ກ້າວ; ລະຫວ່າງ​ການ​ເຕີບ​ໂຕ​ເສກ​ຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ ແລະ ​ຄວາມ​ຍຸຕິທຳທາງ​ສັງຄົມ; ລະຫວ່າງ​ການກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົ​ມ; ລະຫວ່າງ​ຄວາມ​ເປັນ​ເອກະ​ລາດ, ​ເປັນ​ເຈົ້ນ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ລະຫວ່າງ​ພັກ​ນນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າຂອງ”(1).

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ປັບ​ປ່ຽນ​ການ​ພົວພັນ “ລະຫວ່າງ​ເສດຖະກິດ​ຕະຫຼາດ ​ແລະ ທິດ​ທາງ​ສັງຄົມ​ນິຍົມ” ​ເປັນ​ສາຍ​ພົວພັນ “ລະຫວ່າງ​ການ​ປະຕິບັດ​ຕາມ​ບັນດາກົດ​ເກນ​ຕະຫຼາດ ​ແລະ ການ​ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ”(2). ພ້ອມ​ກັນ​ນັ້ນ, ​​ເພີ່ມ​ເຕີມ ສາຍພົວພັນ​ທີ​ເກົ້າ ແມ່ນ​ສາຍ​ພົວ​ພັນ “ລະ​ຫວ່າງ​ລັດ​ແລະ​ຕະ​ຫຼາດ”. ຫຼັງ​ຈາກ​ນັ້ນ, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 12 “ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ລະບຽບ​ລະບອບ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ” ​ໄດ້​ຂະ​ຫຍາ​ຍສາຍ​ພົວພັນ​ນີ້ ​ເປັນສາຍ​ພົວພັນ “ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ”(3)

ເພື່ອປະຕິບັດ​ທິດ​ທາງ​ການ​ພັດທະນາ​ຂອງ​ປະ​ເທດ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​​ໄດ້ເນັ້ນ​ວ່າ: “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ກຳ​ແໜ້ນ ​ແລະ ຈັດການ​​ແກ້​ໄຂ​ໃຫ້​ດີ ບັນດາ​ສາຍ​ພົວພັນ​ໃຫຍ່...; ​ແລະພິ​ເສດ, ສາຍ​ພົວພັນ​ໃໝ່​ທີ່​ໄດ້​ເພີ່ມ​ເຂົ້າ​ໃນ​ຄັ້ງ​ນີ້​ແມ່ນ ສາຍ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ວິ​ໄນ​ສັງຄົມ. ນັ້ນ​ແມ່ນ​ບັນດາ​ສາຍ​ພົວພັນ​ໃຫຍ່, ສະ​ທ້ອນ​ໃຫ້​ເຫັນ​​ເຖິງ ​ບັນດາກົດ​ເກນທີ່​ມີ​ລັກສະນະ​ສັດຈະ​ວິພາກ, ບັນດາ​ບັນຫາ​ທິດ​ສະ​ດີ​ຫຼັກ​ ກ່ຽວ​ກັບ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ ຂອງ​ພັກ​ຂອງ​ພວກ​ເຮົາ, ​ເຊິ່ງຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ, ປັບປຸງ​ບູລະນະ ແລະ ພັດທະນາ​ໃຫ້​ສອດຄ່ອງ​ກັບການ​ປ່ຽນ​ແປງ​ຂອງພຶດຕິ​ກຳ​ຕົວ​ຈິງ; ມັນ​ຮຽກຮ້ອງ​ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນ, ຕ້ອງ​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດ​ໃຫ້​ດີ​ແລະ​ມີ​ປະສິດທິ​ຜົນ. ບໍ່​ສຸດ​ໂຕ່ງ ດ້ານ​ດຽວ​ໂດຍ​ເດັດຂາດ”(4).

ສະຫາຍ ເວືອງດິ່ງເຫວ້ ກຳມະການກົມການເມືອງສູນກາງ, ປະທານສະພາແຫ່ງຊາດ ແລະບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມສຳມະນາ ກ່ຽວກັບບັນດາບັນຫາທີ່ຮັບໃຊ້ໃຫ້ແກ່ການພັດທະນາບັນດາຫົວເລື່ອງ ຂອງການປັບປຸງລະບົບກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ ຮອດປີ 2030, ໂດຍມີວິໄສທັດເຖິງປີ 2045 _ພາບ: TTXVN

ບັນດາ​ບັນຫາ​ທິດ​ສະ​ດີ​ພື້ນຖານ​ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ປະຊາທິປະ​ໄຕ
ກັບ​ລະບຽບ​ກົດໝາຍ ​ແລະ ລະບຽບ​ວິ​ໄນ​ສັງຄົມ

ແນ່ນອນ, ບັນດາ​ມາດຕະ​ເກນ ປະຊາທິປະໄຕ, ການປະຕິບັດປະຊາທິປະໄຕ, ກົດໝາຍ ​ແລະ ລະບຽບວິໄນສັງຄົມ ບໍ່​ສາມາດດຳລົງ​ຢູ່ ຫຼື​ເສີມ​ຂະຫຍາຍຄຸນຄ່າ​ແລະ​ບົດບາດ​ຂອງ​ຕົນ​ໄດ້ ຖ້າແຍກອອກ​ຈາກ​ກັນ ຫຼືກົງກັນຂ້າມ. ປະຊາທິປະ​ໄຕ​ແລະ​ກົດໝາຍ, ລະບຽບ​ກົດໝາຍ, ວິ​ໄນ​ທາງ​ສັງຄົມ ຈຳ​ເປັນຕ້ອງ​ມີ​ກົນ​ໄກດຳ​ເນີນງານ​ໂດ​ຍ​ລວມ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ແບບ​ຍືນ​ຍົງ ​ຢູ່​ທຸກ​ແຫ່ງ, ທຸກ​ເວລາ ​ແລະ ​ໃນ​ທຸກ​ຂົງ​ເຂດ ​ຂອງ​ການ​ເຄື່ອນ​ໄຫວ​ສັງຄົມ.

ທີ​ໜຶ່ງ, ປະຊາທິປະ​ໄຈ​ແລະ​ກົດໝາຍ, ການ​ປະຕິບັດ​ປະຊາທິປະ​ໄຕ​ ແລະ ​ລະບຽບ​ກົດໝາຍ, ລະບຽບ​ວິ​ໄນ​ສັງຄົ​ມ ມີ​ການ​ພົວພັນ​ສັດຈະ​ວິພາກ, ກະ​ທົບ, ຂຶ້ນ​ຕໍ່, ຊ່ວຍ​ຊູ​ເຊິ່ງກັນ​ແລະ​ກັນ.

ປະຊາທິປະ​ໄຕ​ແມ່ນເປົ້າ​ໝາຍ, ເງື່ອນ​ໄຂ ​ແລະ ​ແຮງ​ຈູງ​ໃຈ​ໃນ​ການ​ເຮັດ​ໃຫ້​ກົດໝາຍສົມບູນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ. ກົດໝາຍ​ແມ່ນຕົວ​ຊີ້​ວັດ​ ​ແລະ ພາຫະນະຂອງປະຊາທິປະໄຕ. ກົດໝາຍ​ບໍ່​ພຽງ​ແຕ່​ມີ​ໜ້າ​ທີ່​ບັນທຶກ ​ແລະ ກຳນົດ​ທິດ​ທາງ​ດ້ານ​ກົດໝາຍ​ຂອງ​ປະຊາທິປະ​ໄຕ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ “ປະຕິບັດ​ປະຊາທິປະ​ໄຕ” ​ໃຫ້​ຖືກຕ້ອງ​ໃນ​ຊີວິດ​ທາງ​ກົດໝາຍ - ຕັ້ງ​ແຕ່ການ​ສ້າງ​ກົດໝາຍ ​ເຖິງ​ການ​ປະຕິບັດ​ກົດໝາຍ, ​ແຕ່​ຂໍ້ບັງຄັບ​ກົດໝາຍ ​ເຖິງຈິດສຳນຶກ​ທາງ​ກົດໝາຍ ​ແລະ ວັດທະນະທຳ​ກົດໝາຍ. ນີ້​ແມ່ນ​ວິທີ​ທີ່​ດີ​ສຸດ​ ເພື່ອຍົກ​ສູງ​ບົດບາດ​ແລະຄຸນຄ່າ​ສັງຄົມ​ ຂອງ​ກົດໝາຍ​ໃນ​ຊີວິດ​ສະ​ໄໝ​ໃໝ່.

ກົດໝາຍ​ແມ່ນຕົວ​ຊີ້​ວັດ ​ແລະ ພາຫະນະຂອງປະຊາທິປະໄຕ, ​ແຕ່​ກົດໝາຍກໍ​​ເປັນ​ເອກະລາດ​ທຽບ​ຖານ​ກັບ​ປະຊາທິປະ​ໄຕ. ກົດໝາຍບໍ່​ໄດ້ກໍ່ໃຫ້ເກີດປະຊາທິປະໄຕ, ເພາະວ່າ​ປະຊາທິປະໄຕແມ່ນຜົນຂອງການຕໍ່ສູ້ອັນຍາວນານ ຂອງປະຊາຊົນ​ຜູ້​ອອກ​ແຮງ​ງານ, ​ແມ່ນ​ຜົນ​ຂອງຂະບວນການສະຕິປັນຍາ ແລະ ຄວາມຈຳ​ເປັນ​ ຂອງ​ຄວາມ​ກ້າວໜ້າ​​ຂອງສັງຄົມ. ນອກ​ຈາກ​ການ​ຕັດສິນ​ແລະ​ຊີ້​ຂາດ​ຂອງ​ບັນດາ​ປັດ​ໄຈ​ເສດຖະກິດ​ ແລະ​ໄຮ້​ເສດຖະກິດ​ແລ້ວ, ການ​ພັດທະນາ​ຂອງ​ກົດໝາຍ​ເບິ່ງ​ລວມ​ແມ່ນ​ຂຶ້ນກັບ​ລະດັບປະຊາທິປະໄຕໃນປະຈຸບັນ, ຫຼືໄດ້ຮັບອິດທິພົນຈາກປະຊາທິປະໄຕອື່ນໆ ຈາກພາຍນອກ. ​ເຖິງ​ຄາວ​ຕົນ​ເອງ, ປະຊາ​ທິປະ​ໄຕແມ່ນ​ຂຶ້ນ​ກັບ​ເງື່ອນ​ໄຂ​ເສດຖະກິດ, ການເມືອງ, ສັງຄົມ ແລະ ວັດທະນະທໍາ.

ກົດໝາຍ​ ດ້ວຍ​ທ່າ​ດີ​ແລະ​ຈຸດ​ອ່ອນ​ຂອງ​ຕົນ​ເອງ ​ໄດ້​ສົ່ງ​ຜົນ​ກະທົບ​ຄືນຕໍ່​ປະຊາທິປະ​ໄຕ. ກົດໝາຍ​ອາດ​ຈະ​ຊຸກຍູ້, ຊ່ວຍ​ໜູນ​ໃຫ້​ປະຊາທິປະ​ໄຕ​ພັດທະນາ ​ແລະ​ ກົງ​ຂ້າມ, ສາມາດ​ກົດ​ໜ່ວງ​ຖ່ວງ​ດຶງປະຊາທິປະ​ໄຕ​ໄດ້ໃນຫຼາຍວິທີ. ລະບຽບກົດໝາຍທີ່ບໍ່ຈະແຈ້ງ, ໂປ່ງໃສ ຫຼືບໍ່ຖືກຕ້ອງ ຈະເປັນໂອກາດໃຫ້ແກ່ການລະເມີດ ແລະ ສວຍ​ໃຊ້ປະຊາທິປະໄຕ. ການ​ຕັດສິນ​ໃຈ​ທາງ​ບໍລິຫານ​ຫຼື​ຕຸລາການ​ທີ່​ຜິດພາດ ກໍ​ຈະ​ມີ​ຜົນ​ກະທົບ​ຕໍ່​ການ​ປະຕິບັດ​ປະຊາທິປະ​ໄຕ. ນັ້ນຍັງບໍ່ກ່າວເຖິງການຍອມຮັບທາງກົດໝາຍທີ່ບໍ່ຊັດເຈນ ກ່ຽວ​ກັບ​ກົນ​ໄກ​ການປະຕິບັດປະຊາທິປະໄຕ, ບັນດາ​ຮູບ​ແບບປະຊາທິປະໄຕ ຈະ​ເປັນ​ແບບ​ທາງ​ກົງ ຫຼືຜ່ານ​ການເປັນຕົວແທນ.  

ພ້ອມ​ກັນ​ກັບ​ການ​ພັດທະນາ​ຂອງ​ສັງຄົມ, ປະຊາທິປະ​ໄຕ​ແລະ​ກົດໝາຍ​ນັບ​ມື້​ນັບ​ໄດ້ຮັບການ​ປັບປຸງ​ໃຫ້​ສົມບູນ. ມະນຸດ​ບໍ່​ພຽງ​ແຕ່​ມີ​ຄວາມມຸ່ງ​ມາດ​ປາຖະໜາ​ໃນ​ປະຊາທິປະ​ໄຕ​ເທົ່າ​ນັ້ນ ​ແຕ່​ຍັງ​ຕ້ອງ​ຮູ້ສຶກ​​ຈິງກ່ຽວ​ກັບ​ປະຊາທິປະ​ໄຕ, ການປະຕິບັດ​ປະຊາທິປະ​ໄຕ ​ແລະ ການບັງຄັບໃຊ້ກົດໝາຍ. ປະທານ​ໂຮ່ຈີ​ມິນ​ເຄີຍ​ເນັ້ນ​ໜັກ​ວ່າ: ລັດ​ຕ້ອງ​ອົບຮົມ​ສຶກສາ​ໃຫ້​ປະຊາຊົນ “ຮູ້​ຊົມໃຊ້​ສິດ​ປະຊາທິປະ​ໄຕ, ຮູ້​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ, ກ້າ​ເວົ້າ, ກ້າ​ເຮັດ”(5) ​ໃນ​ຂອບ​ເຂດ​ກົດໝາຍ.

​ເນື້ອ​ແທ້​ຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​​ໃນ​ຫວຽດນາມ​ແມ່ນການ​ສ້າງ​ລະບອບ​ປະຊາທິປະ​ໄຕສັງຄົມ​ນິຍົມ. ຕາມ​ນັ້ນ, ປະຊາທິປະ​ໄຕ​ທັງ​ເປັນ​ເປົ້າ​ໝາຍ, ທັງ​ເປັນ​ກຳລັງ​ໜູນ​ຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ແລະ ການກໍ່ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ. ປະຊາທິປະ​ໄຕ​ແມ່ນ​ແບບ​ວິທີ, ຫຼັກການ​ພື້ນຖານ​ຂອງ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຂອງ​ລັດ​ແລະ​ສັງຄົມ, ​ໃນ​ນັ້ນ, ສະມາຊິກ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ເຄົາລົບ, ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ຮ່ວມການ​ຕັດສິນ​ຕົກ​ລົງ​ບັນດາ​ບັນຫາ​ຂອງ​ປະ​ເທດ. ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ຢືນຢັນວ່າ, ປະຊາທິປະ​ໄຕຕິດ​ພັນ​ກັບ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ. “ປະຊາທິປະ​ໄຕ​ໄປ​ຄຽງ​ຄູ່​ກັນ​ກັບ​ລະບຽບ​ວິ​ໄນ, ຕ້ອງ​ໄດ້​ຫັນ​ເປັນ​ນິຕິ​ກຳ​ດ້ວຍ​ກົດໝາຍ ​ແລະ ​ໄດ້ຮັບປະ​ກັນ​ໂດຍ​ກົດໝາຍ... ສິດທິ​ໄປ​ຄຽງ​ຄູ່​ກັບພັນທະ ​ແລະ ຄວາມ​ຮັບຜິດຊອບ”(6). ປະຊາທິປະ​ໄຕ​ເປັນ​ໄປ​ບໍ່​ໄດ້​ ຖ້າ​ບໍ່​ມີ​ກົດໝາຍ. ປະຊາທິປະ​ໄຕ​ແມ່ນກຳລັງ​ໜູນ, ​ເປົ້າ​ໝາຍ ​ແລະ ​ເງື່ອ​ນໄຂ​ເບື້ອງ​ຕົ້ນ​ແຫ່ງ​ການ​ບູລະນະ​ ຂອງ​ກົດໝາຍ.

ແນວຄວາມຄິດກົດໝາຍໃໝ່, ບັນດາ​ຂໍ້​ກຳນົດບົດ​ບັນຍັດ​ໃໝ່​ຂອງ​ກົດໝາຍ ລ້ວນ​ແຕ່​ເປັນ​ຜົນ​ໂດຍ​ກົງ​ຫຼື​ໂດຍ​ອ້ອມ ​ຂອງ​ລະບອບ​ປະຊາທິປະ​ໄຕ. ບົນ​ພື້ນຖານ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂ​ອງປະຊາຊົນ, ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ຂອງ​ເອກະສານ​ທາງ​ກົດໝາຍ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຊາທິປະ​ໄຕ​ກໍ່​ສະ​ແດງ​ອອກ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າກົດໝາຍ. ​ແນວ​ຄວາມ​ຄິດ​ດ້ານ​ການ​ເມືອງ - ກົດໝາຍຈຳນວນ​ຫຼາຍ ໄດ້​ຮັບ​ການ​ຮັບ​ຮູ້​ຄືນ​ໃໝ່​ຢ່າງພາວະ​ວິ​ໄສ​ກວ່າ​ເກົ່າ ບົນ​ຫຼັກການ​ສືບ​ທອດ​ແບບມູນ​ເຊື້ອ ​ແລະ ຮັບປະກັນ​ທິດທາງ​ສັງຄົມ​ນິຍົມ.

ບັນດາ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ປະຊາທິປະ​ໄຕ​ ແລະການ​ປະຕິບັດ​ປະຊາທິປະ​ໄຕ ​ໄດ້ດຳ​ເນີນ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ຈາກ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​​ໃນ​ປະຊາທິປະ​ໄຕ, ຈາກ​ການ​ຮັບ​ຮູ້​ປະຊາທິປະ​ໄຕ​ໃນ​ລະດັບ​ມະຫາ​ພາກ​ໃນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ເຖິງ​ຄວາມ​ຮູ້ສຶກ​ຕົວ​ຈິງ ​ໃນ​ການ​ປະຕິບັດ​ປະຊາທິປະ​ໄຕ​ໃນ​ຊຸມ​ຊົນນັ້ນ ​ເຮັດ​ໃຫ້​ໃນ​ຈິດ​ສຳນຶກຂອງ​ແຕ່ລະຄົນ ປະຊາທິປະ​ໄຕ​ມີ​ການ​ພັດທະນາ​ທີ່​ເລິກ​ເຊິ່ງອີກ​ກ້າວ​ໜຶ່ງ​ ເຊິ່ງມີ​ຄວາມ​ໃກ້ຊິດ​ຕິດ​ພັນ​ກັບຊີວິດປະຈໍາວັນຂອງຄົນ.

ຕາມ​ການ​ເວລາ, ກົດໝາຍ​ກໍ​ມີ​ການ​ເຄື່ອນ​ເໜັງ​ແລະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ກົດໝາຍ​ຈາກ​ບ່ອນ​ຖືກ​ຮັບ​ຮູ້​ແລະນຳໃຊ້​​ເປັນ​ພຽງເຄື່ອງມື​ໃນ​ການບໍລິຫານ​ຄຸ້ມ​ຄອງ​ຂອງ​ລັດ​ເທົ່າ​ນັ້ນ ​ເຖິງ​ບ່ອນ​ຖືກ​ຮັບ​ຮູ້​ແລະນຳໃຊ້​​ເປັນ​ເຄື່ອງມື-ວິທີ​ການ​ຂອງ​ແຕ່​ລະບຸ​ກຄົນ. ກົດໝາຍ​ບໍ່​ແມ່ນ​ເລື່ອງ​ແປກ​ອີກ​ສຳລັບ​ທຸກ​ຄົນ​ໃນ​ສັງຄົມ​ສະ​ໄໝ​ໃໝ່, ​ເພາະວ່າ​ເຂົາ​ເຈົ້າ​ເຫັນ​ວ່າ​ ໃນ​ຂໍ້​ກຳນົດ​ຂອງ​ກົດໝາຍໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ກົດໝາຍ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ​ແລະ ປະຊາທິປະ​ໄຕ​ໄດ້​ກາຍ​ເປັນ​ຄວາມ​ຈິງ ​ເມື່ອ​ເຂົາ​ເຈົ້າ​ມີ​ສິດ​ຮູ້, ສິດ​ສົນທະນາ, ກວດກາ, ຕິດຕາມກວດກາ, ປະຕິບັດ ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການຊົມ​ໃຊ້.

ການຫັນ​ເປັນ​ປະຊາທິປະ​ໄຕ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດສັງຄົມ ​ຕ້ອງ​ໄດ້​ຮັບ​ການ​ຮັບ​ຮູ້​ແລະ​ຮັບປະກັນ​ໂດຍ​ກົດໝາຍ. ຖ້າ​ບໍ່​ມີ​ຂໍ້​ກຳ​ນົດທາງດ້ານກົດໝາຍກ່ຽວກັບສິດເສລີພາບ​ໃນ​ການ​ແຕ່ງ ການ​ສ້າງສັນ ການ​ປະດິດ​ສ້າງສ່ວນບຸກຄົນ ແລະ ຂໍ້ກໍານົດທາງດ້ານກົດໝາຍ​ກ່ຽວ​ກັບການປົກປ້ອງສິດເສລີພາບ​ເຫຼົ່ານັ້ນ, ປະຊາທິປະໄຕຈະຖືກລະ​ເມີດ ຫຼື​ຖືກສວຍ​ໃຊ້​ໃນ​ທາງ​ບໍ່​ດີ. ​ເວົ້າ​ເຖິງ​ປະຊາທິປະ​ໄຕ​ແມ່ນ​ເວົ້າ​ເຖິງບັນຫາ​ເສ​ລີ​ພາບ ​ແລະ ຄວາມ​ຮັບຜິດຊອບ. ​ເພື່ອ​ເປັນຕົວ​ຊີ້​ວັດ​ເສລີພາບ ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ, ກົດໝາຍ​ຕ້ອງ​ສະທ້ອນ​ເຖິງ​ສິດ​ພື້ນຖານ ​ແລະ ​ເຈດ​ຈຳນົງ, ຄວາມ​ປາຖະໜາຂອງ​ປະຊາຊົນ. ປະຊາທິປະ​ໄຕ, ຄື​ທີ່​ທ່ານປະທານ​ໂຮ່ຈີ​ມິນ​ໄດ້​ຢືນຢັນ, ປະກອບ​ມີ​ທັງ​ສິດທິ, ຜົນ​ປະ​ໂຫຍ​ດ, ພັນທະ ​ແລະ ​ຄວາມ​ຮັບຜິດ​ຊອບ. ດ້ວຍ​ເນື້ອ​ໃນ​ຄື​ແນວ​ນັ້ນ, ປະຊາທິປະໄຕຈຳ​ເປັນ​ຕ້ອງສະແດງອອກ​ໃນ​ຮູບ​ແບບຂອງຂໍ້​ກໍາ​ນົດ​ທາງ​ດ້ານ​ກົດໝາຍ​. ​ເວົ້າ​ເຖິງ​ການລະ​ເມີດ​ປະຊາທິປະ​ໄຕ, ການ​ສວຍ​ໃຊ້​ປະຊາທິປະ​ໄຕ ກໍ​ຕ້ອງ​ເວົ້າ​ຕື່ມ​ກ່ຽວ​ກັບ​ການ​ສວຍ​ໃຊ້​ຊ່ອງ​ຫວ່າງ, ຊ່ອງ​ໂຫວ່​ໃນ​ກົດ​ໝາຍ, ການສວຍໃຊ້ສິດໃນການອອກເອກະສານທາງ​ກົດໝາຍ ຫຼື ເອກະສານບັງຄັບ​ໃຊ້ກົດໝາຍ ເພື່ອລະ​ເມີດ​ກົດໝາຍ ແລະ ນັ້ນກໍ​ໝາຍ​ເຖິງ​ການລະ​ເມີດປະຊາທິປະໄຕ.

ກົດໝາຍ​ຮັບປະກັນ​​ໃຫ້ປະຊາທິປະ​ໄຕ​​ດຳ​ເນີນ​ໄປ​ໃນ​ຂອບ​ເຂດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ແລວ​ທາງ​ທີ່​ເໝາະ​ສົມ. ​ໃນ​ເມື່ອ​ປັບປຸງ​ຂໍ້ກຳນົດກົດໝາຍ​ກ່ຽວກັບ​ປະຊທິປະ​ໄຕ ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງການ​ບັງຄັບ​ໃຊ້​ກົດໝາຍ, ໝາຍ​ຄວາມ​ວ່າ ​ເຮັດ​ໃຫ້​ຂໍ້ກຳນົດຕ່າງໆ​ກ່ຽວ​ກັບ​ປະຊາທິປະ​ໄຕ​ກາຍ​ເປັນຈິງ. ​ເພາະສະ​ນັ້ນ ການ​ເຄື່ອນ​ໄຫວ​ນຳ​ໃຊ້​ກົດໝາຍ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ ​ໃນ​ການ​ປະຕິບັດ​ປະຊາທິປະ​ໄຕ. ​ເບິ່ງ​ຈາກ​ແງ່​ມູມຂອງ​ກົນ​ໄກ​ດັດ​ປັບ​ກົດໝາຍ, ປະຊາທິປະ​ໄຕ​ໄດ້ດຳ​ເນີນ​ການ​ໃນທຸກ​ຂັ້ນ​ຕອນ​ຂອງ​ກົນ​ໄກ​ນັ້ນ, ຕັ້ງ​ແຕ່​ການ​ສ້າງ, ປະກາດ​ໄຊ້ກົດໝາຍ ຈົນ​ເຖິງ​ການ​ບັງຄັບ​ໃຊ້​ກົດໝາຍ​ ພາຍ​ໃຕ້​ຫຼາຍ​ຮູບ​ການ​ທີ່​ຕ່າງ​ກັນ, ທັງ​ໃນດ້ານ​ຈິດສຳນຶກທາງ​ກົດໝາຍ ​ແລະ ວັດທະນະທຳ​ທາງ​ກົດໝາຍ.

ປະຊາທິປະ​ໄຕເປັນ​ລັກສະນະ​ໜຶ່ງ​ຂອງ​ກົດໝາຍ​ໃນ​ລັດ​ແຫ່ງອຳນາດ​ກົດໝາຍ, ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ພື້ນຖານ​ເພື່ອ “ລະບຸ” ລັດ​ແຫ່ງອຳນາດ​ກົດໝາຍ ແລະ ລະດັບການ​ພັດທະນາ​ຂອງສັງຄົມ, ​ເພາະວ່າ, ພິຈາລະນາ​ໂດຍ​ລວມ​ແລ້ວ, ລັດ​ແຫ່ງອຳນາດ​ກົດໝາຍ​ແມ່ນ​ອົງການ​ທາງ​ສັງຄົມ​ລະດັບ​ສູງ​ປະ​ເພດ​ໜຶ່ງ. ການ​ຕໍ່ສູ້​ເພື່ອ​ປົກ​ປ້ອງ​ບັນດາ​ໝາກຜົນ​ຂອງ​ປະຊາທິປະ​ໄຕ ພ້ອມ​ກັນ​ນັ້ນ​ ກໍ​ແມ່ນ​ການ​ຕໍ່​ສູ້​ເພື່ອ​ການ​ຍອມຮັບ ​ແລະ ຮັບປະກັນ​ການ​ປະຕິບັດ​ປະ​ຊາ​ທິປະ​ໄຕ ຜ່ານ​ຂໍ້​ກຳນົດ​ທາງ​ກົດໝາ​ຍ. ​ເບິ່ງ​ລວມ, ໃນເບື້ອງຕົ້ນ, ປະຊາທິປະ​ໄຕສ່ວນ​ໃຫຍ່ສະທ້ອນ​ເຖິງຂົງ​ເຂດການເມືອງ, ຕໍ່ມາໄດ້ແຜ່ຂະຫຍາຍໄປສູ່ຂົງ​ເຂດ​ອື່ນໆ​ເຊັ່ນ: ເສດຖະກິດ, ວັດທະນະທຳ-ສັງຄົມ, ​ແນວ​ຄິດ ແລະ ຈິດໃຈ. ຄື​ກັນ​ກັບ​ຫຼາຍ​ປະກົດ​ການ​ການ​ເມືອງ-ສັງຄົມ​ອື່ນ, ປະຊາທິປະ​ໄຕ​ກໍ​ມີ​ຊີວິດ​ທີ່​ສັບສົນ​ທີ່​ສຸດ.

ດ້ວຍ​ບົດບາດ​ເປັນ​ຕົວ​ຊີ້​ວັດ ແລະ ພາຫະນະຂອງປະຊາທິປະໄຕ, ກົດໝາຍ​ບໍ່​ສາມາດ​ຈະ​ໄດ້​ກຳນົດ​ແບບ​ລວມໆ ​ແຕ່​ຕ້ອງ​ກຳນົດຢ່າງ​ສະ​ເພາະ​ເຈາະ​ຈົງ. ກົດໝາຍກຳນົດ ຢ່າງຈະ​ແຈ້ງ ​ໂປ່​ງ​ໃສ​ ກ່ຽວ​ກັບ​ບັນຫາ​ສິດທິ​ແລະ​ພັນທະ, ຄວາມ​ຮັບຜິດຊອບ​ຂອງ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ​ ໃນ​ການຫັນ​ເປັນ​ປະຊາທິປະ​ໄຕ ​ໃນ​ບັນດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ແລະ​ສັງຄົມ. ກົດໝາຍ​ຕ້ອງ​ມີ​ການກຳນົດ​ຢ່າງ​ສົມ​ເຫດ​ສົມ​ຜົນ​ ກ່ຽວ​ກັບ​ເສລີພາບ​ແລະຄວາມ​ຮັບຜິດ​ຊອບ, ກ່ຽວ​ກັບການ​ກະທຳ​ທີ່​ຕ້ອງ​ຫ້າມ ​ແລະ​ໄດ້​ຮັບ​ອະນຸຍາດ ​ເພື່ອ​ຄ່ອຍໆ​ປະຕິບັດ​ບັນດາ​ຫຼັກການ​ຂອງ​ກົດໝາຍ ​ໃນລັດ​ແຫ່ງ​ອຳ​ຍາດ​ກົດໝາຍ ​ເຊິ່ງ “​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກ​ຢ່າງ​ທີ່​ກົດໝາຍ​ບໍ່​ໄດ້​ຫ້າມ” ແລະ “ອະນຸຍາດໃຫ້ເຮັດສິ່ງ​ທີ່​ກົດໝາຍ​ອະນຸຍາດ​ເທົ່າ​ນັ້ນ”. ຄວາມ​ເປັນ​ຈິງ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ຂໍ້​ຫ້າມ” ຕາມ​ກົດໝາຍ​ນັ້ນ ຍັງ​ບໍ່​ພຽງພໍ, ​ເຖິງ​ແມ່ນ​ຫວ່າງ​ເປົ່າ; ຈາກ​ນັ້ນ, ກໍ່​ໃຫ້​ເກີດ​ຄວາມ​ຫຼາກ​ຫຼາຍ​ໃນ​ການ​ຮັບ​ຮູ້ ​ແລະ ​ການ​ກະທຳ​ຕົວ​ຈິງ.

ການ​ກຳນົດ​ຫຼັກການ “ການ​ຄຸ້ມ​ຄອງ​ສັງຄົມຕ້ອງ​ເປັນ​ໄປ​ດ້ວຍ​ກົດ​ໝາຍ​ແລະ​ສິນ​ທຳ”, ການ​ກະທຳທັງໝົດຂອງບຸກຄົນແລະອົງການຈັດຕັ້ງ ຕ້ອງບໍ່ຂັດກັບກົດໝາຍ ແລະ ຈະລິຍະທຳທາງສັງຄົມນັ້ນ ແມ່ນຖືກຕ້ອງແລະຈຳເປັນຢ່າງຄົບຖ້ວນ. ເບິ່ງ​ກວ້າງ​ອອກ​ໄປ, ຫຼັກການ​ນີ້​ກໍ​ມີ​ຢູ່​ໃນ​ລະບົບ​ກົດໝາຍ​ຂອງ​ຫຼາຍ​ປະ​ເທດ​ທີ່​ຕ່າງ​ກັນ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ແລວ​ທາງ​ດ້ານ​ກົດ​ຫມາຍ​ ​ແລະ ​ແລວ​ທາງ​ດ້ານຈະລິຍະທຳທາງ​ສັງຄົມ ຈະ​ເປັນ​ຂີດ​ຈຳກັດ ເພື່ອຮັບປະກັນ​ໃຫ້​ທຸກ​ການ​ເຄື່ອນ​ໄຫວ​ຂອງບຸກຄົນ, ອົງການຈັດຕັ້ງ ມີລະບຽບວິໄນ, ເສລີ, ປະຊາທິປະໄຕ ແລະ ບໍ່​ລະ​ເມີດ​ປະຊາທິປະ​ໄຕ.

ປະຊາທິປະ​ໄຕ​ບໍ່​ພຽງ​ແຕ່​ຕ້ອງ​ໄດ້​ສະ​ແດງ​ອອກ​ໃນ​ການ​ສ້າງ, ປະກາດ​ໃຊ້​ກົດໝາຍ, ​ ໃນ​ຂໍ້​ກໍາ​ນົດ​ທາງ​ກົດ​ໝາຍ. ຈະ​ບໍ່​ມີ​ປະຊາທິປະ​ໄຕ ຫຼື​ປະຊາທິປະ​ໄຕ​ຖືກ​ລະ​ເມີດ ຖ້າ​ຫາກຂໍ້​ກໍາ​ນົດ​ທາງ​​ກົດ​ໝາຍກ່ຽວ​ກັບ​ປະຊາທິປະ​ໄຕບໍ່​ໄດ້​ປະຕິບັດ ຫຼືປະຕິບັດ​ຜິດພາດ. ດັ່ງ​ນັ້ນ, ການ​ເຄື່ອນ​ໄຫວ​ໝູ​ນ​ໃຊ້​ກົດໝາຍ, ປະຕິບັດ​ກົດໝາຍ​ໃນ​ຊີວິດ​ສັງຄົມ ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນຂອງ​ອົງການ​ລັດນັ້ນ ​ແມ່ນວິທີການຮັບປະກັນປະຊາທິປະໄຕ ແລະ ຍັງ​ເປັນ​ຕົວ​ຊີ້​ວັດ​ລະດັບການປະຕິບັດປະຊາທິປະໄຕ, ພ້ອມ​ທັງ​ເປັນ​ເກນ​ໃນ​ການ​ລະບຸ​ລະບອບປະຊາທິປະ​ໄຕ ໃນປະເທດຂອງພວກເຮົາໃນປະຈຸ​ບັນ. ຫວຽດນາມ​ໄດ້ອອກ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ, ກົດ​ດຳລັດ​ກ່ຽວ​ກັບ​ການ​ປະຕິບັດ​ປະຊາທິປະ​ໄຕ​ຢູ່​ຕາ​ແສງ, ​ເທດສະບານ​ເມືອງ, ​ແຕ່​ການ​ປະຕິບັດ​ກົດ​ລະບຽບດັ່ງກ່າວ​ຄື​ແນວ​ໃດ​ນັ້ນ, ອີກ​ເທື່ອ​ໜຶ່ງ, ຮຽກຮ້ອງ​ໃຫ້​ຕ້ອງດຳ​ເນີນ​ການ​ຢ່າງ​ເປັນ​ປະຊາທິປະ​ໄຕ ​ແລະ ​ເປັນ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ.

ປະຊາທິປະ​ໄຕ​ຕ້ອງ​ສະ​ແດງ​ອອກ​ໃນ​ສະຕິ​ຕໍ່​ກົດໝາຍ ​ແລະ ​ໃນ​ວັດທະນະທຳທາງ​ກົດໝາຍ; ສິ່ງ​ນີ້​ເລີ່​ມຈາກ​ການ​ຫັນ​ເປັນ​ປະຊາທິປະ​ໄຕ​ໃນຂົງ​ເຂດ​ແນວ​ຕິດ, ຈິດ​ໃຈ; ​ໄດ້ສະ​ແດງ​ອອກຢ່າງ​ລະອຽດ ​ໃນ​ການ​ສະໜນອງ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ກົດ​ຫມາຍ​, ການ​ອົບຮົມສຶກ​ສາ​ດ້ານ​ກົດ​ຫມາຍ​, ການ​ສຳ​ຫຼວດຄວາມ​ຄິດ​ເຫັນ​ຂອງ​ສັງຄົມ​ ກ່ຽວ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມຮັບຮູ້ທາງດ້ານກົດຫມາຍຂອງ​ປະຊາກອນ​ປະ​ເພດ​ຕ່າງໆ,... ທີ່​ຜ່ານ​ມາ,  ມັກຈະຢຸດຢູ່ທີ່ແນວຄວາມຄິດແຄບໆ ​ເມື່ອຄິດ​ເຖິງ “ສະຕິກົດໝາຍ”, ​ໃນ​ຄວາມ​ໝາຍ​ທີ່​ພຽງ​ແຕ່​ເຮັດ​ໃຫ້​ປະຊາຊົນ​ປະຕິບັດ​ກົດໝາຍ​ຢ່າງ​ດີ, ​ເຊິ່ງຍັງ​ບໍ່​ເອົາ​ໃຈ​ໃສ່​ເຖິງປະກົດ​ການ​ທີ່​ອຸດົມສົມບູນ​ແລະ​ສັບສົນ ​ຂອງ​ຈິດສຳນຶກ​ກົດໝາຍ, ວັດທະນະທຳທາ​ງກົດໝາຍ. ຈາກ​ດ້ານ​ປະຊາຊົນ, ນັກວິທະຍາສາດ, ຜູ້ນຳ ຜູ້​ບໍລິຫານ ​ແລະ ຜູ້​ບັນຍັດ​ກົດໝາຍ, ຖ້າ​ບໍ່​ປະຕິບັດ​ປະຊາທິປະ​ໄຕ ກໍ​ຈະ​ບໍ່​ສາມາດ​ເວົ້າ​ເຖິງການ​ເຮັດ​ໃຫ້​ກົດໝາຍ​ສົມບູນ, ການ​ປະຕິບັດ​ຕາມ​ກົດໝາຍ ​ແລະ ການ​ປະຕິບັດ​ແລະສົ່ງ​ເສິມ​ປະຊາທິປະ​ໄຕ.

ເສລີພາບ ໝາຍເຖິງການຮູ້​ເທົ່າ​ທັນຄວາມຈຳເປັນ, ປະຕິບັດ​ຕາມ​ກົດ​ລະບຽບ​ທີ່​ຕັ້ງ​ໄວ້. ປະຊາທິປະ​ໄຕ​ແມ່ນ​ສິດທິ​ໃນ​ການ​ເຂົ້າ​ຮ່ວມຂອງ​ປະຊາຊົນ ​ໃນ​ວຽກ​ງານ​ຂອງ​ລັດ ​ແລະ​ສັງຄົມ. ດັ່ງ​ນັ້ນ, ກົດໝາຍຕ້ອງການເຮັດໜ້າທີ່ອັນໃຫຍ່ຫຼວງຂອງຕົນ - ເປັນຕົວຊີ້​ວັດ ແລະ ພາຫະນະ​ຂອງປະຊາທິປະໄຕ, ກົດໝາຍ​ຕ້ອງ​ມີ​ຄຸນ​ນະພາ​ບ, ສະທ້ອນ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ຖະໜາ​ຂອງ​ປະຊາຊົນ. ຂອບ​ເຂດຂອງປະຊາທິປະໄຕແລະເສລີພາບ ຈະ​ຕ້ອງ​ກຳນົດໂດຍສິດແລະຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງແລະສັງຄົມ, ດັງ​ນັ້ນ “ພົນລະ​ເມືອງ​ທຸກ​ຄົນ​ຕ້ອງ​ເຂົ້າ​ໃຈ​ວ່າ ທ່ານຄວນກະທຳ, ປະຕິບັດຕໍ່ຄົນອື່ນແລະກຸ່ມ ຕາມທີ່ທ່ານຕ້ອງການໃຫ້ຄົນ​ອື່ນ​ກະທຳແລະປະຕິບັດຕໍ່ທ່ານ”(7).

ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ການພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ​ການເຊື່ອມ​ໂຍງ​ສາກົນ, ການ​ຫັນ​ເປັນ​ປະຊາທິປະ​ໄຕ ​ໄດ້​ແລະ​ກຳລັງສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ ​ເຖິງທຸກ​ດ້ານ​ຂອງ​ຊີວິດກົດໝາຍ. ການ​ຕິດ​ພັນ​ຜົນ​ປະ​ໂຫຍ​ດສ່ວນ​ບຸກຄົນ​ກັບ​ຜົນ​ປະ​ໂຫຍ​ດສັງຄົມ, ການ​ສົ່ງ​ເສີມ​ຜົນ​ປະ​ໂຫຍ​ດດ້ານ​ວັດຖຸ, ປົກ​ປ້ອງ​ການ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ, ​ແບບ​ແຜນ​ເຮັດ​ວຽກ​ທີ່ມີ​ລະບຽບ​ວິ​ໄນ, ​ຄວາມເຄົາລົບ​ປະຕິບັດ​ຕາມ​ກົດໝາຍ​ ຂອງ​ປະຊາຊົນ... ​ແມ່ນບັນດາ​ຄຸນ​ນະພາ​ບ, ຄຸນ​ນະ​ທຳ, ຄຸນຄ່າ ​ແລະ ຫຼັກການ​ກົດໝາຍ ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ. ກົດໝາຍ​ບໍ່​ພຽງ​ແຕ່​ເປັນ​ເຄື່ອງມື​ຄຸ້ມ​ຄອງ​ຂອງ​ລັດ​ເທົ່ນັ້ນ ​ແຕ່​ຍັງ​ເປັນ​ເຄື່ອງມື​ຂອງ​ພົນລະ​ເມືອງ​ແຕ່ລະຄົນ​ ໃນ​ສັງຄົມ​ສະ​ໄໝ​ໃໝ່​ເພື່ອຊີ້​ນຳ​ພຶດຕິ​ກຳ​ຂອງພວກ​ເຂົາ, ຮັບປະກັນ​ຄວາມ​ປອດ​ໄພ​ຕໍ່​ການ​ກະທຳ​ລະ​ເມີດ​ຂອງ​ບຸກຄົນ​ແລະອົງການທັງ​ໝົດ.

ປະຊາທິປະ​ໄຕ​ແລະ​ກົດໝາ​ຍມີ​ຕໍາ​ແໜ່ງ​ທີ່​ສໍາ​ຄັນ​ເປັນ​ພິ​ເສດ​ໃນລະບົບ​ທິດ​ສະ​ດິ ກໍ​ຄື​ໃນການ​ເຄື່ອນ​ໄຫວ​ພຶດຕະກຳ ຂອງ​ມະນຸດຊາດ. ​ໃນ​ບັນດາ​ພື້ນ​ທີ່​ທີ່​ຫຼາກ​ຫຼາຍ, ປະຊາທິປະ​ໄຕ​ແລະ​ກົດໝາຍ ​ນັບ​ແຕ່​ປະກົດ​ຕົວ​ມາ​ຈົນ​ຮອດ​ປະຈຸ​ບັນ ​ໄດ້​ມີ​ການ​ຂຶ້ນໆລົງໆ ​ຕາມ​ເສັ້ນ​ເວລາທາງ​ປະຫວັດສາດ. ປະຊາທິປະ​ໄຕ​ບໍ່​ພຽງ​ແຕ່​ຕິດ​ພັນ​ກັບ​ລະບອບ​ທຶນ​ນິຍົມ​ເທົ່າ​ນັ້ນ, ​ແຕ່​ມັນ​ມີ​ຂະ​ບວນວິວັດ​ການ​ພັດທະນາ​ຈາກ​ຕ່ຳຂຶ້ນ​ສູງ, ຜ່ານ​​ຂັ້ນບັນ​ໄດ​ແຫ່ງ​ຄຸນຄ່າ​ແຕ່​ລະ​ຂັ້ນ, ແມ່ນ​ຜະ​ລິດ​ຕະ​ພັນ​ຂອງປະ​ຫວັດ​ສາດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ສັງ​ຄົມ.

ປະຊາທິປະ​ໄຕສັງຄົມ​ນິຍົມ​ແມ່ນ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ, ​ໄດ້​ສະ​ແດງ​ອອກ​ໃນ​ທຸກ​ຂົງ​ເຂດການ​ເມືອງ ​ເສດຖະກິດ ວັດທະນະທຳ ສັງຄົມ; ​ໄດ້​ຮັບ​ການ​ກໍ່​ຕັ້ງ​ແລະ​ພັດທະນາ ດ້ວຍ​ຄຸນຄ່າ​ວັດທະນະທຳ​ທີ່​ແທ້​ຈິງ​ຂອງ​ມະນຸດ. ການ​​ຫັນ​ເປັນ​ປະຊາທິປະ​ໄຕ ​ແລະ ​​ການ​ຊຸກຍູ້​ການ​ປະຕິບັດ​ປະຊາທິປະ​ໄຕ ​ແມ່ນ​ທ່າ​ອ່ຽງທົ່ວ​ໄປ​ຂອງ​ມະນຸດ. ​ເມື່ອ​ສັງຄົມ​ພັດທະນາ, ຊີວິດ​ທາງ​ດ້ານ​ວັດຖຸ ສະຕິ​ປັນຍາ ​ແລະ ຈິດ​ວິນ​ຍານ​ຂອງ​ປະຊາຊົນ ​ນັບ​ມື້​ນັບ​ອຸດົມສົມບູນ, ທ່າ​ອ່ຽງການ​ຫັນ​ເປັນ​ປະຊາທິປະ​ໄຕ ​ແລະ ການ​ປະຕິບັດ​ປະຊາທິປະ​ໄຕ​ ກໍ່​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ.

​​ກົດໝາຍ​ຕັ້ງແຕ່ເລີ່ມປະກົດຕົວເປັນເໝືອນຄວາມຈໍາເປັນທາງປະຫວັດສາດຄຽງ​ຄູ່​ກັບລັດ, ​ໄດ້​ນຳ​ມາ​ເຊິ່ງ​ເນື້ອ​ແທ້​ທີ່​ເປັນ​ເອກະ​ພາບ​ສັດຈະ​ວິພາກສອງ​ດ້ານ​ຄື: ຊົນ​ຊັ້ນ ​ແລະ ສັງຄົມ. ປະຊາທິປະ​ໄຕ​ແມ່ນ​ໝາກຜົນ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ​ຂອງ​ມະຫາຊົນຜູ້​ອອກ​ແຮງ​ງານ, ​ສະ​ແດງ​ເຖິງ​ຄວາມ​​ປາດ​ຖະໜາ​​ໃນ​ເສລີພາບ ​ແລະ ​ຄວາມສະ​ເໝີ​ພາບຂອງ​ມະນຸດ. ກົດໝາຍ​ເກີດ​ຈາກ​ຄວາມ​ຕ້ອງການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ປົກຄອງ ​ແລະ ຈາກ​ຄວາມ​ຕ້ອງການ​ຂອງ​ລັດ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ.

ປະຊາທິປະ​​ໄຕ​ມີ​ບົດບາດສຳຄັນ​ພິ​ເສດ​ຕໍ່​ກົດ​ໝາຍ, ການ​ປະຕິບັດ​ກົດໝາຍ, ການ​ເສິມ​ຂະຫຍາຍ​ບົດບາດ ​ແລະ ​ຄຸນຄ່າ​ຂອງ​ກົດໝາຍ​ໃນ​ຊີວິດ. ປະຊາທິປະ​ໄຕ ​ແລະ ​ການປະຕິບັດ​ປະຊາທິປະ​ໄຕ​ ຊຸກຍູ້ການເສີມຂະຫຍາຍລະບອບ​ກົດໝາຍ ​ແລະ ການ​ເພີ່ມ​ທະວີລະບອບ​ກົດໝາຍ ແມ່ນເງື່ອນໄຂພື້ນຖານ ເພື່ອຮັບປະກັນການ​ປະຕິບັດ​ປະຊາທິປະ​ໄຕ ແລະ ຮັບປະກັນລະບຽບວິໄນສັງຄົມ. ປະຊາທິປະ​ໄຕ​ຝຶກ​ຝົນອົບຮົມຜູ້​ຄົນ​ໃຫ້ມີ​ຄວາມ​ສາມາດ ​ແລະ ​ຄຸນສົມບັດຂອງ​ພົນລະ​ເມືອງ ​ທີ່​ສັງຄົມ​ປະຊາທິປະ​ໄຕຕ້ອງການ. ນັ້ນ​ແມ່ນ ພົນລະ​ເມືອງ​ທຸກ​ຄົນ​ຕ້ອງ​ກຳ​ແໜ້ນ ​ແລະ ຄຸ້ນເຄີຍກັບຄວາມຮຽກຮ້ອງຕ້ອງການຂອງ​ວັດທໍາທາງປະຊາປະຊາທິປະໄຕ, ດໍາລົງຊີວິດແລະເຮັດວຽກຕາມແບບ​ແຜນປະຊາທິປະໄຕ, ​ເຮັດ​ວຽກ​ແລະ​ເຄື່ອນ​ໄຫວ​ໃນ​ສະພາບ​ແວດ​ລ້ອມ​ປະຊາທິປະ​ໄຕ, ຕໍ່ສູ້​ເພື່ອ​ປົກ​ປ້ອງ​ແລະ​ພັດທະນາ​ປະຊາທິປະ​ໄຕ.

ກົດໝາຍ​ແລະ​ປະຊາທິປະ​ໄຕ​ໄດ້​ເຄື່ອນ​ເໜັງ​ແລະ​ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມ​ກັນ​ກັບ​ບັນດາ​ເຫດການ​ສັງຄົມ​ອື່ນໆ. ການ​ເພີ່ມ​ທະວີລະບອບ​ກົດໝາຍ ​ແລະ​ ການ​ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ ​ແມ່ນ​ຫຼັກ​ລັດຖະທຳ​ມະນູນ​ຂອງ​ຫວຽດນາມ. ລະບອບ​ກົດໝາຍ​ແມ່ນ​ໜຶ່ງ​ໃນ​ບັນດາບັນຫາທີ່ສັບສົນຂອງທິດສະດີ, ຄວາມຮັບຮູ້ ແລະ ພຶດຕະກຳ​ຕົວ​ຈິງ. ​ໃນ​ເງື່ອນ​ໄຂ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ທາງ​ສັງຄົມ​ນິຍົມ, ການ​ກໍ່ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ ​ແລະ​ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັ້ນ, ການ​ເພີ່ມ​ທະວີ​ລະບອບ​ກົດໝາຍ​ມີ​ຄວາມ​ສຳຄັນ​ພິ​ເສດ. ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ​ຂອງ​ການ​ເພີ່ມ​ທະວີ​ລະບອບ​ກົດໝາຍ​ແມ່ນ​ຈະ​ແຈ້ງ​ແລ້ວ, ​ແຕ່​ເນື້ອ​ໃນ​ຂອງມັນ​ແມ່ນ​ແນວ​ໃດ, ມີ​ມາດ​ຕະການ​ໃດ​ແດ່? ຄວາມ​ເໝາະ​ສົມ, ຄວາມ​ເປັນ​ໄປ​ໄດ້, ປະສິດທິ​ຜົນ​ຂອງ​ມາດ​ຕະການ​ເພີ່ມ​ທະວີລະບອບ​ກົດໝາຍ ໃນ​ສະພາບ​ທີ່​ລະບົບ​ກົດໝາຍ​ ແລະ ການ​ຈັດ​ຕັ້ງ​ກົງຈັກລັດ ຍັງ​ບໍ່​ຄົບ​ຖ້ວນສົມບູນ, ລະດັບ​ວັດທະນະທຳ​ທາງ​ກົດໝາຍ, ​ເງື່ອນ​ໄຂ​ເສດຖະກິດ ສັງຄົມ​ຢູ່​ຫວຽດນາມ​ປະຈຸ​ບັນ,... ​ແມ່ນ​ບັນດາ​ບັນຫາ​ທີ່​ຕ້ອງ​​ໄດ້ເອົາ​ໃຈ​ໃສ່, ຄິດ​ໄລ່ ​ແລະ ຈັດການ​ແກ້​ໄຂ​ໃນ​ການ​ເພີ່ມ​ທະວີ​ລະບອບ​ກົດໝາຍ​ ໃນທຸກຂັງ​ເຂດ​ການ​ເຄືອ​ນ​ໄຫວ​ສັງຄົມ. 

ການ​ເພີ່ມ​ທະວີ​ລະບອບ​ກົດໝາຍຕ້ອງ​ສຸມ​ໃສ່ຮັບປະກັນປະຕິບັດ​ຕາມ​ຄວາມ​ຕ້ອງການ​ພື້ນຖານ​ຄື: ອຳນາດ​ສູງ​ສຸດ​ຂອງ​ລັດຖະທຳ​ມະນູນ​ແລະ​ກົດໝາຍ, ຄວາມ​ສະ​ເໝີ​ພາບຕໍ່ໜ້າກົດໝາຍ ຂອງທຸກອັດຕະພາບ​ກົດໝາຍ; ຮັບປະກັນ ​ແລະ ປົກ​ປ້ອງ​ບັຍດາ​ສິດ​ທິ, ​ເສລີພາບ, ປະຊາທິປະ​ໄຕ​ຂອງ​ພົນລະ​ເມືອງ; ນຳ​ໃຊ້​ບັດາຂໍ້​ກຳນົທາງ​ກົດໝາຍ​ຢ່າງ​ຖືກຕ້ອງ​ແລະ​ມີ​ປະສິດທິ​ຜົນ; ຕໍ່ສູ້ຢ່າງ​ບໍ່​ປະນີປະນອມກັບການລະເມີດກົດໝາຍທັງໝົດ; ຫ້າມບໍ່ໃຫ້ມີການສວຍໃຊ້ອຳນາດໃນການດຳເນີນງານຂອງອົງການຂອງລັດ ແລະ ພະນັກງານຂອງລັດ. ບາງທີ ຄວາມ​ຕ້ອງການ​ເຫຼົ່າ​ນີ້​ຍັງ​ໄດ້​ແບ່ງ​ປະ​ເພດ​ຢ່າງ​ລະອຽດ​ກວ່າ​ອີກ, ​ແຕ່​ສຸດ​ທ້າຍ​ກໍ່​ຢູ່​ໃນ​ຂອບ​ເຂດຂອງ​ຂໍ້​ກຳນົດພື້ນຖານຂ້າງ​ເທິງ. ​ແລະ, ​ເມື່ອ​ປະຕິບັດ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ແລະ​ຫຼັກການ​ຂ້າງ​ເທິງ​ແລ້ວ​ເທົ່າ​ນັ້ນ ຈຶງຈະ​ມີ​ລະບອບ​ກົດໝາຍ​ທີ່​ແທ້​ຈິງ.

ລະບອບກົດໝາຍບໍ່​ໄດ້​ເປັນພຽງການກະທຳສະເພາະ ແຕ່ເປັນຂະບວນການທີ່​ມີ​ຊີ​ວິ​ຊີວາ, ເປັນສະຖານະ​ຂອງການປະຕິບັດຕາມກົດໝາຍ ທີ່ບັງຄັບ​ໃຊ້ລວມກັບບຸກຄົນ ແລະ ອົງການຈັດຕັ້ງທັງໝົດ. ລະບອບ​ກົດໝາຍ​ແມ່ນ​ວິທີການ​ຄຸ້ມ​ຄອງ​ສັງຄົມ​ຂອງ​ລັດ, ສະ​ແດງ​ອອກ​ໃນ​ລະບົບກົດໝາຍທີ່​ສະທ້ອນ​ເຖິງ ​ເຈດຈຳນົງ ຜົນ​ປະ​ໂຫຍ​ດ ​ແລະ ທ່າ​ອ່ຽງຂອງ​ການ​ພັດທະນາ​ສັງຄົມ ​ແລະ ລະບອບ​ການ​ການ​ບັງຄັບ​ໃຊ້​ກົດໝາຍ​ທີ່​ເຂັ້ມ​ງວດ ​ແລະ​ເປັນ​ເອກະ​ພາບ.          

ດັງ​ນັ້ນ, ສາມາດ​ເຫັນ​ໄດ້​ວ່າ, ລະຫວ່າງ​ການ​ຍູ້​ແຮງ​ການ​ປະຕິບັດ​ປະຊາທິປະ​ໄຕ ກັບ​ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ ​ແລະ ການ​ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ມີສາຍ​ພົວພັນ ທີ່​ສະໜິດ​ແໜ້ນ​ທີ່​ສຸດ, ສາຍ​ພົວ​ພັນ​ທາງ​ສັງ​ຄົມ ​ທີ່​ໃກ້​ຊິດ, ບໍ່​ອາດ​ຈະ​ແຍກ​ອອກ​ຈາກ​ກັນ, ປະກອບ​ເປັນລະບົບ-​ເອກະ​ພົບປະຊາທິປະໄຕ, ​ໃນ​ນັ້ນ, ບັນດາ​ປັດ​ໄຈ​ເຫຼົ່າ​ນັ້ນກະທົບ​ເຊິ່ງກັນ​ແລະ​ກັນ, ກຳນົດ​ ແລະ ຄອບ​ງຳ​ເຊິ່ງກັນ​ແລະ​ກັນ ​ເຊິ່ງຕ້ອງ​ໄດ້​ຮັບ​ຮູ້​ຈາກ ຈິນຕະນາການ​ທິດ​ສະ​ດີ, ຕ້ອງ​ໄດ້​ຮັບ​ການ​ພິສູດຈາກ ຄວາມ​ເປັນ​ຈິງ ຂອງຊີວິດ​ສັງຄົມ​ໃນ​ຂະ​ບວນການ ຫັນ​ເປັປະຊາທິປະ​ໄຕ ​ເພື່ອສ້າງ​ລະບອບ​ປະຊາທິປະ​ໄຕສັງຄົມ​ນິຍົມ. ການ​ປະຕິບັດ​ປະຊາທິປະ​ໄຕ, ກ່ອນ​ອື່ນ​ໝົດ​ແມ່ນ​ການ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ​ໃນ​ພັກ ຄື​ທີ່ປະທານ​ໂຮ່ຈີ​ມິນ​ເຄີ​ຍຕັກ​ເຕືອນ​ໃນ ພິ​ໄນ​ກຳ, ​ແມ່ນ​ຄວາມ​ມານະພະຍາຍາມທຳອິດ ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ຂອງ​ພັກ​ຜູ້ນຳ​ພາ ແລະ ກຳອຳນາດ​ການ​ປົກຄອງ ​ເພື່ອ​ສ້າງ​ລະບອບ​ປະຊາທິປະ​ໄຕ​ທີ່​ແທ້​ຈິ​ງ, ພັດທະນາ​ແລະ​ປັບປຸງ​ບູລະນະ​ລະບອບ​ປະຊາ​ທິປະ​ໄຕ, ສ້າງ​ບັນດາ​ສະ​ຖາ​ບັນ ລະບຽບ​ລະບອບ​ປະຊາທິປະ​ໄຕ, ຍົກ​ສູງ​ຄວາມ​ຮັບ​ຮູ້​ແລະ​ຄວາມ​ສາມາດ​ປະຕິບັດ​ປະຊາທິປະ​ໄຕ​ໃນ​ພັກ, ຊຸກຍູ້​ການ​ປະຕິບັດ​ປະຊາທິປະ​ໄຕ​ໃນ​ລັດ ​ແລະ​ລະບົບການ​ເມືອງ, ​ໃນ​ທົ່ວ​ສັງຄົມ ​ແລະ ພ້ອມ​ກັນ​ສຸມ​ໃສ່​ປະຕິບັດ​ປະຊາທິປະ​ໄຕ ​ແລະ​ ສິດ​ເປັນ​ເຈົ້າຂອງ​ປະຊາຊົນ. 

ການ​ປະຕິບັດ​ປະຊາທິປະ​ໄຕ​ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ ​ແລະ ຮັບປະກັນ​ລະບຽບ​ວິ​ໄນສັງຄົມ ສ້າງ​ເປັນ​ແຮງ​ຜັກ​ດັນ​ຊຸກຍູ້ຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ​ເພາະວ່າ ປະຊາທິປະ​ໄຕ​ແລະ​ລັດ​ແຫ່ງອຳນາດ​ກົດໝາຍ​ ແມ່ນຄຸນ​ລັກສະນະ​ທີ່​ຂາດ​ບໍ່​ໄດ້ ​ຂອງ​ສັງຄົມ​ນິຍົມ​ຫວຽດນາມ, ​ແມ່ນ​ເປົ້າ​ໝາຍ​ຂອງ​ການ​ປ່ຽນ​ແປງ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ການ​ເມືອງ​ແລະ​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ.

ທີ​ສອງ, ບັນດາ​ການ​ສັງ​ລວມທິດ​ສະ​ດີ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ການປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ ແລະ ການ​ເພີ່ມ​ທະວີ​ລະບຽບ​ກົດ​ໝາຍ, ຮັບ​ປະ​ກັນ​ລະ​ບຽບ​ວິ​ໄນ​ສັງ​ຄົມ, ຍຶດ​ໝັ້ນ​ນະ​ໂຍ​ບາຍ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ໄປ​ສູ່​ລັດ​ທິ​ສັງ​ຄົມ​ຂອງ​ຫວຽດ​ນາມ, ສະ​ແດງ​ອອກ​ເຖິງ​ກົດ​ເກນຂອງການ​ປ່ຽນ​ແປງ​ໃໝ່, ຂອງ​ລັດ​ທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງຂຶ້ນ​ສູ່​ສັງຄົມ​ນິຍົມຂອງ​ຫວຽດນາມ.

ທີ່​ໜຶ່ງ, ພິຈາລະນາ​ຈາກ ສາຍພົວພັນ​ລະຫວ່າງ​ເປົ້າ​ໝາຍ ​ແລະ ບັນດາ​ເງື່ອນ​ໄຂ, ​ວິທີ​ການ​ເພື່ອ​ປະຕິບັດ​ເປົ້າ​ໝາຍ ຈະ​ເຫັນ​ວ່າ​ ເປົ້າ​ໝາຍ​ຢູ່​ນີ້​ແມ່ນປະຕິບັດ​ແລະດຳ​ເນີນ​ປະຊາທິປະ​ໄຕ. ​ການເພີ່ມ​ທະວີ​ລະບຽບ​ກົດໝາຍ​ແລະຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ​​ ແມ່ນ​​ເງື່ອນ​ໄຂ, ​ແມ່ນ​ວິທີ​ການ​ເພື່ອປະຕິບັດ​ແລະດຳ​ເນີນ​ປະຊາທິປະ​ໄຕ. ​ໃນ​ເປົ້າ​ໝາຍປະຕິບັດ​ແລະດຳ​ເນີນ​ປະຊາທິປະ​ໄຕ ​ເພື່ອ​ສ້າງ​ລະບອບ​ປະຊາທິປະ​ໄຕສັງຄົມ​ນິຍົມ ຕິດ​ພັນກັບ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັ​ດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ, ​ເຊິ່ງສະ​ແດງ​ຢ່າງ​ໂດດ​ເດັ່ນ​ເຖິງ​​ບົດບາດຂອງ​ຜູ້​ເປັນ​ເຈົ້າ​ຂອງ ​ແລະ ຄວາມ​ສາມາດ​ປະຕິບັດສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ​ໂຄງການ​ການ​ເມືອງ​ຂອງ​ພັກ​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ໄດ້​ເນັ້ນ​ວ່າ: ສັງຄົມ​ສັງຄົມ​ນິຍົມຢູ່​ຫວຽດນາມ​ແມ່ນສັງຄົມ​ທີ່ປະຊາ​ຊົນ​ເປັນ​ເຈົ້າ​ຂອງ.

ສາຍ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ​ ກັບການເພີ່ມ​ທະວີ​ລະບຽບ​ກົດໝາຍ ​ແລະຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ​ເຄີຍ​ຄົງ​ຕົວຢ່າງ​ພາວະ​ວິ​ໄສ​ແລະ​ຈຳ​ເປັນ​ແນ່ນນອນ ​ໃນ​ຂະ​ບວນການ​ຂົນຂວາຍ, ກໍ່ສ້າງ​ລະບົບ​ປະຊາທິປະ​ໄຕ​ແລະ​ລັດ​ແຫ່ງອຳນາດ​ກົດໝາຍ ກໍ່​ຄື​ໃນ​ການ​ເຄື່ອນ​ໄຫວ​ກໍ່ສ້າງ ​ແລະ ປະຕິບັດ​ກົດໝາຍ. ​ໃນ​ສາຍ​ພົວພັນ​ນີ້, ພົ້ນ​ເດັ່ນ​ທີ່​ສຸດ ​ແລະ​ ກໍ່​ປົກ​ຫຸ້ມ​ທີ່​ສຸດ​ແມ່ນ ສາຍ​ພົວພັນ​ລະຫວ່າງ​ປະຊາທິປະ​ໄຕ​ແລະ​ກົດໝາຍ. ການເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ ກໍ່​ເລີ່​ມຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຫັນ​ເປັນອັນ​ລະອຽດ, ຫັນ​ກົດໝາຍ​ເປັນ​ຮູບ​ປະ​ທຳ ​ເພື່ອ​ປະຕິບັດ​ປະຊາທິປະ​ໄຕ​ ແລະປົກ​ປ້ອງ​ລະບອບ​ປະຊາທິປະ​ໄຕ​ໃນສັງຄົມ​, ກ່ອນ​ອື່ນ​ໝົດ​ ແມ່ນ​ໃນ ການຈັດ​ຕັ້ງ ​ແລະ ການ​ເຄື່ອ​ນ​ໄຫວ ຂອງ​ລັດ.

​ແບບ​ວິທີ​ພື້ນຖານ​ເພື່ອ​ໃຫ້​ປະຊາ​ຊົນ​ເປັນ​ເຈົ້າ ນັ້ນ​ແມ່ນ​ຜ່ານລັດ​ແລະ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ. ລະບອບ​ກົດໝາຍ ​ແລະ ລະບຽບ​ວິ​ໄນ ​ເປັນສິ່ງຮັບປະກັນ ​ໃຫ້​ກົດໝາຍ​ໄດ້​ຮັບ​ການ​ປະຕິບັດ, ອາ​ໄສ​ສິ່ງ​ດັ່ງກ່າວ​ນີ້ ລັດ​ບໍລິຫານ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດ​ແລະ​ສິດ​ຂອງ​ປະຊາຊົນ. ນັ້ນ​ແມ່​ກຳລັງ​ຊີວິດ, ແມ່ນລັກສະນ​ະເປັນ​ຈິງ​ຂອງ​ປະ​ຊາ​ທິ​ປະ​ໄຕ​, ແມ່ນ​ບັນດາ​ຄຸນຄ່າກຳນົດ​ທິດຂອງ​ການ​ພັດທະນາ, ​ແມ່ນ​ທ່າ​ອ່ຽງ ຄວາມ​ຫວັງ​ບືນຕົວ​ຂຶ້ນ, ​ແມ່ນ​ຄວາມ​ສາມາດຂອງການ​ກາຍ​ເປັນຄວາມເປັນຈິງ. ​ແຕ່​ເພື່ອ​ໃຫ້​ຄວາມ​ສາມາດ​ກາຍ​ເປັນຄວາມ​ເປັນ​ຈິງ​ນັ້ນ, ຕ້ອງ​ມີ​ບັນດາ​ເງື່ອນ​ໄຂ, ບັນດາ​ອຸປະກອນ​ພາຫະນະ ​ເພື່ອ​ຜ່າ​ນນັ້ນ, ຄວາມ​ພະຍາຍາມ​ເຄື່ອ​ນ​ໄຫວ​ຂອງ​ບັນດາ​ອັດຕະພາບ - ຈາກ​ຜູ້ຄົນ​ເຖິງ​ອົງການ​ຈັດ​ຕັ້ງ, ຈາກ​ສ່ວນ​ບຸກຄົນ​ເຖິງ​ຊຸມ​ຊົນ - ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ​ເພື່ອ​ບັນລຸຜົນສຳເລັດຕາມ​ຄວາມ​ປະສົງ.

​ໃນ​ຖານະ​ເປັນ​ເງື່ອນ​ໄຂ​ແລະ​ອຸປະກອນ​ພາຫະນະ, ລະບອບ​ກົດໝາຍ​ແລະ​ລະບຽບ​ວິ​ໄນ ຮັບປະກັນ​​ສະ​ຖາ​ບັນ​ປະຊາທິປະ​ໄຕວ່າ​ລັດ​ແມ່ນ​ລັດ​ຂອງ​ປະ​ຊາ​ຊົນ ​ໂດຍ​ປະ​ຊາ​ຊົນ​ແລະ ​ເພື່ອ​ປະ​ຊາ​ຊົນຢ່າງ​ແທ້​ຈິງ, ​ແລະ​ຜ່ານ​ນັ້ນ, ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ໄດ້​ປະຕິບັດ​ສິດ​ພື້ນຖານ​ທີ່​ໄດ້​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ, ​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ພ້ອມ​ກັນ​ນັ້ນ​ ປະຊາຊົນ​ກໍ​ຕ້ອງ​ປະຕິບັດ​ພັນທະ, ພາລະ​ຂອງ​ຕົນ​ຕໍ່​ລັດ​ແລະສັງຄົມ. ລະບຽບ​ວິ​ໄນ​ຖືກ​ກຳນົດ ​ແລະ​ທຸກ​ຄົນ​ເຊື່ອ​ຟັງ ປະຕິບັດ​ຕາມ,​ແມ່ນ​ການ​ສ້າງ​ເງື່ອນ​ໄຂ, ທັງ​ຮຽກຮ້ອງ​ໃຫ້​ພົນລະ​ເມືອງ ທີ່ມີ​ສິດ​ເປັນ​ເຈົ້າ​ແລ້ວ​ນັ້ນ ຕ້ອງ​ສະໝັກ​ໃຈປະຕິບັດພັນທະຂອງເຈົ້າຂອງ. ຂໍ້ຄິດ​ທິດ​ສະ​ດິນີ້​ຂອງປະທານ​ໂຮ່ຈີ​ມິນ​ໃຫ້​ເຫັນ​ວ່າ, ສິດ​ປະ​ໂຫຍ​ດຕິດ​ພັນ​ກັບ​ພັນທະ, ຜົນ​ປະ​ໂຫຍ​ດຄິດ​ພັນ​ກັບ​ຄວາມ​ຮັບຜິດຊອບ. ນັ້ນ​ແມ່ນ​ເນື້ອ​ແທ້​ຂອງ​ປະຊາທິປະ​ໄຕ. ຕາມ​ນັ້ນ, ກົດໝາຍ​ຕ້ອງ​ໄດ້​ສ້າງ​ເປັນ​ລະບອບ​ກົດໝາຍ, ​ໄດ້ ຫັນ​ເປັນ​ລະບອບ​ກົດໝາຍ ​ເພື່ອຮັບປະກັນ​ຄວາມ​ສາມາດ​ໃນ​ການ​ດັດປັບສະຕິ ​ແລະ ພຶດຕິກຳຂອງມະນຸດຕາມຂໍ້ກຳນົດ ແລະ ມາດຕະຖານດ້ານກົດໝາຍ.

ທີ​ສອງ, ສາຍ​ພົວພັນ​ລະຫວ່າງ​ການຍູ້​ແຮງ​ການ​ປະຕິບັດ​ປະຊາທິປະ​ໄຕ ກັບ​ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ບໍ່​ພຽງ​ແຕ່​ພົ້ນ​ເດັ່ນ​ຢູ່​ໃນ​ການ​ພົວພັນ​ລະຫວ່າງ​ເປົາ​ໝາຍ ​ແລະ ບັນດາ​ເງື່ອນ​ໄຂ, ອຸປະກອນ​ພະ​ຫະນະ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ເທົ່າ​ນັ້ນ, ​ແຕ່​ຍັງ​ສະ​ແດງ​ອອກ​​ໃນ ການພົວພັນ​ລະຫວ່າງເປົ້າ​ໝາຍ​ ກັບ​ການ​ປ່ຽນ​ແປງ​ໃໝ່​ແລະ​ການ​ພັດທະນາ.

ການປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ​ ​ໄດ້​ເລີ່​ມ​ແຕ່​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ຫັນ​ເປັນ​ປະຊາທິປະ​ໄຕ ດ້ວຍ​ບົດບາດ​ຂອງ​ແຮງ​ກະ​ຕູ້ນ​ທາງ​ດ້ານ​ການ​ເມືອງ ​ແລະ ຈິດ​ໃຈ, ​ແມ່ນ​ກຳລັງ​ຊຸກຍູ້​ທີ່ສຳຄັນຂອງການປ່ຽນ​ແປງ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຂອງ​ປະ​ເທດ​ ໃນຕະຫຼອດ​ກວ່າ 35 ປີທີ່ຜ່ານມາ.

​​ການ​ປະຕິບັດ​ປະຊາທິປະ​ໄຕ, ​ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ການຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ກ່ຽວຂ້ອງ​​ໂດ​ຍກົງ​ກັບການ​ເມືອງ ​ແລະ ລະບົບ​ການ​ເມືອງ, ​ໃນ​ນັ້ນ ພັກ​ສະ​ແດງ​ບົດບາດນຳ​ພາ ​ເປັນ​ຜູ້ນຳພາ ​ແລະ ກຳອຳນາດ, ນຳພາສັງຄົມແລະປວງ​ຊົນ​ທັງ​ຊາດດຳ​ເນີນການ​ປ່ຽນ​ແປງ​ໃໝ່​ຕາມ​ທິດ​ທາງ​ສັງຄົມ​ນິຍົມ. ລັດ​ໄດ້​ຮັບ​ການ​ກໍ່ສ້າງ​ເປັນ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ, ​ເປັນ​ແກນ​ກາງຂອງ​ລະບົບ​ການ​ເມືອງ, ປະຕິບັດ​ບົດບາດ, ພາລະ​ໜ້າ​ທີ່​ບໍລິຫານຄຸ້ມ​ຄອງ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ຕົນ ​ແລະ ກວດກາ, ຄວບ​ຄຸ​ມອຳນາດ. ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ເປັນ​ບັນດາ​ສະ​ຖາ​ບັນ​ທີ່​ປະຕິບັດອຳນາດ​ສັງຄົມ​ຂອງ​ປະຊາຊົນ. ນັ້ນ​ແມ່ນ​ບັນດາ​ອົງ​ປະກອບທີ່​ເຂົ້າ​ຮ່ວມ​ໃນ​ລະບົບ​ການ​ເມືອງ​ຢູ່​ຫວຽດນມ. ການປະຕິບັດ​ບົດບາດ​ເປັນ​ຢ່າງ​ດີ, ປະຕິບັດ​ສິດ ​ແລະ ຄວາມ​ຮັບຜິດຊອບ​ທີ່​ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ອົງການ​ອຳນາດ​ແຕ່ລະ​ປະ​ເພດ (ພັກ - ລັດ - ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອ​ງ-ສັງຄົມ) ​ແມ່​ນວິທີ​ທີ່​ດີ​ສຸດ​ເພື່ອປະຕິບັດ​ປະຊາທິປະ​ໄຕ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ປະຊາທິປະ​ໄຕ​ໃນ​ຂົງ​ເຂດ​ການ​ເມືອງ, ​ເພື່ອ​ຮັບ​ໃຊ້​ປະຊາ​ຊົນ, ອີງ​ໃສ່​ປະຊາຊົນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ຢູ່​ຂັ້ນ​ຮາກ​ຖານ, ການ​ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ກົດດຳລັດວ່າ​ດ້ວຍ​ການ​ປະຕິບັດ​ປະຊາທິປະ​ໄຕ​ຢູ່​ຕາ​​ແສງ, ​ເທ​ດສະບາ​ນ​ເມືອງ, ຮັບປະກັນ​ຄວາມ​ຕ້ອງການ​ຕ່າງໆ​ເຊັ່ນ: ປະຊາ​ຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາ​ຊົນ​ເຮັດ, ປະຊາ​ຊົນກວດກາ, ພ້ອມ​ກັນ​ກັບ​ການ​ເອົາ​ໃຈ​ໃສ່​ປະຕິບັດ ປະຊາ​ຊົນຕິດຕາມ​ກວດກາ, ປະຊາ​ຊົນຊົມ​ໃຊ້, ນັ້ນ​ແມ່ນ​ການ​ປະສານ​ສົມທົບ​ໃນ​ການ​ປະຕິບັດປະຊາທິປະ​ໄຕ ຕັ້ງ​ແຕ່ງ​ອົງການ​ຈັ້ດ​ຕັ້ງ ຈົນ​ເຖິງປະຊາ​ຊົນ, ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ໂດຍ​ກົງ​ຂອງປະຊາ​ຊົນ. ກຳລັງ​ແຮງ, ຄຸນ​ປະ​ໂຫຍ​ດ, ປະສິດທິ​ຜົນ​ ຂອງ​ການ​ປະສານ​ສົມທົບ​ນີ້​ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໂດຍ​ປະຊາທິປະ​ໄຕ - ສາມັກຄີ - ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ການ​ພັດທະນາ. 

​ໃນ​ການ​ປ່ຽນ​ແປງ​ໃໝ່ ​ແລະ ການ​ພັດທະນາ, ບໍ່​ອາດ​ຈະ​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ, ປັບປຸງ​ແລະ​ປົກ​ປ້ອງ​ລະບອບ​ການ​ເມືອງ​ທີ່ປະຊາຊົນ​ເປັນເຈົ້າຂອງ ​ແລະ ​​ເປັນເຈົ້າ​ເທົ່າ​ນັ້ນ, ​ແຕ່​ສິ່ງສຳຄັນ​ເປັນ​ພິ​ເສດ​ແມ່ນ ການ​ພັດທະນາ​ເສດຖະກິດ, ​ເພາະວ່າ ມີ​ການ​ເຕີບ​ໂຕທາງ​ເສດຖະກິດ ຈຶ່ງປັບປຸງ​ຊີວິດ​ດ້ານ​ວັດ​ຖຸ​ແລະ​ຈິດ​ໃຈ​ຊອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ​ໄດ້. ຄຽງ​ຂ້າງ​ນັ້ນ, ຕ້ອງ​ແກ້​ໄຂ​ສະພາບ​ການຫ​ວ່າງ​ງານ, ສ້າງວຽກ​ເຮັດ​ງານທຳ​ເປັນ​ປົກກະຕິ, ຕັ້ງໜ້າ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນຄວາມ​ທຸກ​ຍາກ, ສ້າງ​ເງື່ອ​ນໄຂທຳມາ​ຫາ​ກິນ​ທີ່​ດີ​ໃຫ້​ປະຊາຊົນ, ​ໂດຍ​ສະ​ເພາະ ປະຊາຊົນ​ຢູ່​ເຂດ​ທີ່​ຫຍຸ້ງຍາກ​ພິ​ເສດ. ​ເບິ່ງ​ແຍງ​ດູ​ແລ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ສະຫວັດດີ​ການ​ສັງຄົມ​ ເພື່ອ​ໃຫ້​ປະຊາຊົນ​ໄດ້​ໃຊ້​ປະ​ໂຫຍ​ດຈາກ​ຜົນ​ປະ​ໂຫຍ​ດ ​ແລະ ມີ​ໂອກາດ​ເພື່ອ​ພັດທະນາ​ໃນ​ການ​ປ່ຽນ​ແປງ​ໃໝ່.

ການ​ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ທີ່​ມີ​ເນື້ອ​ໃນ​ຄ້າຍຄື​ກັນ​ກັບ​ເນື້ອ​ໃນຂອງ​ການ​ຫັນ​ເປັນ​ປະຊາທິປະ​ໄຕດ້ານ​ເສດຖະກິດ ​ແລະ ປະຊາທິປະ​ໄຕ​ດ້ານ​ການ​ເມືອງ ພ້ອມ​ກັນ​ນັ້ນ​ກໍ​ແມ່ນ​ການ​ປະຕິບັດ​ປະຊາທິປະ​ໄຕ​ໃນ​ເສດຖະກິດ ​ແລະ​ໃນ​ການ​ມື​ອງ, ສ້າງ​ພື້ນ​ຖານ​ເພື່ອ​ຍູ້​ແຮງ​ການ​ປະຕິບັດ​ປະ​ຊາ​ທິປະ​ໄຕ​ໃນ​ບັນດາ​ຂົງ​ເຂດ, ບັນດາ​ດ້ານ​ການ​ເຄື່ອນ​ໄຫວ​ອື່ນ​ຂອງ​ຊີວິດ​ສັງ​ຄົ້ມ - ນັ້ນ​ແມ່ນ​ວັດທະນະທຳ, ຈິດ​ໃຈ, ວິຖີ​ຊີວິດ ​ແລະ ການ​ກໍ່ສ້າງ​ສະພາບ​ແວດ​ລ້ອມ​ສັງຄົມທີ່​ປະຊາທິປະ​ໄຕ, ຍຸຕິທຳ, ສະ​ເໝີ​ພາບ ​ເພື່ອພັດທະນຜູ້​ຄົນ.

ການ​ກໍ່ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍ​ທີ່​ເຂັ້ມ​ແຂງ, ມີ​ປະສິດທິພາບ​ໃນ​ການ​ຄຸ້ມຄອງ, ​ເຊິ່ງຮຽກຮ້​ອງ​ໃຫ້​ຕ້ອງ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັດ​ແໜ້ນ​ລະບຽບ​ວິ​ໄນ​ສັງຄົມ. ​ແຕ່ລະ​ຄວາມ​ກ້າວໜ້າ​ໃນ​ການ​ປະຕິ​ຮູບດ້ານ​ການ​ບໍລິຫານ, ການ​ປະຕິ​ຮູບ​ດ້ານ​ຕຸລາການ, ​ໃນ​ນັ້ນມີ​ການ​ອົບຮົມ​ສຶກສາ​ຄວາມ​ຮັບ​ຮູ້, ຍົກ​ສູງ​ສະຕິ​ເຄົາລົບ​ກົດໝາຍ, ​ເຄົາລົບລະບຽບ​ວິ​ໄນ​ໃຫ້​ປະຊາຊົນ, ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ພັນທະ, ວິ​ໄນການ​ງານ​ສາທາລະນະ ​ແລະ ຈັນຍາ​ບັນຂອງລັດຖະກອນ, ຍູ້​ແຮງ​ການ​ປ້ອງ​ກັນ​ແລະ​ຕ້ານ​ອາດຍາ​ສິດ, ການ​ໃຊ້​ຈ່າຍ​ຟຸ່ມ​ເຟືອຍ, ການ​ກິນ​ສິນ​ບົນ, ການ​ສໍ້​ລາດ​ບັງ​ຫຼວງ, ການ​ປະຢັດ​ມັດທະຍັດ ລ້ວນ​ແຕ່​ຖື​ເປັນ​ບາດກ້າວ​ຄືບ​ໜ້າຂອງ​ການ​ປະຕິບັດ​ປະຊາທິປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ ​ແລະ​ສັງຄົມ.

ດັ່ງ​ນັ້ນ, ສາຍ​ພົວພັນ​ລະຫວ່າງ​ການຍູ້​ແຮງ​ການ​ປະຕິບັດ​ປະຊາທິປະ​ໄຕ ກັບ​ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ, ​ເມື່ອພິຈາລະນາ​ໂດຍກົງ ​ແລ້ວ ​ແມ່ນ​ສາ​ຍພົວພັນ​ທາງ​ການ​ເມືອງ​ທີ່​ຕ້ອງ​ໄດ້​ຮັບ​ຮູ້​ຢ່າງ​ຖືກຕ້ອງທາງ​ດ້ານ​ທິດ​ສະ​ດີ ​ແລະ ​ແກ້​ໄຂ​ໃຫ້​ດີ ​ໃນ​ການ​ເຄື່ອນ​ໄຫວພຶດຕິ​ກຳ​ແຫ່ງ​ການ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະມະ​ຫາ​ຊົນ​ຂອງ​ລະບົບ​ການ​ເມືອງ. ພິຈາລະນາ​ໃນ​ລະດັບ​ແລະ​ຂະໜາດ​ທີ່​ກວ້າງຂວາງ​ກວ່າ, ໝາຍ​ຄວາມ​ວ່າ ​ໃນ​ບັນດາ​ການ​ພົວພັນ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ, ບັນຫາ​ການ​ປະຕິບັດ​ປະຊາ​ທິປະ​ໄຕ, ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ການ​ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົ​ມ ລ້ວນ​ແຕ່​ສົ່ງ​ຜົນ​ກະທົບ​ແລະ​ມີ​ອິດ​ທິພົນ​ຕໍ່ວິວັດ​ທະ​ນາ​ການ​ຂອງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ປະ​ເທດ​ຂອງ​ພວກ​ເຮົາ, ຕັ້ງ​ແຕ່​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ, ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ (ການພັດທະນາ​ເສດຖະກິດ​ຕະຫຼາດ), ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ ​ແລະ ລະບົບ​ການ​ເມືອງ, ດ້ວຍ​ຄວາມ​ຕ້ອງການ​ກໍ່ສ້າງ​ລະບອບ​ປະຊາທິປະ​ໄຕ ​ແລະ ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ... ຈົນ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດ ​ແລະ ລະບົບ​ການ​ເມືອງ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ​ເພື່ອ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ແລະຄົບ​ຊຸດ, ​ເພື່ອ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະຍືນ​ຍົງ, ​ເພື່ອເຊື່ອມ​ໂຍງ​ແລະປັບປຸງ​ປະ​ເທດ​ໃຫ້​ທັນ​ສະ​ໄໝ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ປ່ຽນ​ແປງ​ໃໝ່ລະບຽບ​ລະບອບ, ບໍ່​ພຽງ​ແຕ່​ລະບຽບລະບອບ​ເສດຖະກິດ​ຕະຫຼາດ ​ເທົ່າ​ນັ້ນ​ ແຕ່​ຍັງ​ຕ້ອງ​ປ່ຽນ​ແປງ​ໃໝ່ ລະບຽບລະບອບການ​ພັດທະນາ. ນີ້​ແມ່ນ​ຄວາມ​ຮັບ​ຮູ້​ໃໝ່​ຂອງ​ພັກ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ກ່ຽວ​ກັບ​ຈິນຕະນາການ​ພັດທະນາ. ຈາກ​ການສ້າງ​ລະບຽບ​ລະບອບ​ການ​ພັດທະນາ ຈະ​ດຳ​ເນີນ​ການຈັດ​ຕັ້ງ ​ແລະ ສັບ​ຊ້ອນ​ອົງການ​ສະ​ຖາ​ບັນຂອງ​ລະບົບ​ການ​ເມືອງ​ຄືນ​ໃໝ່ ​​ໃຫ້​ມີ​ຄວາມ​ກະທັດ​ລັດ​ຮັດກຸມ ​ແລະ ການ​ເຄື່ອນ​ໄຫວມີ​ປະສິດທິ​ພາບແລະ​ປະສິດທິ​ຜົນ. ພ້ອມ​ກັນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ແຫຼ່ງຊັບພະຍາກອນ, ໂດຍສະເພາະແມ່ນ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ຕາມ​ທິດ​ໃຫ້​ບຸລິມະສິດຖັນ​ແຖວ​ພະນັກງານນຳພາ​ຄຸ້ມ​ຄອງ​ຂັ້ນ​ຍຸດ​ທະ​ສາດ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ​ແບບ​ວິທີ​ການ ຈັດສັນຊັບພະຍາກອນຢ່າງສົມເຫດສົມຜົນ ແລະ ມີຄວາມກົມກຽວກັນ ຈາກທົ່ວປະເທດ, ພາກພື້ນ, ​ເຂດ, ສູ່ທ້ອງຖິ່ນແລະຮາກຖານ. ນັ້ນ​ແມ່ນ​ການ​ສ້າງ​ກຳລັງ​ໜູນສຳລັບ​ການ​ພັດທະນາ, ມີ​ຄວາມ​ໝາຍ​ເປັນ​ການ​ບຸກ​ທະ​ລຸ​ຂອງ​ການປ່ຽນ​ແປງ​ໃໝ່, ​ແມ່ນ​ຄວາມ​ພະຍາ​ຍາມຜ່ານ​ຜ່າຈຸດ​ອຸດ​ຕັນ​ຂອງ​ການ​ພັດທະນາ ທີ່ມີ​ຢູ່​ໃນ​ປະ​ເທດ​ເຮົາ: ຈຸດ​ອຸດ​ຕັນ​​ໃນ​ລະບຽບ​ລະບອບ,​ ​ເຊິ່ງ​ໂດຍ​ກົງ​ແລະ​ກ່ອນ​ອື່ນ​ໝົດ​ແມ່ນ ໃນ​ລະບຽບ​ລະບອບ​ເສດຖະກິດ​ຕະຫຼາດ, ຈຸດ​ອຸດ​ຕັນທາງ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມ (​ໃນ​ນັ້ນ​ມີ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ-​ເຕັກ​ໂນ​ໂລຊີ) ​ແລະ ຈຸດ​ອຸດ​ຕັນ​ໃນ​ຄຸນ​ນະພາ​ບຂອງ​ຊັບພະຍາກອນ​ມະນຸດ.

​ເພື່ອ​ປະຕິບັດສິ່ງ​ດັ່ງກ່າວ​ນັ້ນ, ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ກົນ​ໄກ, ນະໂຍບາຍ ​ໂດຍ​ທົ່ວ​ໄປ ກໍ​ຄື ໃນ​ແຕ່ລະ​ຂົງ​ເຂດ. ກົດໝາຍ, ລະບອບ​ກົດໝາຍ, ລະບຽບ​ວິ​ໄນ ມີ​ບົດ​ບາດ​ນັບ​ມື້​ນັບສຳຄັນ​ ໃນ​ການສ້າງ​ລະບຽບ​ລະບອບ​ການ​ພັດທະນາ, ​ແກ້​ໄຂ​ອຸປະສັກຂອງ​ການ​ພັດທະນາ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ກີດ​ກັ້ນ​ຜົນ​ຍ້ອນ​ຫຼັງ​ທີ່​ອາດ​ຈະ​ເກີດ​ຂຶ້ນຈາກ​ການ​ພັດທະນາ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່ (ບໍ່​ຖືກ​ບ່ຽງ​ເບັນ​ໄປ​ຈາກ​ທິດ​ທາງ​ສັງຄົມ​ນິຍົມ); ພ້ອມ​ກັນ​ນັ້ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ແລະດຳ​ເນີນ​ປະຊາທິປະ​ໄຕ (​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ເປັນ​ອາດຍາ​ສິດ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ການ​ກິ​ນສິນ​ບົນ, ການ​ສໍ້​ລາດ​ບັງ​ຫຼວງ), ປະຕິບັດ​ເປັນ​ຢ່າງ​ດີ ​ຫຼັກການ​ລວມສູນ​ປະຊາທິປະ​ໂຕ, ປ້ອງ​ກັນ​ແລະຫຼີກລ້ຽງການ​ປ່ຽນ​ຮູບ​ທັງ​ສອງ​ຂອງ​ມັນ: ລວມສູນ​ອາ​ດຍາ​ສິດ ​ແລະ ​ເສລີພາບ​​ອະນາ​ທິປະ​ໄຕ.

ສະຫຼຸບ, ສາຍ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ກັບ​ການ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ​ແມ່ນໜຶ່ງ​ໃນ​ບັນດາ​ກົດ​ເກນ, ລັກສະນະ​ກົດ​ເກນ​ຂອງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ການ​ພັດທະນາ, ຂອງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢູ່​ປະທດ​ເຮົາ./.

(ຍັງ​ມີ​ອີກ)

------------------

(1) ເອກະສາ​ນກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ໜ້າ 72.

(2) ເອກະສາ​ນກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2016, ໜ້າ 80.

(3) ເອກະສາ​ນກອງ​ປະຊຸມ​​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ 12, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2017, ໜ້າ 28, 124.

(4) ເອກະສາ​ນກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 39.

(5) ໂຮ່ຈີ​ມິນ: ນິພົນ​ຄົບຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 15, ໜ້າ 293.

(6) ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ລົງ​ພິມ​ໃນ​ປຶ້ມ: ເອກະສາ​ນກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​​ໄລຍະ​ການ​ປ່ຽນ​ແປງ​ໃໝ່, ພາກ​ທີ 1 (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6, 7, 8, 9), ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2019, ໜ້າ 439.

(7) ດ່າວຈີ໋ອຸກ: ລັດ​ແລະ​ກົດໝາຍ​ຂອງ​ພວກ​ເຮົາ​ໃນ​ພາລະກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສພຈ ວິທະຍາສາດ​ສັງຄົມ, ຮ່າ​ໂນ້ຍ, 1997, ໜ້າ 358.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 986 (​ເດືອນ​ມີນາ 2022)