ເພີ່ມທະວີການກໍ່ສ້າງ ພັກປະຊາຊົນ ປະຕິວັດລາວ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ

ໂດຍ ຮສ ປອ ທອງສະລິດ ມັງໜໍ່ເມກ
ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ, ອາດີດຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
04:34, 26-10-2020

ວກ. - ພັກປະຊາຊົນ ປະຕິວັດລາວ ແມ່ນພັກກໍາອໍານາດ, ເປັນແກນນຳໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ນຳພາປະຊາຊົນລາວບັນດາເຜົ່າ ປະຕິບັດ 2 ໜ້າທີ່ຍຸດທະ ສາດໃນການປ້ອງກັນປະເທດ ແລະ ສ້າງສາລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ. ພັກມີພາລະກໍາປະຫວັດສາດທີ່ຍິ່ງໃຫຍ່, ຮອບດ້ານ ແລະ ສໍາຄັນຍິ່ງ, ແມ່ນປັດໄຈຕັດສິນທຸກໄຊຊະນະ ຂອງການປະຕິວັດລາວ. ໃນສະພາບການໃໝ່ໃນປະຈຸບັນ, ການສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແມ່ນຄວາມຈໍາເປັນອັນຮີບດ່ວນ ຂອງພັກກໍາອໍານາດ.

ຮູບພາບ: ພິທີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, _ແຫຼ່ງພາບ: EPA

ຢາກມີພັກການເມືອງກໍາອໍານາດທີ່ເຂັ້ມແຂງ ຕ້ອງມີສະມາຊິກພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ສະມາຊິກພັກ ຕ້ອງປອດໃສທາງດ້ານແນວຄິດ - ການເມືອງ, ການດໍາລົງຊີວິດ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ. ສະແດງອອກບາງດ້ານ ດັ່ງນີ້:

ໜຶ່ງ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ.

ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ ແມ່ນວຽກງານຍຸດທະສາດທີ່ສຳຄັນ ຂອງພັກ ເພາະມັນສະແດງອອກເຖິງທາດແທ້ຊົນຊັ້ນ, ລັກສະນະນໍາໜ້າຂອງພັກ, ເຊິ່ງສະແດງອອກໃນການກຳນົດ ແນວທາງການເມືອງ ຂອງພັກ ໃນແຕ່ລະໄລຍະການປະຕິວັດ; ມີແນວທາງການເມືອງທີ່ຖືກຕ້ອງ ຈິ່ງມີແນວທາງ ການຈັດຕັ້ງ ແລະ ກໍານົດທິດທາງວຽກງານແນວຄິດທີ່ຖືກຕ້ອງ. ຍຶດໝັ້ນໃນຫຼັກໝັ້ນດັ່ງກ່າວນັ້ນ, ຄະນະພັກ ແຕ່ລະຂັ້ນ, ສະມາຊິກພັກທັງໝົດ ເວລາໃດກໍ່ເປັນເຈົ້າການສຶກສາຄົ້ນຄວ້າ, ຮໍ່າຮຽນ, ເຊື່ອມຊຶມລັດທິມາກ - ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມ ຂອງພັກ, ຖືອັນນັ້ນເປັນພື້ນຖານ ແນວຄິດ ທິດສະດີ ຂອງພັກ; ຄົ້ນຄວ້າ, ຖອດຖອນບົດຮຽນປະສົບການ ຈາກບັນດາພັກອ້າຍນ້ອງ ຢູ່ບັນດາປະເທດເພື່ອນ ມິຍຸດທະສາດ ແລະ ພັກການເມືອງ ຂອງບັນດາປະເທດໃນໂລກ, ໝູນໃຊ້ ຢ່າງປະດິດສ້າງ, ຖືກຕ້ອງ ແລະ ສອດຄ່ອງ ກັບການວາງແຜນ ແລະ ການປັບປຸງ ແນວທາງການເມືອງ ຂອງພັກປະຊາຊົນ ປະຕິວັດລາວ.

ຄະນະພັກ, ສະມາຊິກພັກທຸກສະຫາຍ ໄດ້ຫັນແນວທາງ, ແຜນນະໂຍບາຍ ຂອງພັກເຂົ້າໃນແຜນງານ, ໂຄງການ ຕ່າງໆ ເພື່ອຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ຖືເອົາການພັດທະ ນາເສດຖະກິດ, ລົບລ້າງຄວາມທຸກຍາກ ຂອງປະຊາຊົນ ເປັນໜ້າທີ່ ໃຈກາງ ຂອງພັກ, ສູ້ຊົນນໍາພາປະເທດຊາດ ຫຼຸດພົ້ນອອກຈາກ ສະພາບດ້ອຍພັດທະນາ, ເປັນພື້ນຖານ ສໍາຄັນ ໃນການກໍ່ສ້າງພັກ ໃຫ້ເຂັ້ມແຂງທາງດ້ານ ການເມືອງ - ແນວຄິດ, ເຮັດໃຫ້ບັນດາຫຼັກການ, ທິດທາງຊີ້ນໍາການ ກໍ່ສ້າງພັກໄດ້ຮັບການຈັດຕັ້ງ, ຜັນຂະຫຍາຍ ເປັນອັນລະອຽດ ໃນການຈັດຕັ້ງພັກແຕ່ລະຂັ້ນ.

ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ການບໍາລຸງ, ສຶກສາກໍ່ສ້າງສະມາຊິກພັກໃຫ້ມີຄຸນທາດການ ເມືອງ ໃຫ້ໜັກແໜ້ນ. ການບໍາລຸງ, ສຶກສາກໍ່ສ້າງ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ຂອງພະນັກງານ, ສະມາຊິກພັກໃນປະຈຸບັນ ແມ່ນສຸມໃສ່ບັນດາເນື້ອໃນຕ່າງໆ ເຊັ່ນ: ຄວາມຮູ້ອັນເລິກເຊິ່ງ ກ່ຽວກັບລັດທິມາກ - ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງ, ແຜນນະໂຍບາຍ ຂອງພັກ; ຄວາມເຊື່ອໝັ້ນຢ່າງຕາຍໃຈ ໃນອຸດົມການສັງຄົມນິຍົມ; ມີຫຼັກໝັ້ນເພື່ອນມິດ - ສັດຕູທີ່ຈະແຈ້ງ; ຄວາມຮັບຜິດຊອບອັນສູງສົ່ງ ຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ; ເຊື່ອໝັ້ນຢ່າງ ໜັກແໜ້ນຕໍ່ກໍາລັງແຮງ ແລະ ສະຕິປັນຍາຂອງມະຫາຊົນ; ເຄົາລົບ ແລະ ປະຕິບັດກົດລະບຽບພັກ ແລະ ລະບຽບ ກົດໝາຍ ຂອງລັດຢ່າງເຂັ້ມງວດ, ຮໍ່າຮຽນເອົາແນວຄິດໃໝ່ ດ້ານວິທະຍາສາດ - ເຕັກໂນໂລຊີ ຂອງຍຸກສະໄໝ.

ສອງ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານແນວຄິດ

ພັກປະຊາຊົນ ປະຕິວັດລາວ ເວລາໃດກໍ່ຖືວຽກງານແນວຄິດ ເປັນວຽກງານສຳຄັນອັນດັບໜຶ່ງ, ເປັນວຽກງານກົກ ເຊິ່ງຕ້ອງໄດ້ເຮັດຢ່າງເປັນປະຈຳ ແລະ ເປັນວຽກທີ່ສຳຄັນໃນທຸກຂົງເຂດ. ໃນໄລຍະ ຜ່ານມາ, ຄະນະພັກທຸກຂັ້ນ ນັບແຕ່ສູນກາງຈົນຮອດຂັ້ນຮາກຖານ ໄດ້ສຶກສາຄົ້ນຄວ້າ, ເຊື່ອມຊຶມຢ່າງ ເລິກເຊິ່ງກ່ຽວກັບແນວທາງ ຂອງພັກ ແລະ ນະໂຍບາຍ ຂອງລັດ. ໂດຍສະເພາະແມ່ນມະຕິກອງປະ ຊຸມໃຫຍ່ ຄັ້ງທີ IX, X ຂອງພັກ, ແຜນພັດທະນາ ເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7, 8 ແລະ ບັນດາມະຕິສູນກາງພັກ ສະໄໝ IX, X ອັນສ້າງເປັນ ຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກໍາ ຢ່າງຖືກຕ້ອງ, ຕັ້ງໜ້າໂຄສະນາ, ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ແກ່ ພະນັກງານ, ສະມາຊິກພັກດ້ວຍຫຼາຍເນື້ອໃນ, ຮູບການ ແລະ ວິທີການ; ເປີດບັ້ນດໍາເນີນການປັບປຸງ ພາຍໃນພັກ ນັບແຕ່ສູນກາງລົງຮອດຮາກຖານ, ທ້ອງຖິ່ນ ຕິດພັນກັບການດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ຈັດຕັ້ງການປະກອບຄໍາຄິດເຫັນກ່ຽວກັບບົດລາຍງານການເມືອງ, ກົດລະບຽບ ພັກ ແລະ ບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ.

ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທັງໝົດ ໄດ້ເປັນເອກະພາບສູງ ຕໍ່ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫຼັກການ ຂອງພັກ ແລະ ຍຶດໝັ້ນຈຸດໝາຍສັງຄົມນິຍົມ, ຍຶດໝັ້ນລັດທິມາກ - ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນພື້ນຖານທິດສະດີ ຂອງພັກ, ເປັນເຂັມຊີ້ທິດເຍືອງ ທາງໃນພາລະກິດປະຕິວັດຂອງພັກ. ຄະນະພັກ ແຕ່ລະຂັ້ນ ເປັນເຈົ້າການໃນການສຶກສາອົບຮົມ, ໂຄ ສະນາໃຫ້ພະນັກງານ, ສະມາຊິກພັກ ສາມາດຈໍາແນກມິດ - ສັດຕູໄດ້ຢ່າງຈະແຈ້ງ, ບໍ່ຄອນແຄນຕໍ່ສະ ພາບການ, ມີຈິດໃຈເດັດດ່ຽວຕໍ່ສູ້ຕ້ານທຸກກົນອຸບາຍ ຂອງບັນດາອິດທິ ກໍາລັງປໍລະປັກທີ່ແນໃສ່ ມ້າງເພພາຍໃນພັກ ກໍ່ຄືລະບອບຂອງເຮົາ, ເດັດດ່ຽວປົກປ້ອງ, ຮັກສາລະບອບປະຊາ ທິປະໄຕ ປະຊາຊົນ; ມີຈິດໃຈຮັກປະເທດຊາດຢ່າງແທ້ຈິງ, ຕັດສິນໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບ ກັບການ ຍາດແຍ່ງເອົາກໍາລັງແຮງ ຂອງຍຸກສະໄໝ ເພື່ອຮັບໃຊ້ໃຫ້ແກ່ພາລະກິດປະຕິບັດ ສອງໜ້າທີ່ຍຸດທະສາດ; ມີວິໄສທັດທີ່ດີ, ເລິກເຊິ່ງ ແລະ ມີກໍາລັງຄວາມສາມາດ ໃນການສ້າງ ບັນດາຂະບວນການຕ່າງໆ ເພື່ອຍູ້ແຮງ ພາລະກິດປ່ຽນແປງໃໝ່, ຕັ້ງໜ້າຕໍ່ສູ້ ແລະ ຕ້ານ, ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນການຈັດຕັ້ງ, ປະຕິບັດກົດລະບຽບພັກ, ລະບຽບກົດໝາຍ ຂອງລັດ; ຮັກສາຄວາມສາມັກຄີອັນສະໜິດແໜ້ນພາຍໃນພັກ; ເດັດດ່ຽວ ຕໍ່ສູ້ ຕ້ານກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງບັນດາອິດທິກໍາລັງປໍລະປັກ.

ໃນໄລຍະຜ່ານມາ, ເວລາໃດຖັນແຖວສະມາຊິກພັກກໍ່ສາມາດຮັກສາໄດ້ຢ່າງໜັກແໜ້ນ ຄວາມສາມັກຄີ, ຄວາມເປັນ ເອກະພາບ ພາຍໃນການຈັດຕັ້ງພັກ, ອັນສະແດງໃຫ້ເຫັນເຖິງ ຄວາມສາມັກຄີ, ຄວາມເປັນເອກະພາບ ທາງດ້ານ ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ເດັດດ່ຽວຕໍ່ຕ້ານ ແນວຄິດຫຼາຍພັກ, ຫຼາຍເຄົ້າ, ຫຼາຍຝ່າຍ ໃນການຈັດຕັ້ງພັກ, ເອົາໃຈໃສ່ສຶກສາອົບຮົມ, ໂຄສະນາດ້ານແນວຄິດ ໃຫ້ສະມາຊິກພັກ ດ້ວຍຫຼາຍ ຮູບການ, ວິທີການ, ມາດຕະການ, ລະດັບ, ຂອບເຂດ ແລະ ເນື້ອໃນ ທີ່ເໝາະສົມກັບສະພາບການ, ຈຸດພິເສດ ຂອງແຕ່ລະໜ່ວຍພັກ, ຖັນແຖວ ແລະ ຕົວບຸກຄົນ ສະມາຊິກພັກ ເພື່ອຂຸດຄົ້ນທ່າແຮງ ແລະ ຄວາມສາມາດ ບົ່ມຊ້ອນ ໃນໜ່ວຍພັກ ໄດ້ຢ່າງມີປະສິດທິພາບ; ຖືເອົາການດໍາເນີນຊີວິດພັກ ເປັນການເຄື່ອນໄຫວສຶກສາອົບຮົມ, ໂຄສະນາ ແລະ ປັບປຸງທັດສະນະ, ຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນ ດໍາລົງຊີວິດ, ຄວາມອາດສາມາດ ຊີ້ນໍາ - ນໍາພາ ຂອງຄະນະພັກ ແລະ ແຕ່ລະຕົວບຸກຄົນສະມາຊິກພັກ.

ສາມ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການຈັດຕັ້ງ

ວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ ຕ້ອງໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ລະບົບການຈັດຕັ້ງ ຂອງພັກ ແລະ ສະມາຊິກພັກ ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ກາຍເປັນຫຼັກແຫຼ່ງແກ່ນສານ ໃນລະບົບການເມືອງທຸກຂັ້ນ; ຊີ້ນຳຄະນະພັກແຕ່ລະຂັ້ນ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ຂອງພັກ, ເຊິ່ງເລີ່ມຈາກ ຮາກຖານ ດ້ວຍການດໍາເນີນ ການປັບປຸງ ພາຍໃນພັກ ແລະ ພາຍໃນຄະນະພັກ ແຕ່ລະຂັ້ນ; ກະກຽມບົດລາຍງານ ການເມືອງ, ຄັດເລືອກບຸກຄະລາກອນ ທີ່ຄົບມາດຖານ ແລະ ເງື່ອນໄຂ ເຂົ້າໃນໂຄງປະກອບ ຂອງຄະນະພັກ ແຕ່ລະຂັ້ນ; ຍູ້ແຮງບັນດາຂະບວນການ ແລະ ນໍາພາຈັດຕັ້ງ ກອງປະຊຸມໃຫຍ່ທຸກຂັ້ນ ສໍາເລັດຜົນ ຢ່າງຈົບງາມ. ຜ່ານກອງປະຊຸມໃຫຍ່ ຂອງອົງຄະນະພັກທຸກຂັ້ນ, ການຈັດຕັ້ງພັກ, ຄະນະພັກ ໄດ້ຮັບການປັບປຸງໜັກແໜ້ນ ເຂັ້ມແຂງກວ່າເກົ່າ; ພະນັກງານ, ສະມາຊິກພັກ, ມະຫາຊົນ ໄດ້ຮັບ ຄວາມໄວ້ວາງໃຈ ແລະ ການສະໜັບສະໜູນ; ບັນດາກິດຈະກຳເຄື່ອນໄຫວຕ່າງໆ ມີບາດກ້າວໃໝ່, ເອົາໃຈໃສ່ຈັດຕັ້ງມະຕິຕ່າງໆ ຂອງກົມການເມືອງ ສູນກາງພັກ ວາງອອກໃນແຕ່ລະໄລຍະ. ຄະນະພັກທີ່ໄດ້ຮັບການເລືອກຕັ້ງ ສ່ວນຫຼາຍແມ່ນ ບັນດາຜູ້ທີ່ນອນຢູ່ໃນແຜນກໍານົດ ພະນັກງານນໍາພາ, ຄຸ້ມຄອງ ແລະ ຖືກຕ້ອງຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດ, ຈໍານວນຜູ້ທີ່ມີລະດັບ ການສຶກສາ, ມີຄວາມຮູ້ການເມືອງ, ວິຊາສະເພາະ ນັບແຕ່ຊັ້ນສູງຂຶ້ນໄປ ກວມເອົາອັດຕາສ່ວນໃຫຍ່ ແລະ ໄດ້ຜ່ານ ຂະບວນການ, ວຽກງານຕົວຈິງ; ໂຄງປະກອບຄະນະພັກ ທີ່ມີຮຸ່ນໄວກາງຄົນ ແລະ ຮຸ່ນໜຸ່ມ ກໍ່ກວມເອົາຈໍານວນ ສ່ວນຫຼາຍ ແລະ ອັດຕາເພດຍິງກໍ່ສູງຂຶ້ນ.

ບົນພື້ນຖານການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມຂໍ້ກໍານົດ, ຂັ້ນຕອນ, ກໍາມະວິທີຂະຫຍາຍ ພັກ ໃນກົດລະບຽບພັກ ແລະ ບັນດາເອກະສານແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ, ຄະນະພັກ ແຕ່ລະຂັ້ນ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ ເຖິງວຽກງານຂະຫຍາຍມະຫາຊົນຜູ້ທີ່ກ້າວໜ້າ ເພື່ອຮັບເຂົ້າ ເປັນສະມາຊິກພັກ ຖືກຕ້ອງຕາມທິດຊີ້ນໍາ ແລະ ຫຼັກການຂະຫຍາຍພັກໃນໄລຍະໃໝ່, ເຮັດໃຫ້ຈໍານວນສະມາຊິກພັກ ເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບໃນແຕ່ລະປີ.

ສີ່, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານແບບແຜນວິທີນໍາພາ

ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍ ຍຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະ ຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສຽງສ່ວນໜ້ອຍຂຶ້ນກັບສຽງ ສ່ວນຫຼາຍ, ບຸກຄົນຂຶ້ນກັບ ການຈັດຕັ້ງ, ຂັ້ນລຸ່ມປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ ແລະ ທົ່ວພັກປະຕິບັດ ຕາມມະຕິ ຂອງຄະນະບໍລິຫານ ງານສູນກາງພັກ. ບັນດາບັນຫາ, ວຽກງານບໍ່ວ່າໃຫຍ່ ຫຼື ນ້ອຍ, ຂັ້ນ ຍຸດທະສາດ ຫຼື ຍຸດໂທບາຍ ຂອງພັກ ລ້ວນແຕ່ໄດ້ຮັບການປຶກສາແລກປ່ຽນໃນໝູ່ຄະນະ; ບຸກຄົນ ແລະ ຖັນແຖວສະມາຊິກພັກ ເວົ້າ ແລະ ປະຕິບັດ ບົນພື້ນຖານມະຕິ, ກົດລະບຽບພັກ, ລະບຽບກົດ  ໝາຍຂອງລັດ.

ປະສານສົມທົບຢ່າງກົມກຽມ ລະຫວ່າງການຍົກສູງບົດບາດນໍາພາຂອງພັກ, ການເສີມຂະຫຍາຍຄວາມເຂັ້ມງວດ ໃນການຄຸ້ມຄອງ ຂອງອົງການອໍານາດການປົກຄອງ ດ້ວຍຄວາມເປັນເຈົ້າການ ຂອງບັນດາອົງການການ ຈັດຕັ້ງມະຫາຊົນ; ຍຶດໝັ້ນ ແລະ ເສີມຂະຫຍາຍແບບແຜນວິທີນໍາພາທີ່ເປັນ ມູນເຊື້ອອັນດີງາມ ຂອງພັກ, ແບບແຜນວິທີນໍາພາທີ່ໃກ້ຊິດຕິດແທດກັບຮາກຖານ, ພຶດຕິກໍາ, ປະຊາທິ ປະໄຕ; ຄະນະພັກ, ສະມາຊິກພັກ ເປັນເຈົ້າການຕ້ານພະຍາດອາດຍາສິດ, ເຫັນແກ່ຜົນປະໂຫຍດ ສ່ວນຕົວ, ສໍ້ລາດບັງຫຼວງ, ຂາດວິໄນ.

ຫ້າ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການນໍາພາ ຈັດຕັ້ງປະຕິບັດ ໜ້າທີ່ການເມືອງ

ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ເປັນເຈົ້າການປະຕິບັດໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ ຢ່າງມີປະສິດທິຜົນ; ເອົາໃຈໃສ່ຊີ້ນໍາ - ນໍາພາວຽກງານດ້ານວິຊາການ ໃນແຕ່ລະຂົງ ເຂດວຽກງານ ບົນພື້ນຖານ ຈຸດພິເສດສະເພາະ ຂອງແຕ່ລະຮາກຖານໜ່ວຍພັກ; ຍຶດໝັ້ນ​ໃນ​ກາ​ນພັດ​ທະນາ​ເສດຖະກິດ​ເປັນ​ໃຈ​ການ, ກໍ່ສ້າງພັກ ເປັນຂໍກຸນແຈ ທີ່ຕິດພັນກັບການພັດທະນາດ້ານວັດທະນະທໍາ - ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດ ການພັດທະນາສີຂຽວ ແລະ ຍືນຍົງ.

ຄະນະພັກ, ສະມາຊິກພັກ ເປັນເຈົ້າການນໍາພາແກ້ໄຂລົບລ້າງຄວາມທຸກຍາກ, ສ້າງບ້ານໃຫ້ກາຍເປັນບ້ານ ພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ນັບມື້ຍິ່ງໄດ້ຮັບການ ປົວແປງດີຂຶ້ນ, ຄອບຄົວທຸກຍາກໃນທົ່ວປະເທດໄດ້ຮັບຄວາມເອົາໃຈໃສ່ເທື່ອລະ ກ້າວ, ຄວາມຫຼຸດໂຕນ ລະຫວ່າງ ຕົວເມືອງ ແລະ ຊົນນະບົດໃນຫຼາຍໆ ບ່ອນໄດ້ຫຼຸດລົງ, ປະກອບສ່ວນ ສໍາຄັນໃຫ້ແກ່ການປົກປັກຮັກສາ ສະຖຽນ ລະພາບດ້ານການເມືອງ - ສັງຄົມ, ຄວາມສະຫງົບເປັນລະ ບຽບຮ້ອຍ, ຄວາມປອດໄພ ແລະ ສາມາດປະຕິບັດ ສໍາເລັດເປົ້າໝາຍການພັດທະນາສະຫະສະວັດໂດຍ ພື້ນຖານ(1).

ເປັນເຈົ້າການຊີ້ນໍາ - ນໍາພາການປັບປຸງ, ບູລະນະອົງການອໍານາດການປົກຄອງ, ແນວລາວ ສ້າງສາດ, ອົງການ ຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກໍາມະບານ, ນັກຮົບເກົ່າ ແລະອົງການຈັດຕັ້ງສັງຄົມໃນ ຂອບເຂດການນໍາພາຂອງຕົນ, ເສີມຂະຫຍາຍບົດບາດແກ່ນສານໃນການນໍາພາ ຂອງລະບົບການ ເມືອງ; ຈັດຕັ້ງປະຕິບັດວຽກງານຮາກຖານ ຮອບດ້ານ, ໂດຍຜ່ານສະມາຊິກພັກ, ຈັດຕັ້ງນໍາພາການປະຕິ ບັດບັນດາວຽກງານ ຂອງແຕ່ລະໜ່ວຍງານ ຢ່າງເປັນປົກກະຕິ. ຄະນະພັກ, ສະມາຊິກພັກ ເອົາໃຈໃສ່ ນໍາພາຢ່າງໃກ້ຊິດຕິດແທດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄປຄຽງຄູ່ກັບວຽກງານສຶກ ສາກໍ່ສ້າງ, ສັບຊ້ອນ, ຈັດວາງ ແລະ ນໍາໃຊ້ບຸກຄະລາກອນ ໃນກໍາລັງປ້ອງກັນຊາດ - ປ້ອງກັນຄວາມ ສະຫງົບ, ເຮັດໃຫ້ກໍາລັງດັ່ງກ່າວນີ້ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ປອດໃສທາງດ້ານຄຸນສົມ ບັດສິນທໍາປະຕິວັດ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ, ຊີ້ນໍາ - ບັນຊາ, ກາຍເປັນກໍາລັງຫຼັກແຫຼ່ງ ໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ບັນດາຜູ້ແທນປ່ອນບັດເລືອກຕັ້ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫຼວງວຽງຈັນ, ວັນທີ 21 ມັງກອນ 2016. _ແຫຼ່ງພາບ: Reuters

ເພື່ອເພີ່ມທະວີຕື່ມອີກໃນວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ, ຈະຕ້ອງໄດ້ປະຕິບັດ ວິທີການທີ່ເປັນໃຈກາງຈໍານວນໜຶ່ງ ຄືດັ່ງຕໍ່ໄປນີ້:

ໜຶ່ງ, ສຶກສາຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນ ບັນດາເອກະສານຂອງພັກ ກ່ຽວກັບການກໍ່ ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທັງໝົດ ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ບັນດາເນື້ອໃນເອກະສານຂອງພັກ ທີ່ວາງອອກ ໃນແຕ່ລະໄລຍະ, ໂດຍສະເພາະແມ່ນ ກົດລະບຽບພັກ, ມະຕິ, ຄໍາສັ່ງ, ເອກະສານແນະນໍາ ຂອງຂັ້ນເທິງ ກ່ຽວກັບວຽກງານກໍ່ສ້າງພັກເວົ້າລວມ, ພິເສດແມ່ນຄໍາສັ່ງ ເລກທີ 01/ຄບງສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີວຽກງານກໍ່ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອກະສານ ສະບັບເລກທີ 291/ຄຈຕ ສພ, ລົງວັນທີ 26 ເມສາ 2018, ແນະນໍາ ກ່ຽວກັບການເພີ່ມທະວີ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງເລິກເຊິ່ງ ແລະ ຮອບດ້ານ, ລົງເລິກສຶກສາຄົ້ນຄວ້າ, ກໍາແໜ້ນຈຸດປະສົງ, ຈຸດໝາຍ, ເນື້ອໃນ ແລະ ມາດຕະການຈັດຕັ້ງປະຕິບັດ. ຫັນເປັນແຜນການ, ໂຄງການ, ແຜນງານ, ຈຸດໝາຍສູ້ຊົນອັນລະອຽດ ຂອງອົງຄະນະ ພັກແຕ່ລະຂັ້ນ, ພ້ອມກັນນັ້ນກໍ່ຊີ້ນໍາ - ນໍາພາການຈັດຕັ້ງປະຕິບັດ, ຖືອັນນັ້ນ ເປັນຄວາມຮັບຜິດຊອບໂດຍກົງ ຂອງອົງຄະນະພັກ ແລະ ມີຄວາມຮັບຜິດຊອບຕໍ່ໝາກຜົນ ຂອງວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕໍ່ຄະນະພັກຂັ້ນເທິງ.

ສອງ, ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກໃນວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ. ປັບປຸງ, ບູລະນະການຈັດຕັ້ງພັກ ແມ່ນໜ້າທີ່ ຂອງອົງຄະນະພັກແຕ່ລະຂັ້ນ, ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍ. ກ່ອນອື່ນໝົດ, ຄະນະພັກຂັ້ນເທິງຕ້ອງໄດ້ຊີ້ນໍາ - ນໍາພາຄະນະພັກຂັ້ນລຸ່ມ ເຮັດສໍາເລັດໜ້າທີ່, ວຽກງານທີ່ໄດ້ຮັບມອບໝາຍ, ກໍ່ຄືປະຕິບັດໜ້າທີ່ກໍ່ສ້າງໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ. ຄະນະພັກໜ່ວຍພັກຮາກຖານ ຕ້ອງຍົກສູງຄວາມຮັບຜິດຊອບ ໃນການສ້າງແຜນກໍ່ສ້າງ ໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ການສ້າງແຜນສູ້ຊົນ ໂດຍອີງໃສ່ສະພາບຄວາມເປັນຈິງ ຂອງໜ່ວຍພັກຮາກຖານ, ອີງຕາມເນື້ອໃນທີ່ໄດ້ກໍານົດໄວ້ໃນຄໍາສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີ ວຽກງານກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດໃນແຕ່ລະປີ. ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ແຜນການແຕ່ລະປີ ຂອງ ໜ່ວຍພັກ, ເປັນເຈົ້າການຫັນແຜນການດັ່ງກ່າວ ໃຫ້ເປັນແຜນການປະຈໍາເດືອນ ຂອງໜ່ວຍພັກ. ການສະຫຼຸບ ສັງລວມ ການຈັດຕັ້ງປະຕິບັດແຜນການ ຕ້ອງເລິກເຊິ່ງ, ພາວະວິໄສ, ສ່ອງແສງໄດ້ພຶດຕິກໍາການເຄື່ອນໄຫວຊີ້ນໍາ - ນໍາພາ ແລະ ຈັດຕັ້ງປະຕິບັດ ຂອງໜ່ວຍພັກ ແລະ ສະມາຊິກພັກ, ພ້ອມກັນນັ້ນກໍ່ສ້າງແຜນສູ້ຊົນ ຂອງໜ່ວຍພັກ ໃນປີຕໍ່ໄປ.

ສາມ, ປັບປຸງ, ບູລະນະລະບົບການຈັດຕັ້ງ, ຍົກສູງຄຸນນະພາບການຄຸ້ມຄອງສະມາຊິກພັກ ແລະ ການດໍາເນີນຊີວິດ ການເມືອງ ຂອງການຈັດຕັ້ງພັກຮາກຖານ. ຮັບປະກັນຄວາມສອດຄ່ອງ ລະ ຫວ່າງກົງຈັກການຈັດຕັ້ງພັກ ແລະ ກົງຈັກການຈັດຕັ້ງບໍລິຫານ ຢູ່ກົມກອງຮາກຖານ; ແຕ່ລະການຈັດ ຕັ້ງພັກຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຕິດພັນກັບກົມກອງຮາກຖານທີ່ແນ່ນອນໃດໜຶ່ງ ໃນ ລະບົບການຈັດຕັ້ງສັງຄົມ. ການຈັດຕັ້ງພັກ, ໜ່ວຍພັກຮາກຖານ ເປັນບ່ອນຄຸ້ມຄອງສະມາຊິກພັກໂດຍ ກົງ; ກໍາແໜ້ນແນວຄິດຈິດໃຈ, ລະດັບ, ກໍາລັງຄວາມສາມາດ, ສຸຂະພາບ ແລະ ເງື່ອນໄຂດໍາລົງຊີວິດ ຂອງສະມາຊິກພັກ ເພື່ອດໍາເນີນການຈັດແບ່ງໜ້າທີ່ວຽກງານທີ່ເໝາະສົມ; ກວດກາ ການຈັດຕັ້ງປະຕິບັດໜ້າທີ່ຂອງສະມາຊິກພັກ; ສ້າງແຜນສຶກສາອົບຮົມ, ໂຄສະນາ, ຍົກສູງລະດັບການເມືອງ, ກໍາລັງຄວາມສາມາດໃນທຸກດ້ານ ໃຫ້ສະມາຊິກພັກ ໃນວຽກງານຕົວຈິງ.

ການດໍາເນີນຊີວິດພັກ ມີຄວາມໝາຍສໍາຄັນພິເສດ, ຖ້າຖືວ່າ ພັກເປັນດັ່ງຮ່າງກາຍໜຶ່ງ, ໃນນັ້ນ ໜ່ວຍພັກ ແມ່ນ ພາກສ່ວນປະກອບໜຶ່ງ ຂອງການຈັດຕັ້ງພັກ, ການດໍາເນີນຊີວິດພັກຢ່າງເປັນປົກກະຕິ ກໍ່ແມ່ນ “ກໍາມະວິທີແລກປ່ຽນ ທາດໃນຮ່າງກາຍ”, ເປັນການສະແດງອອກ ຂອງກໍາລັງຊີວິດ. ການດໍາ ເນີນຊີວິດພັກ ແມ່ນຮູບການຕໍ່ສູ້ພາຍໃນ ພັກ, ກໍ່ຄືພາຍໃນຖັນແຖວສະມາຊິກພັກ ແນໃສ່ສະກັດກັ້ນບັນ ດາປະກົດການຫຍໍ້ທໍ້ຢ່າງທັນການ, ພ້ອມກັນນັ້ນ ກໍ່ເສີມຂະຫຍາຍດ້ານຕັ້ງໜ້າ. ຄຽງຄູ່ກັນນັ້ນ, ການດໍາເນີນຊີວິດພັກ ຍັງໄດ້ເພີ່ມທະວີແບບວິທີຈັດຕັ້ງປະຕິບັດ ການຕີລາຄາຄຸນນະພາບສະມາຊິກພັກ. ໂດຍ ຜ່ານວຽກງານດັ່ງກ່າວ, ໃນແຕ່ລະປີ, ສະມາຊິກພັກແຕ່ລະສະຫາຍ ໄດ້ສໍາຫຼວດກວດກາຕົນເອງຕາມ 5 ເນື້ອໃນຂອງຄໍາສັ່ງ ຂອງຄະນະບໍລິຫານງານສູນກາງພັກ, ສະບັບເລກທີ 01/ຄບງສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ອີງຕາມ 5 ໜ້າທີ່ ແລະ 15 ຂໍ້ຫ້າມ ຂອງສະມາຊິກພັກ, ເຊິ່ງໄດ້ກໍານົດໄວ້ໃນກົດລະບຽບພັກ; ພ້ອມກັນນັ້ນ, ກໍ່ຕີລາຄາຄຸນນະພາບ, ຈັດປະເພດບຸກຄົນດ້ວຍຕົນເອງ; ສະມາຊິກພັກໃນໜ່ວຍພັກ ຈະປະກອບ ຄໍາຄິດເຫັນ, ຕີລາຄາຄຸນນະພາບ ແລະ ຈັດປະເພດໃຫ້ສະມາຊິກພັກຢູ່ໃນໜ່ວຍພັກ; ຄະນະພັກສະຫຼຸບສັງລວມ ການຕີລາຄາຄຸນນະພາບ ແລະ ຈັດປະເພດສະມາຊິກພັກ, ລາຍງານໃຫ້ ຄະນະພັກຂັ້ນເທິງ ໂດຍກົງ.

ສີ່, ເປັນເຈົ້າການຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ໃນການຈັດຕັ້ງ ແລະ ສະມາຊິກພັກ. ສຶກສາຄົ້ນຄວ້າ, ພິຈາລະນາ, ຕີລາຄາສະພາບການ ແລະ ລະດັບ ຂອງປະກົດການຫຍໍ້ທໍ້ ໂດຍເລີ່ມຈາກ ການຈັດຕັ້ງເຄື່ອນໄຫວ ຂອງພະນັກງານ, ສະມາຊິກພັກ ກໍານົດໃນເງື່ອນໄຂພາວະວິໄສ ແຕ່ລະດັບຕໍ່າ ເຖິງລະດັບສູງ ເພື່ອຕີລາຄາລະດັບ ການກໍ່ເກີດຜົນຮ້າຍຕໍ່ຜົນປະໂຫຍດຂອງປະຊາຊົນ. ຖືເອົາຂໍ້ກໍານົດ, ລະບຽບກົດໝາຍ, ຮູບການຈັດຕັ້ງເປັນພື້ນຖານ ໃຫ້ແກ່ການເຄື່ອນໄຫວ ແນໃສ່ສະກັດກັ້ນຈໍາກັດ ປະກົດການຫຍໍ້ທໍ້ ຂອງພະນັກງານ, ສະມາຊິກພັກເທື່ອລະກ້າວ. ຕ້ອງປັບປຸງ, ດັດແກ້ ແລະ ປະກາດ ໃຊ້ລະບົບນິຕິກໍາກົດໝາຍ; ເຜີຍແຜ່ລະບຽບກົດໝາຍ ແລະ ຕິດຕາມກວດກາ ການປະຕິບັດລະບຽບກົດ ໝາຍ; ປ່ຽນແປງໃໝ່ ແລະ ເຮັດໃຫ້ກົງຈັກລັດ ໄດ້ຮັບການປັບປຸງ ຕາມທິດລັດອໍານາດ ແຫ່ງກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ດໍາເນີນການເລືອກເຟັ້ນ ຖັນແຖວມະຫາຊົນ ທີ່ກ້າວໜ້າ ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ ເພື່ອຮັບເຂົ້າເປັນສະມາຊິກພັກ.

ສຶກສາອົບຮົມ, ໂຄສະນາເຜີຍແຜ່ກົດໝາຍ, ຄຸນສົມບັດສິນທໍາປະຕິວັດ, ສ້າງເປັນແນວທາງປະ ຕິບັດກວ້າງຂວາງ ໃນສັງຄົມ ເພື່ອສ່ອງແສງບັນດາປະກົດການຫຍໍ້ທໍ້ ຂອງພະນັກງານ, ສະມາຊິກພັກ; ປຸກລະດົມທົ່ວສັງຄົມ ກ່າວປະນາມປະກົດການຫຍໍ້ທໍ້, ການປະພຶດທີ່ບໍ່ຖືກຕ້ອງ, ກົງກັນຂ້າມກັບຄຸນທາດການເມືອງ, ຄຸນສົມບັດສິນທໍາ ປະຕິວັດ, ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ ໂດຍຜ່ານບັນດາພາຫະນະຊື່ມວນຊົນທີ່ມີຫຼາຍຮູບຫຼາຍແບບ.

ກວດພົບ, ແກ້ໄຂຢ່າງເຂັ້ມງວດຕໍ່ພະນັກງານ, ສະມາຊິກພັກທີ່ລະເມີດກົດໝາຍ, ພ້ອມກັນນັ້ນ ກໍ່ບູລະນະການ ຈັດຕັ້ງພັກແຕ່ລະຂັ້ນໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ; ພິຈາະນາ, ແກ້ໄຂບັນດາປະກົດການຫຍໍ້ທໍ້, ບໍ່ວ່າ ບຸກຄົນນັ້ນຈະມີຖານະຕໍາແໜ່ງສູງ ຫຼື ຕໍ່າ ກໍ່ລ້ວນແຕ່ຕ້ອງ ປະຕິບັດຕາມຫຼັກການ, ພົນລະເມືອງລາວທຸກຄົນ ລ້ວນແຕ່ສະເໝີພາບຕໍ່ໜ້າກົດໝາຍ, ຜູ້​ລະ​ເມີດ​ກົດໝາຍ​ ຕ້ອງ​ຖຶກປະຕິບັດ​ວິ​ໄນ​ຢ່າງ​ເດັດຂາດ ແນໃສ່ຮັບປະກັນ ໃຫ້ການຈັດຕັ້ງພັກ ແລະ ກົງຈັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ຫ້າ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກ. ສືບຕໍ່ຮັກສາມູນເຊື້ອ ຄວາມສາມັກຄີ ເປັນເອກະພາບພາຍໃນພັກ ເພື່ອປຸກລະດົມ ແລະ ຈັດຕັ້ງປະຕິບັດບົດຮຽນພຶດຕິກໍາຕົວ ຈິງຈໍານວນໜຶ່ງ ທີ່ບັນດາ ພັກກອມມູນິດ ໄດ້ສະຫຼຸບສັງລວມ: ໜຶ່ງ, ຕໍ່ສູ້ຢ່າງເດັດດ່ຽວກັບລັດທິເອກະຊົນ ແລະ ລັດທິເຫັນແກ່ຜົນປະໂຫຍດ ສ່ວນຕົວ ທີ່ເກີດຂຶ້ນພາຍໃນພັກ. ສອງ, ຕ້ອງຊອກຫາວິທີແກ້ໄຂ ຕໍ່ບັນດາກະແສແນວຄິດ ແລະ ຄວາມເຫັນທີ່ ແຕກຕ່າງ ໃນບັນດາບັນຫາທີ່ໄດ້ປຶກສາແລກປ່ຽນ ພາຍໃນພັກ ຢ່າງຖືກຕ້ອງ ແລະ ເໝາະສົມກັບສະພາບການ ຕົວຈິງ. ສາມ, ຕ້ອງເດັດດ່ຽວແກ້ໄຂ ປະກົດການອາດຍາສິດ, ເອກະຊົນ, ຜົນປະໂຫຍດພິເສດທີ່ບໍ່ສອດຄ່ອງກັບ ນະໂຍບາຍ ແລະ ເງື່ອນໄຂຕົວຈິງ. ສີ່, ພັກຕ້ອງມີແນວທາງ, ແຜນນະໂຍບາຍທີ່ຖືກຕ້ອງ, ສ້າງກົນໄກການຈັດຕັ້ງ ທີ່ເໝາະສົມ, ກໍານົດລະບຽບການເຮັດວຽກ ຢ່າງຈະແຈ້ງ, ຍຶດໝັ້ນການຕ້ານພະຍາດອາດຍາສິດ, ເຈົ້າກົກເຈົ້າເລົ່າ, ຄໍາພີ, ... ຫ້າ, ຕ້ອງວາງ ແລະ ປະຕິບັດບັນດາມາດຕະການທີ່ເດັດຂາດ, ຢ່າງທັນການ ນັບແຕ່ເວລາເກີດມີ ໄພອັນຕະລາຍ ຈະຂາດຄວາມສາມັກຄີພາຍໃນພັກ. ຫົກ, ຕ້ອງຕໍ່ສູ້ຕ້ານຢ່າງທັນການ ຕໍ່ຍຸດທະສາດ “ການຫັນປ່ຽນ ໂດຍສັນຕິ” ຂອງບັນດາອິດທິກໍາລັງສັດຕູ ແນໃສ່ການປົກປັກຮັກສາຄວາມສາມັກຄີພາຍໃນພັກ(2).

ຫົກ, ຕິດຕາມ, ກວດກາ ແລະ ສະຫຼຸບສັງລວມຢ່າງເປັນປົກກະຕິ ກ່ຽວກັບການເຄື່ອນໄຫວ ວຽກງານກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງແລະໜັກແໜ້ນ. ພັກປະຊາຊົນ ປະຕິວັດລາວ ເວລາໃດກໍ່ຢືນຢັນວ່າ: “ຖ້າບໍ່ມີການກວດກາ ກໍ່ໝາຍຄວາມວ່າ ບໍ່ມີການນໍາພາ”. ສິ່ງດັ່ງກ່າວນີ້ ຊີ້ໃຫ້ເຫັນວ່າ ການຕິດຕາມ, ກວດກາ ແມ່ນຫຼັກການໜຶ່ງ ທີ່ສໍາຄັນ, ເປັນພາກສ່ວນໜຶ່ງ ທີ່ບໍ່ອາດຕັດແຍກອອກໄດ້ ແລະ ມີບົດບາດສໍາຄັນຕົ້ນຕໍ ໃນການນໍາພາຂອງພັກ. ຍ້ອນແນວນັ້ນ, ໃນເງື່ອນໄຂໃໝ່, ການຕິດຕາມ, ກວດກາ ແລະ ສະຫຼຸບສັງລວມ, ຖອດຖອນບົດຮຽນປະສົບການ ຍິ່ງມີບົດບາດພົ້ນເດັ່ນໃນທຸກຂົງເຂດວຽກງານ, ເພື່ອໃຫ້ບັນດາພາກສ່ວນຕ່າງໆໃນສັງຄົມ ສາມາດເຂົ້າຮ່ວມ ຢ່າງ ທັນການ ໃນວຽກງານຕ້ານ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນການຈັດຕັ້ງແລະບຸກຄົນສະມາຊິກພັກ, ແກ້ໄຂບັນດາບັນຫາທີ່ຄົງຄ້າງ, ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ບັນດາປັດໄຈໃໝ່ຢ່າງໄວວາ, ຈໍາກັດ, ປັບປຸງ ແກ້ໄຂບັນດາປະກົດການຫຍໍ້ທໍ້ - ບັນດາປັດໄຈທີ່ເຮັດໃຫ້ການຈັດຕັ້ງພັກເຊື່ອມທາດ, ສົ່ງ​ຜົນ​ສະທ້ອນ​ອັນໜັກ ໜ່ວງ ​ເຖິງ​ບົດບາດການນຳ​ພາ ແລະ ກໍາລັງສູ້ຮົບ ຂອງພັກ.

ຈັດຕັ້ງປະຕິບັດລະບອບຕິດຕາມ, ກວດກາ ແລະ ສະຫຼຸບສັງລວມ, ຖອດຖອນບົດຮຽນໃນການ ປະຕິບັດໜ້າທີ່ ຂອງໜ່ວຍພັກ, ປະຕິບັດມະຕິ, ຄໍາສັ່ງ ຂອງຂັ້ນເທິງ, ປະຕິບັດໜ້າທີ່ ຂອງຄະນະພັກ, ສະມາຊິກພັກ. ຄຸນຄ່າ ພຶດຕິກໍາຕົວຈິງ ຂອງການກວດກາ, ສະຫຼຸບສັງລວມ, ຖອດຖອນບົດຮຽນປະສົບການ ຕ້ອງໄດ້ຮັບການກວດກາ ທົດສອບແລະຢັ້ງຢືນ ໂດຍຜ່ານລັກສະນະປະສິດທິຜົນທາງດ້ານເສດຖະກິດ, ການເມືອງ ແລະ ຊີວິດການເປັນຢູ່ ຂອງພະນັກງານ, ສະມາຊິກພັກຕະຫຼອດຮອດປະຊາຊົນ ແລະ ການກວດກາຕ້ອງກ້າວໄປເຖິງການສະຫຼຸບສັງລວມ ທັງຄວາມຖືກຕ້ອງ ຕະຫຼອດຮອດ ການປະພຶດທີ່ເປັນການລະເມີດກົດໝາຍ ບົນຈິດໃຈກໍ່ສ້າງ ແລະ ປັບປຸງ​ແກ້​ໄຂ​ດ້ວຍ​ລະດັບ​ການ​ປະຕິບັດ​ວິ​ໄນ​ຢ່າງ​ຈະ​ແຈ້ງ. ພາຍຫຼັງສິ້ນສຸດການກວດກາແລ້ວ, ບັນດາພາກສ່ວນຕ່າງໆ ຕ້ອງ​ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ສູງ, ຍົກສູງກໍາລັງຄວາມສາມາດສູ້ຮົບ, ກໍາລັງຄວາມສາມາດນໍາພາ ຂອງຄະນະພັກ, ສະມາຊິກພັກ. ນັ້ນແມ່ນປະສິດທິຜົນ, ແມ່ນຜົນສໍາເລັດໃນການຕິດຕາມ, ກວດກາ, ສອດຄ່ອງກັບຫຼັກການ: “ພັກຕ້ອງມີການຈັດຕັ້ງທີ່ແໜ້ນໜາ, ເຄື່ອນໄຫວຢ່າງມີຫຼັກການ, ມີຂໍ້ກໍານົດທີ່ເຂັ້ມງວດ”(3).

ເວົ້າລວມແລ້ວ, ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ​ແມ່ນ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ຜົນສໍາເລັດທີ່ພົ້ນເດັ່ນ ແລະດ້ານຕັ້ງໜ້າ, ​ເດັດດ່ຽວ​ປັບປຸງ​ແກ້​ໄຂ​ຈຸດ​ອ່ອນ - ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ເປັນໄພອັນຕະລາຍຕໍ່ກັບພັກ ແນໃສ່ຍົກສູງບົດບາດ, ຄວາມ​ສາມາດ​ນຳພາ ຂອງພັກ ແລະ ຍົກສູງລັກສະນະ ເປັນແບບຢ່າງ, ນໍາໜ້າຂອງພັກ; ຍົກສູງຄຸນນະພາບ ຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ໃຫ້ມີການປ່ຽນແປງ ທີ່ຕັ້ງໜ້າດ້ວຍບາດກ້າວບຸກທະລຸ, ມີ​ກຳລັງ​ຄວາມ​ສາມາດ​ ໃນ​ການ​ປະຕິບັດ​ພາລະກິດສູນ​ກາງ​ນຳພາ ​ໃນ​ລະບົບ​ການ​ເມືອ; ຮັບປະກັນ​ໃຫ້​ແກ່​ການ​ນຳພາຂອງ​ພັກ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການສ້າງສາພັດທະນາ ​ປະ​ເທດ​ຊາ​ດ. ໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່, ພັກປະຊາຊົນ ປະຕິວັດລາວ ຕ້ອງ​ກໍ່ສ້າງ​ພັກ​ເວົ້າ​ລວມ, ເວົ້າສະເພາະແມ່ນ ຄະນະພັກແຕ່ລະຂັ້ນ, ຖັນແຖວ ແລະ ສະມາຊິກ​ພັກ ​ໃຫ້​ພຽບພ້ອມ​ດ້ວຍ​ກຳ​ລັງ​ຄວາມ​ສາມາດ​ນຳພາ, ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງພັກ ແລະ ແຜນພັດທະນາເສດຖະ ກິດ - ສັງຄົມ ຂອງລັດທີ່ໄດ້ ວາງອອກໃນແຕ່ລະໄລຍະ./.

---------------

(1) ມະຕິ ສະບັບເລກທີ 056/ຄບງ, ລົງວັນທີ 19 ກັນຍາ 2018, ວ່າດ້ວຍການປັບປຸງຮາກ ຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ, ໜ້າ 2.

(2) ເອກະສານວິຊາກໍ່ສ້າງພັກ (ສໍາລັບຊຸດບໍາລຸງທິດສະດີການເມືອງ - ການປົກຄອງ ລະບົບ 45 ວັນ), 2017, ໜ້າ 27.

(3) ປຶ້ມແນະນໍາວຽກງານກວດກາພັກ, ລັດ ສໍາລັບລະບົບຊັ້ນກາງ, 1987, ໜ້າ 11.

* ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານກອມມູນິດ, ສະບັບທີ 940 (​ເດືອນ​ເມສາ 2020).