ຂະແໜງກະສິກຳມີຄວາມສຳຄັນ ເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ

ຂະແໜງກະສິກຳ ເປັນຂະແໜງໜຶ່ງທີ່ສຳຄັນໃນດ້ານການຜະລິດຕະພາບ ແລະ ການຈ້າງງານ ສະນັ້ນ ການທີ່ ສປປ ລາວ ເຂົ້າເປັນ ສະມາຊິກອົງການການຄ້າໂລກ ຂະແໜງດັ່ງກ່າວນີ້ ກໍເປັນອີກໜຶ່ງຂະແໜງທີ່ທ້າທາຍ ໃນການສ້າງເສດຖະກິດໃຫ້ແກ່ ສປປ ລາວ. ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນງານຖະແຫຼງຂ່າວກ່ຽວກັບ ກອງປະຊຸມເປີດກວ້າງ ວ່າດ້ວຍການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ໃນຕອນບ່າຍວັນທີ 27 ພະຈິກ 2012